ຂ່າວສານ

ແກ້ໄຂຄວາມຫຍຸ້ງຍາກດ້ານນະໂຍບາຍເພື່ອໃຫ້ວິສາຫະກິດຜ່ານຜ່າໂລກລະບາດໂຄວິດ 19

      87% ວິສາຫະກິດ ຢູ່ ຫວຽດນາມຖືກຜົນສະທ້ອນຍ້ອນໂລກລະບາດໂຄວິດ 19, ລາຍຮັບຂອງວິສາຫະກິດ ຫລຸດລົງສະເລ່ຍ 30% ແລະ ຫລຸດລົງຢ່າງແຮງທີ່ສຸດ ແມ່ນວິສາຫະກິດຫາກໍ່ສ້າງຕັ້ງໃຫມ່ ແລະ ຂະຫນາດນ້ອຍ, ຈູນລະວິສາຫະກິດ. 
ການໂອ້ລົມສົນທະນາ ແກ້ໄຂຄວາມຫຍຸ້ງຍາກດ້ານນະໂຍບາຍເພື່ອໃຫ້ວິສາຫະກິດ
ພາບ:sggp.org.vn
      ສະນັ້ນ ປະຊາຄົມວິສາຫະກິດ ຫວັງວ່າ ນະໂຍບາຍຫນູນຊ່ວຍຜ່ານຜ່າຄວາມຫຍຸ້ງຍາກຍ້ອນໂຄວິດ 19 ຂອງລັດຖະບານ ຈະມີຄວາມເປັນໄປໄດ້ ແລະ ມີປະສິດທິຜົນກວ່າໃນໄລຍະຈະມາເຖິງ. ນີ້ແມ່ນ ເນື້ອໃນຂອງການໂອ້ລົມສົນທະນາດ້ວຍຫົວຂໍ້: ແກ້ໄຂຄວາມຫຍຸ້ງຍາກດ້ານນະໂຍບາຍເພື່ອໃຫ້ວິສາຫະກິດຜ່ານຜ່າຄວາມຫຍຸ້ງຍາກຍ້ອນໂຄວິດ 19 ໂດຍ ຫ້ອງການການຄ້າ ແລະອຸດສາຫະກຳ ຫວຽດນາມ ສົມທົບກັບບັນດາສະຫະສະມາຄົມວິສາຫະກິດ ແລະພະແນກຂະແຫນງການທ້ອງຖິ່ນສົມທົບກັນຈັດຕັ້ງໃນຕອນເຊົ້າວັນທີ 18 ມີນາ ຢູ່ ແຂວງ ຫວີງຟຸກ.
ທີ່ການໂອ້ລົມສົນທະນາ, ຜູ້ຕາງຫນ້າຫ້ອງການການຄ້າ ອຸດສາຫະກຳຫວຽດນາມໃຫ້ຮູ້ວ່າ: ຫ້ອງການຫາກໍ່ສ້າງສຳເລັດບົດລາຍງານ: ຜົນກະທົບຈາກໂລກລະບາດໂຄວິດ 19 ສຳລັບວິສາຫະກິດ ຫວຽດນາມ ໂດຍໄດ້ປະຕິບັດໃນຂອບເຂດໂຄງການ ອົດສະຕາລີ ຫນູນຊ່ວຍການປະຕິຮູບດ້ານເສດຖະກິດ ຫວຽດນາມ.
ປະຊາຄົມວິສາຫະກິດ ປາດຖະຫນາຢາກອຳນາດການປົກຄອງທຸກຂັ້ນຍູ້ແຮງ ການປະຕິຮູບດ້ານບໍລິຫານ, ຍົກສູງປະສິດທິຜົນການປະຕິບັດກົດໝາຍ ເພື່ອແນໃສ່ສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢ່າງສະດວກ. ນີ້ຈະແມ່ນການຫນູນຊ່ວຍສຳຄັນໃນການຟື້ນຟູແບບຍືນຍົງຂອງບັນດາວິສາຫະກິດໃນວິວັດການຮັບມືກັບຜົນກະທົບຈາກໂລກລະບາດໂຄວິດ 19.
(ແຫຼ່ງຄັດຈາກ VOV)


top