ຂ່າວສານ

ເຮ​ືອ​ບິນ​ໃຫຍ່​ທີ່​ສຸດ ຫວຽດ​ນາມ ໄດ້ລົງ​ຈອດ​ຢູ່​ສະ​ໜາມ​ບິນ ລອງ​ແທັງ

ຕາມແຜນການແລ້ວ, ວັນທີ 15 ທັນວາ, ເຮືອບິນ Boeing 787 ບິນຂຶ້ນຈາກສະໜາມບິນ ເຕິນເຊີນເຍິດ ໄດ້ລົງຈອດຢູ່ສະໜາມບິນ ລອງແທັນໃນເວລາ 15 ໂມງ 30 ນາທີເພື່ອປະຕິບັດການບິນທົດລອງ.
    
ນີ້ແມ່ນຖ້ຽວບິນເຕັກນິກມີຄວາມໝາຍສຳຄັນ ກ່ອນທີ່ສະໜາມບິນແຫ່ງນີ້ຕ້ອນຮັບບັນດາຖ້ຽວບິນໂດຍສານທຳອິດໃນວັນທີ 19 ທັນວາ. ເຮືອບິນໄດ້ນຳໃຊ້ແມ່ນ Boeing 787   ຂອງບໍລິສັດການບິນແຫ່ງຊາດ ຫວຽດນາມ (Vietnam Airlines) ໂດຍແມ່ນເຮືອບິນຂະໜາດໃຫຍ່ທີ່ສຸດ ເຊິ່ງບໍລິສັດການບິນແຫ່ງຊາດ ນຳເຂົ້າ ໃຊ້ການຄົ້ນ, ສາມາດບັນຈຸຜູ້ໂດຍສານຫຼາຍທີ່ສຸດ 340 ຄົນ. ຍ້ອນວ່າເຮືອບິນນີ້ແມ່ນຖ້ຽວບິນເຕັກນິກ, ເຮືອບິນພຽງແຕ່ໂດຍສານຈຸບິນ ແລະ ນັກເຕັກນິກ, ພາຍຫຼັງລົງຈອດຈະກັບເມືອນະຄອນໂຮ່ຈີມິນ.

top