ຂ່າວສານ

ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ທຳ​ການ​ຜ​ະ​ລິດ​ຢູ່​ບັນ​ດາ​ເຂດ​ອຸດ​ສາ​ຫະ​ກຳ

ຕອນເຊົ້າວັນທີ 20 ກັນຍາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວວັນແທັ່ງ ໄດ້ເປັນປະທານກອງປະຊຸມທາງໄກ ທີ່ມີຫົວຂໍ້ “ແກ້ໄຂຄວາມຫຍຸ້ງຍາກ, ສິ່ງທີ່ຄ້າງຄາໃຫ້ແກ່ບັນດາວິສາຫະກິດທຳການຜະລິດຢູ່ບັນດາເຂດອຸດສາຫະກຳ, ເຂດເສດຖະກິດ, ເຂດປຸງແຕ່ງ, ເຂດເຕັກໂນໂລຢີສູງ ແລະ ກຸ່ມອຸດສາຫະກຳ.”
ບັນດາຜູ້ແທນກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ຫງວຽນທິບິກງອັກ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໃຫ້ຮູ້ວ່າ:

“ການປະຕິບັດວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງຂະຫຍັນຂັນເຄື່ອນ, ມີປະສິດທິຜົນ ໄດ້ສ້າງເງື່ອນໄຂເພື່ອໃຫ້ວິສາຫະກິດຮັກສາການເຄື່ອນໄຫວຜະລິດດຳເນີນທຸລະກິດເປັນປົກກະຕິ. ໃນໄລຍະຈະມາເຖິງ, ນະໂຍບາຍຈຳກັດບໍລິເວນກໍຕ້ອງປະຕິບັດຢ່າງມີໄຫວພິບ ແລະ ມີປະສິດທິຜົນ ຕາມທິດກະທັດລັດ, ອ່ອນໄຫວ ແລະ ໃນຂອບຂະໜາດນ້ອຍ. ຮັບປະກັນໃຫ້ສິນຄ້າຈໍລະຈອນຢ່າງລຸລ່ວງ, ມີປະສິດທິຜົນ, ແກ້ໄຂລະບົບສະໜອງ, ລະບົບມູນຄ່າທີ່ຖືກຕັດຕອນ. ໜູນຊ່ວຍດ້ວຍການຫຼຸດຄ່າໃຊ້ຈ່າຍ, ແກ້ໄຂຄວາມຫຍຸ້ງຍາກກ່ຽວກັບທຶນຮອນໃຫ້ແກ່ວິສາຫະກິດ ແລະ ບັນດາຮາກຖານຜະລິດດຳເນີນທຸລະກິດ. ພ້ອມດຽວກັນນັ້ນ, ແກ້ໄຂຄວາມຫຍຸ້ງຍາກກ່ຽວກັບບັນຫາແຮງງານ, ໂດຍສະເພາະແມ່ນນັກຊ່ຽວຊານຕ່າງປະເທດທີ່ເຂົ້າເມືອງ ຫວຽດນາມ”.

ກ່າວສະຫຼຸບກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເລວັນແທັ່ງ ສະເໜີໃຫ້ບັນດາວິສາຫະກິດ ຈົ່ງເປັນເຈົ້າການໃນການສ້າງແຜນການຟື້ນຟູການຜະລິດ, ຮັບປະກັນຄວາມປອດໄພໃຫ້ແກ່ແຮງງານໃນການປ້ອງກັນ, ຕ້ານໂລກລະບາດ, ນັບແຕ່ຂອດການຜະລິດຕະຫຼອດຮອດການຈໍລະຈອນ; ສົມທົບກັບບັນດາທ້ອງຖິ່ນເພື່ອເປັນເອກະພາບກັນກ່ຽວກັບແຜນການສັກວັກຊິນກັນພະຍາດໂຄວິດ - 19 ໃຫ້ແກ່ກຳມະກອນ, ບໍ່ປະໃຫ້ເກີດການແຜ່ລະບາດໃນເຂດຜະລິດ. ພ້ອມດຽວກັນນັ້ນ, ທ່ານກໍຮຽກຮ້ອງໃຫ້ກະຊວງສາທາລະນະສຸກ ຄວນມີແຜນການລະອຽດກ່ຽວກັບການຈັດແບ່ງວັກຊິນໃຫ້ບັນດາທ້ອງຖິ່ນທີ່ມີເຂດ, ກຸ່ມອຸດສາຫະກຳ.

(ແຫຼ່ງຄັດຈາກ VOV)


top