ຂ່າວສານ

ແກ້ໄຂບັນຫາອະນຸລັກຮັກສາ,ເສີມຂະຫຍາຍມໍລະດົກວັດທະນະທຳຊາດກັບການພັດທະນາເສດຖະກິດສັງຄົມຢ່າງກົມກ່ຽວ

(ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ທີ່​ການ​ພົບ​ປະ)
       ​ຕອນ​ບ່າຍ​ວັນ​ທີ 20/04, ຢ​ູ່​ສຳ​ນັກ​ງານ​ປະ​ທານ​ປະ​ເທດ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ໄດ້​ມີ​ການ​ພົບ​ປະ​ກັບ​ຜູ້​ແທນ​​ເຊິ່ງເຈົ້າ​ກົກ​ເ​​ຈົ້າ​ເຫຼົ່າ, ນາຍ​ບ້ານ, ນັກ​ສິລະ​​ປະ​ການ, ຜູ້​ມີ​ອິດ​ທິ​ພົນ​ຊື່​ສຽງ​ເຂດ​ຊາວ​ເຜົ່າ​ສ່ວນ​ໜ້ອຍ, ເຂ​ດ​ຊາຍ​ແດນ​ຢູ່ 15 ແຂວງ​ໃນ​ເຂດ​ພູ​ດອຍ​ທາງ​ພາກເໜືອ 122 ຄົນ. ນີ້​ແມ່ນ​ການ​ເຄື່ອນ​ໄຫວນອນ​ໃນ​ບັນ​ດາ​ເຫດ​ການ​ສະ​ເຫຼີມ​ສະ​ຫຼອງວັນ​ວັດ​ທະ​ນະ​ທຳ​ບັນ​ດາ​ເຜົ່າ​ຫວຽດ​ນາມ (19/04).
        ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ຊີ້​ແຈ້ງວ່າ, ໃນບັນ​ດາ​ຜົນ​ງານ​ອັນ​ໃຫຍ່​ຫຼວງ​ທຸກ​ດ້ານ​ເຊິ່ງ​ປະ​ເທດ​ບັນ​ລຸ​ໄດ້​ໃນ​ຊຸມ​ປີ​ຜ່ານ​ມາ ​ແມ່ນ​ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ, ມີ​ປະ​ສິດ​ທິ​ຜົນ​ຂອງ​ຊາວ​ເຜົ່າ​ສ່ວນ​ໜ້ອຍ, ໃນ​ນັ້ນ​ມີ​ບັນ​ດາເຈົ້າກົກ​ເຈົ້າ​ເຫຼົ່າ, ນາຍ​ບ້ານ, ນັກ​ສິລະ​ປະ​ການ, ຜູ້​ມີ​ອິດ​ທິ​ພົນ​ຊື່​ສ​ຽງ…. ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ຊີ້​ແຈ​້ງວ່າ.
        “ຂ້າ​ພະ​ເຈົ້າ​ປາດ​ຖະ​ໜາ​ວ່າ, ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ຂັ້ນ​ສູງ​ກາງ ສືບ​ຕໍ່​ເອົາ​ໃຈ​ໃສ່, ລົງ​ທຶນ, ຊ່ວຍ​ເຫຼືອ​ບັນ​ດາ​ແຂວງ​ຊາຍ​ແດນ, ເຂດ​ພູ​ດອຍ ແລະ ສະ​ເໜີ​ໃຫ້​ອຳ​ນາດ​ການ​ປົກ​ຄອ​ງ​​ທຸກ​ຂັ້ນຂອງ​ບັນ​ດາ​ແຂວງ​​ຊາຍ​ແດນເຂດ​ພູ​ດອຍ​ທາງ​ພາກ​ເໜືອ ​ສຸມ​ໃສ່ຊີ້​ນຳ​ນຳ​ພາ ດ້ວຍ​ຄວາມ​ພະ​ຍາ​ຍາມ​ຕັດ​ສິນ​ໃຈ​​ສູງກວ່າອີກ ເພື່ອ​ເຮັດ​ແນວ​ໃດ​ຮັດ​ແຄບ​​ຊ່ອງວ່າງ​ໃນ​ການ​ຊົມ​ໃຊ້​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ບັນ​ດາ​ເຂດ​ພາກ, ລະ​ຫວ່າງ​​ຊົນ​ຊັ້ນ​ໃນ​ສັງ​ຄົມ, ລະ​ຫວ່າງ​ເຂດ​ຕົວ​ເມືອງ ແລະ ຊົນ​ນະ​ບົດ… ພວກ​ເຮົາ​ຕ້ອງ​ລະ​ດົມ​ກຳ​ລັງ​ແຮງ​ຂອງ​ທັງ​ລະ​ບົບ​ການ​ເມືອງ ແລະ ທົ່ວ​ປວງ​ຊົນ​ເພື່ອ​ອະ​ນຸ​ລັກ​ຮັກ​ສາ, ເສີມ​ຂະ​ຫຍາຍ​ບັນ​ດາ​​ຄຸນ​ຄ່າວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້​ອຂອງ​ຊາດ”.
        ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ​ປາດ​ຖະ​ໜາ​ວ່າ, ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ ຕ້ອງ​ແກ້​ໄຂ​ບັນ​ຫາ​ອະ​ນຸ​ລັກ​ຮັກ​ສາ,ເສີມ​ຂະ​ຫຍາຍ​ມໍ​ລະ​ດົກ​ຊາດ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຢ່າງ​ກົມ​ກ່ຽວ; ເຊີດ​ຊ​ູ​ບັນ​ດາ​ຄຸນ​ຄ່າ​ວັດ​ທ​ະ​ນຳ​ທຳ​ຂອງ​ຊາດ​ແມ່ນມ​ໍ​ລ​ະ​ດົກ​ອັນ​ລ້ຳ​ຄ່າ​ທີ່​ໄດ້​​ຮັບສືບ​ທອດ​ຈາກລຸ້ນ​ກ່​ອນໆ​ມາ​ຮອດ​ປະ​ຈຸ​ບັນ ເພື່ອ​ສຶກ​ສາ​ມູນ​ເຊື້ອ​ຮັກ​ຊາດ, ຄວາມ​ເອກ​ອ້າງ​ຖະ​ນົງ​ໃຈ​ຕໍ່​ຊາດ, ສະ​ຕິ​ຮັບ​ຜິດ​ຊອບ​ໜ້າ​ທີ່… ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​​ກຳ​ລັງ​ແຮງ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ.
 (ແຫຼ່ງຄັດຈາກ VOV)

top