ຂ່າວສານ

ແຂກທ່ອງທ່ຽວນັບໝື່ນຄົນ ເຂົ້າຄໍານັບສຸສານປະທານໂຮ່ຈີມິນ ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດ

ກອງບັນຊາການປ້ອງກັນສຸສານປະທານໂຮ່ຈີມິນ ໄດ້ຕ້ອນຮັບ ແລະ ຮັບໃຊ້ແຂກທີ່ມາຖະຫວາຍດອກໄມ້ ແລະ ອາໄລຫາປະທານໂຮ່ຈີມິນ ຫຼາຍກວ່າ 47.000 ເທື່ອຄົນ.

ເນື່ອງໃນໂອກາດບຸນປີີໃໝ່ປີກຸນ 2019, ພໍ່ແມ່ປະຊາຊົນຢູ່ທົ່ວທຸກເຂດ ແລະ ພາກຂອງປະເທດຊາດ ແລະ ແຂກທ່ອງທ່ຽວຕ່າງປະເທດຈໍານວນຫຼວງຫຼາຍ ໄດ້ຄໍານັບສຸສານປະທານໂຮ່ຈີມິນຢູ່ນະຄອນຫຼວງຮ່າໂນ້ຍ. ນັບແຕ່ວັນທີ 28 ເດືອນ 12 ປີຈໍ  ຫາ ວັນທີ 6 ເດືອນ 01 ປີກຸນ ຕາມຈັນທະປະຕິທິນ, ກອງບັນຊາການປ້ອງກັນສຸສານປະທານໂຮ່ຈີມິນ ໄດ້ຕ້ອນຮັບ ແລະ ຮັບໃຊ້ແຂກທີ່ມາຖະຫວາຍດອກໄມ້ ແລະ ອາໄລຫາປະທານໂຮ່ຈີມິນ ຫຼາຍກວ່າ 47.000 ເທື່ອຄົນ.ໃນນັ້ນດ ມີແຂກທ່ອງທ່ຽວຕ່າງປະເທດເກືອບ 17.000 ເທື່ອຄົນ.

        ເພື່ອຕ້ອນຮັບພໍ່ແມ່ປະຊາຊົນ ແລະ ແຂກທ່ອງທ່ຽວໄດ້ຢ່າງສຸພາບຮຽບຮ້ອຍ ແລະ ຮັບປະກັນຄວາມປອດໄພ, ກອງບັນຊາການປ້ອງກັນສຸສານໂຮ່ຈີມິນ ໄດ້ສົມທົບກັນຢ່າງແໜ້ນແຟ້ນ ກັບຄະນະຄຸ້ມຄອງສຸສານ ແລະ ກຸ່ມປູຊະນີຍະສະຖານປະຫວັດສາດ - ວັດທະນະທໍາ ບາດິ່ງ ຜັນຂະຫຍາຍບັນດາມາດຕະການປ້ອງກັນ, ຈັດຕັ້ງປະດັບປະດາ ສ້າງທິວທັດສະພາບແວດລ້ອມ ແລະ ບັນຍາກາດຕ້ອນຮັບປີໃໝ່ຢ່າງສະອາດສວຍງາມ.

(ແຫຼ່ງຄັດຈາກ VOV)


top