ຂ່າວສານ

ແຂກສາກົນມາທ່ອງທ່ຽວຫວຽດນາມ ບັນລຸກວ່າ 14,1 ລ້ານເທື່ອຄົນ

      ຂະແໜງການທ່ອງທ່ຽວຂອງຫວຽດນາມ ອາດຈະບັນລຸເຖິງ 15,7 – 15,8 ລ້ານເທື່ອຄົນ.
            ຕາມຕົວເລກຂອງກົມສະຖິຕິ ປະກາດໃນວັນທີ 29 ພະຈິກ ສະແດງໃຫ້ເຫັນວ່າ ຄິດໄລ່ລວມ 11 ເດືອນຂອງປີ 2018, ຄາດວ່າ ແຂກສາກົນມາທ່ອງທ່ຽວຫວຽດນາມ ບັນລຸກວ່າ 14,1 ລ້ານເທື່ອຄົນ, ເພີ່ມຂຶ້ນກວ່າ 21% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2017. ໃນນັ້ນ, ສ່ວນຫຼາຍແມ່ນເດີນທາງດ້ວຍສາຍການບິນ.
        ໃນ 11 ເດືອນຜ່ານມາ, ແຂກມາຈາກ ອາຊີ ກວມເອົາ 77,8% ໃນຈໍານວນແຂກທ່ອງທ່ຽວທັງໝົດມາຫວຽດນາມ, ໃນນັ້ນ, ສ່ວນຫຼາຍແມ່ນມາຈາກປະເທດຈີນ, ສ.ເກົາຫຼີ, ຍີ່ປຸ່ນ, ໄຕ້ຫວັນ (ຈີນ), ມາເລເຊຍ, ໄທ, ສິງກະໂປ...
        ໃນຂະນະນັ້ນ, ແຂກທ່ອງທ່ຽວທີ່ມາຈາກ ເອີຣົບ ຄື ສະຫະພັນລັດເຊຍ ເພີ່ມຂຶ້ນຫຼາຍທີ່ສຸດ, ຖັດມາແມ່ນ ໂຮນລັງ. ແຂກທ່ອງທ່ຽວທີ່ມາຈາກ 5 ປະເທດ ເອີຣົບຕາເວັນຕົກ ເຊິ່ງຫວຽດນາມໄດ້ຍົກເວັ້ນວິຊາໃຫ້ ລວມມີ ອັງກິດ, ຝລັ່ງ, ເຢຍລະມັນ, ແອັດສະປາຍ, ອີຕາລີ ກໍເພີ່ມຂຶ້ນ. ນອກຈາກນັ້ນ, ຍັງມີແຂກທ່ອງທ່ຽວທີ່ມາຈາກທະວີີບອາເມລິກາ, ທະວີບມະຫາສະໝຸດ ແລະ ອາຟິຼກາອີກດ້ວຍ.
        ຄາດໝາຍຂອງຂະແໜງການທ່ອງທ່ຽວຫວຽດນາມ ປີ 2018 ແມ່ນ ຕ້ອນຮັບແຂກທ່ອງທ່ຽວສາກົນໃຫ້ແຕ່ 15 – 16 ລ້ານເທື່ອຄົນ. ໄຕມາດທີ 4 ແມ່ນໄລຍະທີ່ແຂກທ່ອງທ່ຽວສາກົນຈະມາທ່ຽວຫວຽດນາມຫຼາຍທີ່ສຸດ, ຖ້າຫາກສະດວກ ຂະແໜງການທ່ອງທ່ຽວຂອງຫວຽດນາມ ອາດຈະບັນລຸເຖິງ 15,7 – 15,8 ລ້ານເທື່ອຄົນ.
 (ແຫຼ່ງຄັດຈາກ VOV)

top