ຂ່າວສານ

ແຂກທ່ອງທ່ຽວມາຢ້ຽມຢາມ ບີງດິ້ງ ໃນວັນບຸນພັກ 30/04 ແລະ 01/05 ເພີ່ມຂຶ້ນ 18%

ຍອດຈຳນວນແຂກທ່ອງທ່ຽວມາຢ້ຽມຢາມແຂວງ ບີງດິ້ງ ໃນໂອກາດວັນພັກບຸນແຕ່ວັນທີ 29/04 – 02/05 ບັນລຸ 44.000 ເທື່ອຄົນເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນປີ 2016.

ແຂວງ ບີງດິ້ງ
            ເພື່ອຮັບໃຊ້ແຂກທ່ອງທ່ຽວພາຍໃນ ແລະ ຕ່າງແຂວງມາຢ້ຽມຢາມໃນໂອກາດວັນບຸນ 30/04 ແລະ 01/05 ປີນີ້, ບັນດາສະຖານທີ່ທ່ອງທ່ຽວຄື: ຈູງເລືອງ, ເຮີມໂຮ, ຫໍພິພິທະພັນ ກວາງຈູງ…ໄດ້ຮັບການປັບປຸງປະດັບປະດາບູລະນະປະຕິສັງຂອນ, ຍົກລະດັບພື້ນຖານວັດຖຸ. ທີ່ສະຖານທີ່ທ່ອງທ່ຽວ ເຮີມໂຮ ໃນຕອນຄ່ຳແຂກທ່ອງທ່ຽວສາມາດເຂົ້າຮ່ວມຄ້າຍກໍ່ກອງໄຟ, ຮັບຊົມຂັບ ບາຍຈອຍ, ສະແດງມວຍສີລະປະພື້ນເມືອງ ໄຕເຊີນ…ໄດ້ດຶງດູດແຂກທ່ອງທ່ຽວເຂົ້າຮ່ວມຈຳນວນຫລວງຫລາຍ.
 (ແຫຼ່ງຄັດຈາກ VOV)

top