ຂ່າວສານ

ເຮັດ​ໃຫ້​ການ​ພົວ​ພັນ ຈີນ - EU ເລິກ​ເຊິ່ງ​ກ່​ວາ​ອີກ

ປະຫວັດສາດໄດ້ພິສູດເປັນຫຼາຍຄັ້ງວ່າ ເມື່ອມີຄວາມເຄົາລົບ, ຄວາມເຂົ້າໃຈເຊິ່ງກັນແລະ ກັນ ແລະ ເປີດອົກເປີດໃຈ, ການຮ່ວມມື ຈີນ - EU ກໍ່ຈະດຳເນີນໄປຢ່າງສະດວກ ແລະ ນຳມາເຊິ່ງຜົນປະໂຫຍດ.
ກອງປະຊຸມສຸດຍອດ ຈີນ - EU ຄັ້ງທີ 25 (ພາບ: ANDRES MARTINEZ CASARES/REUTERS)

ກອງປະຊຸມສຸດຍອດ ຈີນ - EU ຄັ້ງທີ 25 ໄດ້ດຳເນີນໃນວັນທີ 24 ກໍລະກົດ, ຢູ່ປັກກິ່ງ, ຈີນ ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽງ, ທ່ານປະທານສະພາເອີລົບ Antonio Costa ແລະ ທ່ານປະທານຄະນະກຳມະການເອີລົບ (EC) ນາງ Ursula von der Leyen. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫຼີຊຽງຖືວ່າໃນໄລຍະ 50 ປີຜ່ານມາ ນັບແຕ່ເວລາສ້າງຕັ້ງການພົວພັນທາງການທູດ, ການພົວພັນຈີນ - EU ສະແດງໃຫ້ເຫັນການພັດທະນາສັງລວມທີ່ເປັນປົກກະຕິ ແລະ ບັນລຸໄດ້ຫຼາຍໝາກຜົນທີ່ດີງາມ, ນຳມາເຊິ່ງຜົນປະໂຫຍດອັນແທ້ຈິງມາໃຫ້ປະຊາຊົນສອງປະເທດ. ປະຫວັດສາດໄດ້ພິສູດເປັນຫຼາຍຄັ້ງວ່າ ເມື່ອມີຄວາມເຄົາລົບ, ຄວາມເຂົ້າໃຈເຊິ່ງກັນແລະ ກັນ ແລະ ເປີດອົກເປີດໃຈ, ການຮ່ວມມື ຈີນ - EU ກໍ່ຈະດຳເນີນໄປຢ່າງສະດວກ ແລະ ນຳມາເຊິ່ງຜົນປະໂຫຍດ. ກົງກັນຂ້າມ, ເມື່ອການພົວພັນມີການຂາດວັກຂາດຕອນ, ການຮ່ວມມືລະຫວ່າງສອງຝ່າຍຈະຖືກຢຸດສະງັກ ແລະ ກໍ່ຜົນເສຍຫາຍຕໍ່ທັງສອງຝ່າຍ.


top