ຂ່າວສານ

ແກ້ໄຂການປະທະກັນ, ຮັກສາສັນຕິພາບແບບຍືນຍົງແມ່ນມາດຕະການດີທີ່ສຸດເພື່ອປົກປ້ອງປະຊາຊົນ

ບັນດາປະເທດສະມາຊິກສະຫະປະຊາຊາດຢືນຢັນຄຳໝັ້ນສັນຍາຕ້ານການກໍ່ການຮ້າຍ, ປົກປ້ອງປະຊາຊົນ, ສ້າງເງື່ອນໄຂໃຫ້ແກ່ການເຄື່ອນໄຫວມະນຸດສະທຳ ຕາມບັນດາຫຼັກການມະນຸດສະທຳ.
(ກອງປະຊຸມຈັດຂຶ້ນຕາມຮູບແບບ Arria)

ບັນດາສະມາຊິກສະພາຄວາມໝັ້ນຄົງສະຫະປະຊາຊາດໄດ້ຈັດກອງປະຊຸມຕາມຮູບແບບ Arria (ກອງປະຊຸມບໍ່ເປັນທາງການຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ), ວັນທີ 10 ສິງຫາ, ເພື່ອແນໃສ່ຊອກຫາມາດຕະການແກ້ໄຂບັນດາສິ່ງທ້າທາຍຍ້ອນການປະທະກັນ ແລະ ມາດຕະການຕ້ານກໍ່ການຮ້າຍກໍ່ຂຶ້ນສຳລັບການເຄື່ອນໄຫວມະນຸດສະທຳ.

        ທີ່ກອງປະຊຸມ, ບັນດາປະເທດສະມາຊິກສະຫະປະຊາຊາດຢືນຢັນຄຳໝັ້ນສັນຍາຕ້ານການກໍ່ການຮ້າຍ, ປົກປ້ອງປະຊາຊົນ, ສ້າງເງື່ອນໄຂໃຫ້ແກ່ການເຄື່ອນໄຫວມະນຸດສະທຳ ຕາມບັນດາຫຼັກການມະນຸດສະທຳ ແລະ ປະຕິບັດມະຕິຂອງສະພາຄວາມໝັ້ນຄົງສະຫະປະຊາຊາດກ່ຽວກັບບັນຫາດັ່ງກ່າວຢ່າງມີປະສິດທິຜົນ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດຫວຽດນາມ ດັ້ງດິ່ງກຸຍ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ປະຈຳສະຫະປະຊາຊາດ, ຢືນຢັນມາດຕະການຕ້ານການກໍ່ການຮ້າຍຕ້ອງເຄົາລົບກົດບັດຂອງສະຫະປະຊາຊາດ ແລະ ກົດໝາຍສາກົນທີ່ກ່ຽວຂ້ອງ; ບັນດາປະເທດຄວນປະຕິບັດມະຕິຂອງສະພາຄວາມໝັ້ນຄົງສະຫະປະຊາຊດຢ່າງມີປະສິດທິຜົນ, ຕີລາຄາຜົນກະທົບທີ່ຫຍໍ້ທໍ້ຊອງມາດຕະການຕ້ານການກໍ່ການຮ້າຍໃນວິວັດການສ້າງ, ນຳໃຊ້. ທ່ານເອກອັກຄະລັດຖະທູດໄດ້ເນັ້ນໜັກວ່າ ມາດຕະການປົກປ້ອງປະຊາຊົນຢ່າງດີທີ່ສຸດແມ່ນ ສະກັດກັ້ນ, ແກ້ໄຂການປະທະກັນ, ຮັກສາສັນຕິພາບແບບຍືນຍົງ.

(ແຫຼ່ງຄັດຈາກ VOV)


top