ທ່ານນາຍົກລັດຖະມົນຕີ ເລມິງຮຶງ ຊີ້ແຈ້ງວ່າກອບສະຖາປັດຕະຍາກຳສັງລວມແຫ່ງຊາດດີຈີຕອນ ແມ່ນພື້ນຖານຈາກຂັ້ນສູນກາງລົງຮອດທ້ອງຖິ່ນ ເພື່ອແນໃສ່ຮັບປະກັນລັກສະນະຄົບຊຸດ ແລະ ເປັນເອກະພາບ.
ທ່ານນາຍົກລັດຖະມົນຕີ ເລມິງຮຶງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)
ແກ້ໄຂຈຸດອຸດຕັນ, ສ້າງພື້ນຖານໂຄງລ່າງດີຈີຕອນໃຫ້ສົມບູນແບບເພື່ອຊຸກຍູ້ການພັດທະນາເຕັກໂນໂລຢີຍຸດທະສາດແຫ່ງຊາດ ນີ້ແມ່ນຄວາມຮຽກຮ້ອງຕ້ອງການຂອງທ່ານນາຍົກລັດຖະມົນຕີ ເລມິງຮຶງ ຢູ່ກອງປະຊຸມຫົວເລື່ອງສະເພາະກ່ຽວກັບການຊຸກຍູ້ການພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ທີ່ໄດ້ດຳເນີນໃນຕອນບ່າຍວັນທີ 23 ມິຖຸນາ, ຢູ່ຮ່າໂນ້ຍ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ຊີ້ແຈ້ງວ່າກອບສະຖາປັດຕະຍາກຳສັງລວມແຫ່ງຊາດດີຈີຕອນ ແມ່ນພື້ນຖານຈາກຂັ້ນສູນກາງລົງຮອດທ້ອງຖິ່ນ ເພື່ອແນໃສ່ຮັບປະກັນລັກສະນະຄົບຊຸດ ແລະ ເປັນເອກະພາບ. ໄປຄຽງຄູ່ກັບການ ການເຄື່ອນໄຫວ, ສ້າງລະບົບຖານຂໍ້ມູນໃຫ້ສົມບູນແບບເພື່ອຮັບໃຊ້ວຽກງານນຳພາ, ຊີ້ນຳບໍລິຫານຂອງລັດຖະບານ, ບັນດາກະຊວງຂະແໜງການ, ທ້ອງຖິ່ນ, ພ້ອມກັນປະຕິບັດໜ້າທີ່ສະໜອງການບໍລິການສາທາລະນະແບບທາງໄກໃຫ້ແກ່ປະຊາຊົນ ແລະ ວິສາຫະກິດຢ່າງມີປະສິດທິຜົນ.
ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າໄດ້ຕົກລົງປະກາດໃຊ້ບັນຊີລາຍຊື່ກ່ຽວກັບເຕັກໂນໂລຢີຜະລິດຕະພັນຍຸດທະສາດ, ສະເໜີແກ້ໄຂຈຸດອຸດຕັນກົນໄກ, ນະໂຍບາຍ, ໃນນັ້ນກຳນົດແຈ້ງບັນດາຈຸດອຸດຕັ້ນຕ້ອງໄດ້ຮັບການແກ້ໄຂ ເພື່ອແນໃສ່ຫຼຸດຜ່ອນເວລາຈາກຂັ້ນຕອນຄົ້ນຄ້ວາຈົນຮອດເວລາມີຜະລິດຕະພັນ ແລະ ເຂົ້າເຖິງຕະຫຼາດ. ພິເສດແມ່ນກົນໄກການເງິນບຸກທະລຸ, ພິເສດທີ່ສະຫງວນໃຫ້ແກ່ການພັດທະນາວິທະຍາສາດເຕັກໂນໂລຢີ ແລະ ນະວັດຕະກຳ.