ຂ່າວສານ

ເຮັດ​ໃຫ້​ການ​ພົວ​ພັນ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ - ລາວ ​ມີ​ປະ​ສິດ​ທິ​ຜົນ, ເລິກ​ເຊິ່ງ​ກ່​ວາ​ອີກ

ໂດຍຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ, ຫງວຽນບ໊າຮຸ່ງ ໄດ້ຢັ້ງຢືນວ່າ: ການຢ້ຽມຢາມດຳເນີນໃນສະພາບການພົວພັນລະຫວ່າງ ຫວຽດນາມ - ລາວ ພວມຢູ່ໃນທ່າພັດທະນາຢ່າງດີງາມ.
  ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນບ໊າຮຸ່ງ (ພາບ: TTXVN)  

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ສປປ.ລາວ ທອງລຸນ ສີສຸລິດ, ວັນທີ 10 ເມສາ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ເລີ່ມຕົ້ນການຢ້ຽມຢາມ ສປປ.ລາວຢ່າງເປັນທາງການໃນເວລາ ສອງວັນ.

ໂດຍຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ, ຫງວຽນບ໊າຮຸ່ງ ໄດ້ຢັ້ງຢືນວ່າ: ການຢ້ຽມຢາມດຳເນີນໃນສະພາບການພົວພັນລະຫວ່າງ ຫວຽດນາມ - ລາວ ພວມຢູ່ໃນທ່າພັດທະນາຢ່າງດີງາມ. ບັນດາຂໍ້ຕົກລົງຂອງການນຳຂັ້ນສູງສອງພັກ, ສອງລັດ, ບັນດາສັນຍາຮ່ວມມືສອງຝ່າຍພວມໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າລະຫວ່າງສອງປະເທດ ແລະ ບັນລຸໄດ້ໝາກຜົນສຳຄັນຫຼາຍຢ່າງໃນທຸກຂົງເຂດ. ເຖິງຢ່າງໃດກໍ່ຕາມ, ສະພາບການໂລກ ແລະ ພາກພື້ນ ພວມມີການຜັນແປຢ່າງສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ກໍ່ຜົນປະທົບຫຼາຍແງ່ມູມຕໍ່ການພົວພັນລະຫວ່າງ ຫວຽດນາມ - ລາວ. ໃນສະພາບການນັ້ນ, ການຢ້ຽມຢາມລາວຂອງທ່ານປະທານປະເທດ ຫວໍວັນເຖືອງ ມີຄວາມໝາຍສຳຄັນທີ່ສຸດ, ສ້າງກຳລັງໜູນຢ່າງແຮງຕໍ່ການເພີ່ມທະວີປະສິດທິຜົນ ແລະ ຄວາມໝັ້ນຄົງຂອງການຮ່ວມມືສອງຝ່າຍ, ປະກອບສ່ວນເຮັດໃຫ້ການພົວພັນຮ່ວມມືຢ່າງຮອບດ້ານລະຫວ່າງ ຫວຽດນາມ ແລະ ລາວ ໃຫ້ມີປະສິດທິຜົນກ່ວາອີກ, ປະກອບສ່ວນເຂົ້າໃນການປັບປຸງສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະ ການຮ່ວມມືໃນພາກພື້ນ ແລະ ໂລກ.


top