ໃນການແລກປ່ຽນກ່ຽວກັບການຮ່ວມມືສອງຝ່າຍໃນໄລຍະຈະມາເຖິງ, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ເຢຍລະມັນ ເລິກເຊິ່ງກວ່າອີກ.
ທ່ານ ເລຮວ່າຍຈຸງ ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໃຫ້ການຕ້ອນຮັບ ທ່ານ Geza Andreas von Geyr ລັດຖະມົນຕີການຕ່າງປະເທດ ສະຫະພັນ ເຢຍລະມັນ (ພາບ: baoquocte.vn)
ຕອນບ່າຍວັນທີ 11 ມິຖຸນາ, ຢູ່ ຮ່າໂນ້ຍ, ທ່ານ ເລຮວ່າຍຈຸງ ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານ Geza Andreas von Geyr ລັດຖະມົນຕີການຕ່າງປະເທດ ສະຫະພັນ ເຢຍລະມັນ ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເປັນປະທານຮ່ວມການໂອ້ລົມສົນທະນາຍຸດທະສາດ ຫວຽດນາມ - ເຢຍລະມັນ ຄັ້ງທີ 8.
ໃນການແລກປ່ຽນກ່ຽວກັບການຮ່ວມມືສອງຝ່າຍໃນໄລຍະຈະມາເຖິງ, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ເຢຍລະມັນ ເລິກເຊິ່ງກວ່າອີກ. ທ່ານລັດຖະມົນຕີການຕ່າງປະເທດ ເລຮວ່າຍຈຸງ ສະເໜີສອງຝ່າຍໝູນໃຊ້ບັນດາທ່າແຮງໜູນຊ່ວຍເຊິ່ງກັນແລະກັນຢ່າງມີປະສິດທິຜົນກວ່າໃນບັນດາຂົງເຂດ ຄື: ການຄ້າການລົງທຶນ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ວິທະຍາສາດ - ເຕັກໂນໂລຢີ, ການສຶກສາ - ບຳລຸງສ້າງ, ການພັດທະນາແຫຼ່ງຊັບພະຍາກອນມະນຸດ…
ສ່ວນທ່ານ Geza Andreas von Geyr ລັດຖະມົນຕີການຕ່າງປະເທດ ຢັ້ງຢືນວ່າ ເຢຍລະມັນ ຖື ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນແຖວໜ້າຂອງ ເຢຍລະມັນ ຢູ່ພາກພື້ນ. ໃນສະພາບການສາກົນ ແລະ ພາກພື້ນມີການຜັນແປທີ່ສັບສົນ, ການພົວພັນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ ຫວຽດນາມ - ເຢຍລະມັນ ມີຄວາມໝາຍສຳຄັນສຳລັບຜົນປະໂຫຍດຂອງສອງປະເທດ ກໍ່ຄືສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ສອງພາກພື້ນ.