ຂ່າວສານ

ເຮົ້າຢາງ ຕ້ອງຫັນກຳລັງບົ່ມຊ້ອນໃຫ້ກາຍເປັນແຫຼ່ງກຳລັງເພື່ອພັດທະນາ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ແຂວງ ເຮົ້າຢາງ ຕ້ອງລັດໜ້າກະແສການລົງທຶນ, ສ້າງບາດກ້າວບຸກທະລຸ, ກຳລັງໜູນໃໝ່ໃຫ້ແກ່ການຟື້ນຟູຢ່າງໄວ, ພັດທະນາເສດຖະກິດ - ສັງຄົມແບບຍືນຍົງ.

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ແຂວງ ເຮົ້າຢາງ ຕ້ອງລັດໜ້າກະແສການລົງທຶນ, ສ້າງບາດກ້າວບຸກທະລຸ, ກຳລັງໜູນໃໝ່ໃຫ້ແກ່ການຟື້ນຟູຢ່າງໄວ, ພັດທະນາເສດຖະກິດ - ສັງຄົມແບບຍືນຍົງ.

   

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່າວຄຳເຫັນຊີ້ນຳກອງປະຊຸມ

ຕອນເຊົ້າວັນທີ 16 ກໍລະກົດ, ຢູ່ນະຄອນ ວິແທັງ, ແຂວງ ເຮົ້າຢາງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນແຂວງ ເຮົ້າຢາງ ປີ 2022.

        ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ແຂວງ ເຮົ້າຢາງ ຕ້ອງລັດໜ້າກະແສການລົງທຶນ, ສ້າງບາດກ້າວບຸກທະລຸ, ກຳລັງໜູນໃໝ່ໃຫ້ແກ່ການຟື້ນຟູຢ່າງໄວ, ພັດທະນາເສດຖະກິດ - ສັງຄົມແບບຍືນຍົງ; ເອົາໃຈໃສ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນ ດຳເນີນທຸລະກິດ, ຈຸດສຸມແມ່ນປະຕິຮູບລະບຽບການບໍລິຫານ, ຫັນລະບຽບການເປັນງ່າຍດາຍ, ສ້າງຄວາມດຶງດູດໃຫ້ແກ່ນັກລົງທຶນ.

        “ເຮົ້າຢາງ ຕ້ອງຫັນກຳລັງບົ່ມຊ້ອນໃຫ້ກາຍເປັນແຫຼ່ງກຳລັງເພື່ອພັດທະນາ. ກຳລັງບົ່ມຊ້ອນນີ້ຕ້ອງກາຍເປັນແຫຼ່ງກຳລັງທາງດ້ານວັດຖຸເພື່ອພັດທະນາແຂວງ ເຮົ້າຢາງ, ປະກອບສ່ວນໃຫ້ແກ່ປະຊາຊົນ ເຮົ້າຢາງ ມີຄວາມອີ່ມໜຳສຳລານ ແລະ ສົມບູນພູນສຸກ, ຫັນຄວາມຄາດຫວັງໃຫ້ກາຍເປັນການກະທຳຢ່າງແທດຈິງ ແລະ ບັນລຸປະສິດທິຜົນ. ຂ້າພະເຈົ້າປາດຖະໜາວ່າ, ແຂວງ ເຮົ້າຢາງ ຈະເສີມຂະຫຍາຍຈິດໃຈກຸ້ມຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງເພື່ອພັດທະນາ”.

        ກ່ຽວກັບວິສາຫະກິດ, ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ:

        “ບັນດານັກລົງທຶນຕ້ອງມີນ້ຳໃຈ, ມີຄວາມໄວ້ເນື້ອເຊື່ອໃຈ ແລະ ມີຄວາມຮູ້ສຶກກັບເຂດດິນແດນແຫ່ງນີ້ ພວກເຮົາຈຶ່ງຜ່ານຜ່າຄວາມຫຍຸ້ງຍາກໄດ້. ຍາມໃດກໍ່ຕ້ອງສ້າງຜົນປະໂຫຍດຂອງວິສາຫະກິດກັບປະຊາຊົນ, ລັດໃຫ້ມີຄວາມດຸ່ນດ່ຽງ ແລະ ກົມກຽວກັນ”.

(ແຫຼ່ງຄັດຈາກ VOV)


top