ຂ່າວສານ

ແຂກ​ທ່ອງ​ທ່ຽວ​ສາ​ກົນ ມາ​ຮ່າ​ໂນ້ຍ​ບັນ​ລຸ​ເກືອບ 1 ລ້ານ​ເທື່ອ​ຄົນໃນໄຕ​ມາດ​ທີ 1 ປີ 2023

ປັດຈຸບັນ, ຮ່າໂນ້ຍມີສະຖານທີ່ພັກເຊົ່າສຳລັບນັກທ່ອງທ່ຽວ ກ່ວາ 3.700ແຫ່ງ ດ້ວຍຫ້ອງພັກກ່ວາ 70.200 ຫ້ອງ, ໃນນັ້ນມີໂຮງແຮງກ່ວາ 600 ແຫ່ງທີ່ໄດ້ຮັບການຈັດອັນດັບແຕ່ 1 – 5 ດາວ.
  ແຂກທ່ອງທ່ຽວຕ່າງປະເທດໄປຢ້ຽມຢາມວັດມຽນກວັກຕືຢາມ.
ຕາມພະແນກທ່ອງທ່ຽວ ຮ່າໂນ້ຍແລ້ວ, 3 ເດືອນຕົ້ນປີ 2023, ແຂກທ່ອງທ່ຽວມາຮ່າໂນ້ຍບັນລຸເກືອບ 5,9 ລ້ານເທື່ອຄົນ, ເພີ່ມຂຶ້ນທົບ 2 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້. ໃນນັ້ນ, ແຂກທ່ອງທ່ຽວສາກົນມາຮ່າໂນ້ຍຄາດວ່າຈະບັນລຸເກືອບ 1 ລ້ານເທື່ອຄົນ, ເພີ່ມຂຶ້ນທົບ 6 ເທົ່າເມື່ອທຽບໃສ່ກັບໄລຍະດຽວກັນຂອງປີກາຍນີ້.

ປັດຈຸບັນ, ຮ່າໂນ້ຍມີສະຖານທີ່ພັກເຊົ່າສຳລັບນັກທ່ອງທ່ຽວ ກ່ວາ 3.700ແຫ່ງ ດ້ວຍຫ້ອງພັກກ່ວາ 70.200 ຫ້ອງ, ໃນນັ້ນມີໂຮງແຮງກ່ວາ 600 ແຫ່ງທີ່ໄດ້ຮັບການຈັດອັນດັບແຕ່ 1 – 5 ດາວ. ລະບົບບັນດາຮາກຖານການບໍລິການຊື້ເຄື່ອງ, ກິນດື່ມ, ລະຫຼິ້ນບັນເທິງ ທີ່ບັນລຸມາດຖານໃນການຮັບໃຊ້ແຂກທ່ອງທ່ຽວ ໄດ້ດຶດງູດ, ຮັບໃຊ້ແຂກທ່ອງທ່ຽວ ແລະ ປະຊາຊົນມາຢ້ຽມຊົມ, ຊື້ເຄື່ອງເປັນຈຳນວນຫຼາຍ. ປັດຈຸບັນ, ຂະແໜງທ່ອງທ່ຽວ ຮ່າໂນ້ຍ ໄດ້ສຸມໃສ່ຍົກລະດັບ, ພັດທະນາບັນດາເສັ້ນທາງທ່ອງທ່ຽວນັບ ແຕ່ໃຈກາງນະຄອນຕະຫຼອດຮອດບັນດາໝູ່ບ້ານຫັດຖະກຳ, ເຊື່ອມຕໍ່ບັນດາສະຖານທີ່ທ່ອງທ່ຽວ ຂອງຮ່າໂນ້ຍ ກັບບັນດາທ້ອງຖິ່ນໃກ້ຄຽງ, ຂະແໜງທ່ອງທ່ຽວຮ່າໂນ້ຍ ໄດ້ຜັນຂະຫຍາຍບັນດາການເຄື່ອນໄຫວເຊື່ອມຕໍ່, ຮ່ວມມືກັບບັນດາແຂວງ, ນະຄອນຈຸດສຸມກ່ຽວກັບການທ່ອງທ່ຽວ, ເຂົ້າຮ່ວມບັນດາໂຄງການໂຄສະນາການທ່ອງທ່ຽວ ຢູ່ບັນດາຕະຫຼາດໃນທົ່ວໂລກ ແລະ ຕ້ອນຮັບຄະນະນັກຂ່າວ ແລະ ວິສາຫະກິດການທ່ອງທ່ຽວຕ່າງປະເທດມາສຳຫຼວດຜະລິດຕະພັນການທ່ອງທ່ຽວຮ່າໂນ້ຍ.


top