ຂ່າວສານ

ແກ້ໄຂຜົນຮ້າຍຢ້ອນຫລັງຈາກໄພທຳມະຊາດ,ຮັບປະກັນຄວາມປອດໄພໃຫ້ກຳລັງກູ້ໄພກູ້ຊີບ

ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານໄພທຳມະຊາດໄດ້ເຕືອນໄພທຳມະຊາດໃນລະດັບ 4 ຊື່ງແມ່ນລະດັບສູງສຸດ ເພື່ອລະດົມການເຂົ້າຮ່ວມຂອງທຸກກະຊວງ, ຂະແຫນງການ, ທ້ອງຖິ່ນ ແລະ ປະຊາຊົນ. 


ບັນດາກຳລັງລຳລຽງຂົນສົ່ງສະບຽງອາຫານໃຫ້ພະນັກງານ ກຳມະກອນຢູ່ ເຂື່ອນໄຟຟ້າ ຣ່າວຈັງ 3

ພາບປະກອບ:(VGP)


ທີ່ການປະຊຸມໃນຕອນເຊົ້າວັນທີ 18 ຕຸລາ ຫ້ອງການປະຈຳການ ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານໄພທຳມະຊາດ ໄດ້ພະຍາກອນວ່າ ຝົນຕົກຫນັກຢູ່ພາກກາງ ພິເສດແມ່ນເຂດພູດອຍ ສືບຕໍ່ຜັນແປໄປຢ່າງສັບສົນໃນຊຸມມື້ຈະມາເຖິງ. ຄວາມສ່ຽງອາດຈະເກີດນ້ຳແກ່ງນ້ຳຖ້ວມ ແລະ ດິນເຊາະເຈືອນ ຢ່າງລຽນຕິດ. ວຽກງານກູ້ໄພກູ້ຊີບຕ້ອງປະຕິບັດຢ່າງທັນການ ແຕ່ຕ້ອງຮັບປະກັນຄວາມປອດໄພໃຫ້ປະຊາຊົນ ແລະ ບັນດາພາຫະນະ.

ຫ້ອງການ ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານໄພທຳມະຊາດໄດ້ເຕືອນໄພທຳມະຊາດໃນລະດັບ 4 ຊື່ງແມ່ນລະດັບສູງສຸດ ເພື່ອລະດົມການເຂົ້າຮ່ວມຂອງທຸກກະຊວງ, ຂະແຫນງການ, ທ້ອງຖິ່ນ ແລະ ປະຊາຊົນ. ຄຽງຄູ່ກັນນັ້ນ ປະຊາຊົນຢູ່ເຂດຖືກໄພນ້ຳຖ້ວມ ຕ້ອງຈຳກັດການໄປມາ, ຖ້າມີວຽກງານຍົກຍ້າຍ ຕ້ອງມີອຸປະກອນພາຫະນະຮັບປະກັນຄວາມປອດໄພ.ພິເສດແມ່ນຢູ່ເຂດພູດອຍ.

(ແຫຼ່ງຄັດຈາກ VOV)


top