ຂ່າວສານ

ເຮັດ​ໃຫ້​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ກາ​ນ​ຮ່ວມ​ມືຫຼາຍ​ດ້ານ​ລະ​ຫວ່າງ ຫວຽດ​ນາມ ແລະ ລຸກ​ຊຳ​ບວກ ເລິກ​ເຊິ່ງ​ຂຶ້ນ​ຕື່ມ

ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການໃນຕອນເຊົ້າວັນທີ 4 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ລຸກຊຳບວກ Xavier Bettel.
  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ລຸກຊຳບວກ Xavier Bettel (ພາບ: VGP)  

ທີ່ການພົບປະເຈລະຈາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕີລາຄາວ່າ ການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ Xavier Bettel ມີຄວາມໝາຍທີ່ສຸດ, ໂດຍສະເພາະແມ່ນໃນສະພາບການທີ່ສອງປະເທດພວມສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 50 ປີ (15/11/1973 – 15/11/2023) ແລະ ຢັ້ງຢືນຄວາມປາດຖະໜາ ແລະ ຄວາມຕັດສິນໃຈຂອງທັງສອງປະເທດ ທີ່ວ່າຢາກນຳການພົວພັນລະຫວ່າງສອງປະເທດກ້າວເຂົ້າສູ່ໄລຍະພັດທະນາໃໝ່, ເຂົ້າສູ່ລວງເລິກ, ມີປະສິດທິຜົນ, ແທດຈິງ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕີລາຄາສູງບັນດາບາດກ້າວພັດທະນາຢ່າງຕັ້ງໜ້າໃນການແລກປ່ຽນດ້ານເສດຖະກິດ, ການຄ້າລະຫວ່າງສອງປະເທດ, ໂດຍສະເພາະແມ່ນໃນຂົງເຂດລົງທຶນ ເມື່ອ ລຸກຊຳບວກ ແມ່ນປະເທດລົງທຶນໃຫຍ່ອັນດັບທີ 3 ຂອງ ເອີຣົບ ຢູ່ ຫວຽດນາມ ດ້ວຍຍອດເງິນລົງທຶນບັນລຸ 2,6 ຕື້ USD.

        ສ່ວນທ່ານນາຍົກລັດຖະມົນຕີ Xavier Bettel ກໍເຫັນດີເປັນເອກະພາບຕໍ່ເລື່ອງຊຸກຍູ້ບັນດາປະເທດ ສະຫະພາບເອີຣົບ (ອີຢູ) ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - ສະຫະພາບເອີຣົບ (EVIPA) ໂດຍໄວ; ສະໜັບສະໜູນເພີ່ມທະວີການຮ່ວມມືລະຫວ່າງສະຫະພາບເອີຣົບ - ຫວຽດນາມ ກ່ຽວກັບການພັດທະນາອາຊີບຈັບຫາປາແບບຍືນຍົງ ແລະ ຄະນະກຳມະການເອີຣົບ (EC) ຍົກເລີກບັດເຫຼືອງ IUU ໂດຍໄວ. ທ່ານນາຍົກລັດຖະມົນຕີ Xavier Bettel ສະໜັບສະໜູນການເພີ່ມຈຳນວນທຶນການສຶກສາໃຫ້ແກ່ນັກສຶກສາ ຫວຽດນາມ ໄປຮຽນຢູ່ ລຸກຊຳບວກ.

        ນາຍົກລັດຖະມົນຕີສອງທ່ານເຫັນດີກ່ຽວກັບມາດຕະການຕ່າງໆ ເພື່ອຍູ້ແຮງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ເຮັດໃຫ້ການພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານລະຫວ່າງສອງປະເທດໃຫ້ເລິກເຊິ່ງກວ່າອີກ, ຄົ້ນຄວ້າສ້າງຕັ້ງກົນໄກຮ່ວມມືໃໝ່ທີ່ເໝາະສົມກັບກຳລັງບົ່ມຊ້ອນ, ຄວາມຕ້ອງການຮ່ວມມື, ພັດທະນາລະຫວ່າງສອງປະເທດ. ນາຍົກລັດຖະມົນຕີສອງທ່ານກໍຢັ້ງຢືນວ່າ ຈະສືບຕໍ່ສົມທົບ, ສະໜັບສະໜູນເຊິ່ງກັນແລະກັນຢູ່ເວທີປາໄສ ແລະ ອົງການຈັດຕັ້ງສາກົນຕ່າງໆ ເພື່ອແນໃສ່ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.

        ຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ Xavier Bettel  ເປັນສັກຂີພິຍານພິທີລົງນາມໃນເອກະສານຮ່ວມມືດ້ານການເງິນ, ພິເສດແມ່ນ ຂໍ້ຕົກລົງຄູ່ຮ່ວມມືຍຸດທະຍາດ ວ່າດ້ວຍການເງິນສີຂຽວ ລະຫວ່າງກະຊວງການເງິນສອງປະເທດ.

ພາຍຫຼັງການພົບປະເຈລະຈາ, ນາຍົກລັດຖະມົນຕີສອງປະເທດ ກໍພົບປະກັບສື່ມວນຊົນເພື່ອແຈ້ງໃຫ້ຊາບກ່ຽວກັບໝາກຜົນຂອງການພົບປະເຈລະຈາດັ່ງກ່າວ.

 


top