ຄົ້ນພົບ

ເຮັດໃຫ້ ຮູບແຕ້ມ ຮ່າງຈົ໋ງ ມີສີສັນໃໝ່ ຈາກວັດສະດຸ ມູນເຊື້ອ

ແຕ່ໃດໆ ມາ ຮູບແຕ້ມ ຮ່າງຈົ໋ງ ໄດ້ເປັນທີ່ຮູ້ຈັກວ່າ ເປັນໜຶ່ງ ໃນ ບັນດາປະເພດຮູບແຕ້ມພື້ນເມືອງ ທີ່ມີຊື່ສຽງ ຂອງ ແຖບດິນ ທັງລອງ - ຮ່າໂນ້ຍ. ເຖິງຢ່າງໃດກໍຕາມ, ຕໍ່ໜ້າຊີວິດ ທີ່ທັນສະໄໝ, ຮູບແຕ້ມພື້ນເມືອງນີ້ ຄ່ອຍໆ ຖືກຫຼົງລືມໄປ ໃນເຂດຕົວເມືອງ. ດ້ວຍຄວາມມຸ່ງຫວັງ ນຳຮູບແຕ້ມ ຮ່າງຈົ໋ງ ກັບຄືນສູ່ ສິລະປະ ຍຸກໃໝ່, ບັນດາຄູອາຈານ ແລະ ນັກສຶກສາ ມະຫາວິທະຍາໄລ ວິຈິດສິນ ຫວຽດນາມ ໄດ້ດຳເນີນ ໂຄງການ “ຈາກປະ ເພນີ ສູ່ ປະເພນີ”  ດ້ວຍການເຮັດໃຫ້ ປະເພດຮູບແຕ້ມ ພື້ນ ເມືອງນີ້ ມີສີສັນໃໝ່ ຈາກວັດສະດຸ ຄືແພໄໝ ແລະ ສີຂັດມັນ ຂອງ ຫວຽດນາມ. 
ຈິດຕະກອນ ຫງວຽນເຖ໋ເຊີນ, ສະມາຊິກ ໂຄງການ “ຈາກປະ ເພນີ ສູ່ປະເພນີ” ໃຫ້ຮູ້ວ່າ: ກ່ອນປີ 1954, ຢູ່ຄຸ້ມຖະໜົນ ຮ່າງຈົ໋ງ ຄັບຄາໜາແໜ້ນ ໄປດ້ວຍ ຜູ້ຂາຍ - ຜູ້ຊື້ ກອງ ແລະ ຮູບແຕ້ມ. ຊາວ ຮ່າໂນ້ຍ ມີຄວາມນິຍົມ ແຂວນຮູບແຕ້ມ ຮ່າງຈົ໋ງ ຢູ່ເຮືອນຂອງຕົນ. ເຖິງຢ່າງໃດກໍຕາມ, ຫຼັງປີ 1954, ຄວາມມັກນັ້ນ ຄ່ອຍໆ ຫຼຸດລົງ. ມາຮອດປັດຈຸບັນ, ມີພຽງ ສິລະປິນ ເລດິ່ງງຽມ ຜູ້ທີ່ໄດ້ພະຍາຍາມ ໃນການ ອະນຸລັກ ຮັກສາ ປະເພດຮູບແຕ້ມພື້ນເມືອງນີ້. ນັກຈິດຕະກອນ ຫງວຽນເຖ໋ເຊີນ, ຈ້ຽວຄັກຕ໋ຽນ ພ້ອມກັບ ເພື່ອນນັກສຶກສາ ໄດ້ເລີ່ມປະຕິບັດ ໂຄງການ “ຈາກ ປະເພນີ ສູ່ປະເພນີ” ແຕ່ເດືອນ ກັນຍາ ປີ 2020 ໂດຍໄດ້ຮັບການສະໜັບສະໜູນ ແລະ ແນະນໍາ ຈາກນັກສິລະປິນ ເລດິ່ງງຽນ.

ໂຄງການ “ຈາກປະເພນີ ສູ່ປະເພນີ” ໄດ້ຈັດງານວາງສະແດງ ຜົນງານ ທີ່ເຮັດດ້ວຍ ແພໄໝ ແລະ ສີຂັດມັນ ຂອງ ນັກສຶກສາ ເກືອບ 30 ຄົນ ເປັນຄັ້ງທໍາອິດ ໃນທ້າຍປີ 2020 ແລະ ໄດ້ຮັບ ຜົນສໍາເລັດເກີນຄາດ, ໂດຍມີຜູ້ເຂົ້າມາຢ້ຽມຊົມ ດ້ວຍຈໍານວນ 2000 ເທື່ອຄົນ. ພາຍຫຼັງໄດ້ຮັບຜົນສຳເລັດຈາກງານວາງສະແດງຄັ້ງກ່ອນ, ໂຄງການ “ຈາກປະເພນີ ສູ່ປະເພນີ” ໄດ້ສືບຕໍ່ ຈັດງານວາງສະແດງ ຢູ່ ສາລາ ນາມ (ຮ່າໂນ້ຍ) ຊຶ່ງແກ່ຍາວ ຈົນ ທ້າຍເດືອນ ມີນາ 2021. ບັນດາຮູບແຕ້ມ ເຫຼົ່ານີ້ ລ້ວນແຕ່ໄດ້ ນັກຈິດຕະກອນໜຸ່ມ ຮັບແຮງບັນດານໃຈ ຈາກຮູບແຕ້ມ ຮ່າງຈົ໋ງ. 


ບັນດາສະມາຊິກໂຄງການ “ຈາກປະເພນີ ສູ່ປະເພນີ” ຮູບແຕ້ມ ຮ່າງຈົ໋ງ ດ້ວຍສີຂັດມັນ. ພາບ: ໂຄງການ “ຈາກປະເພນີ ສູ່ ປະ ເພນີ”  ສະໜອງໃຫ້
 

ເຕັກນິກການຂັດລາຍດອກ ຮູບແຕ້ມ ຮ່າງຈົ໋ງ. ພາບ: ໂຄງການ “ຈາກປະເພນີ ສູ່ປະເພນີ” ສະໜອງໃຫ້
 

ເນື້ອໃນ ຂອງ ຮູບແຕ້ມພື້ນເມືອງ ຮ່າງຈົ໋ງ ຢ່າງມີຊີວິດຊີວາ ດ້ວຍເຕັກນິກສີຂັດມັນ. ພາບ: ໂຄງການ “ຈາກປະເພນີ ສູ່ ປະ ເພນີ” ສະໜອງໃຫ້
 

ຮູບແຕ້ມພື້ນເມືອງ ຮ່າງຈົ໋ງ ເທິງແພໄໝ. ພາບ: ໂຄງການ“ຈາກ ປະເພນີ ສູ່ ປະເພນີ” ສະໜອງໃຫ້
 

ບັນດາສະມາຊິກໃນໂຄງການ “ຈາກປະເພນີ ສູ່ປະເພນີ”  ຮູບ ແຕ້ມພື້ນເມືອງ ຮ່າງຈົ໋ງ ເທິງແພໄໝ ເພື່ອກຽມຈັດງານວາງສະແດງ. ພາບ: ໂຄງການ “ຈາກປະເພນີ ສູ່ປະເພນີ” ສະໜອງໃຫ້
 

ຮູບແຕ້ມພື້ນເມືອງ ຮ່າງຈົ໋ງ ເທິງແພໄໝ ດ້ວຍຄວາມພິຖີພິຖັນ. ພາບ: ໂຄງການ “ຈາກປະເພນີ ສູ່ປະເພນີ” ສະໜອງໃຫ້
 
ຮູບແຕ້ມພື້ນເມືອງ ຮ່າງຈົ໋ງ ເທິງໂຄມໄຟ. ພາບ: ໂຄງການ “ຈາກປະເພນີ ສູ່ປະເພນີ” ສະໜອງໃຫ້
 

ຂະບວນການ ປະຕິບັດ ວຽກງານກະກຽມ ຈັດງານວາງສະແດງຂອງ ນັກສຶກສາ ມະຫາວິທະຍາໄລສິຈິດສິນ ຫວຽດນາມ. ພາບ: ເອກະສານຂອງໂຄງການ “ຈາກປະເພນີ ສູ່ ປະເພນີ”
 



ນັກທ່ອງທ່ຽວ ມາຢ້ຽມຊົມ ງານວາງສະແດງ ຂອງ ໂຄງການ “ຈາກປະເພນີ ສູ່ປະເພນີ”. ພາບ: ກົງດາດ


ຮູບແຕ້ມພື້ນເມືອງ ຮ່າງຈົ໋ງ ເທິງວັດສະດຸ ທີ່ແຕກຕ່າງກັນ ໄດ້ ດຶງດູດ ຜູ້ຮັກມັກ ຮູບແຕ້ມ ພື້ນເມືອງ ມາຊົມງານວາງສະແດງ. ພາບ: ກົງດາດ

ຈິດຕະກອນ ຈ້ຽວຄັກຕ໋ຽນ ໃຫ້ຮູ້ວ່າ ມີຄວາມຄ້າຍຄືກັນຫຼາຍຢ່າງ ລະຫວ່າງ ຮູບແຕ້ມ ຮ່າງຈົ໋ງ ກັບສິລະປະແຕ້ມສີຂັດມັນ ແລະ ແຕ້ມຢູ່ເທິງແພໄໝ. ພິເສດ ຮູບແຕ້ມ ຮ່າງຈົ໋ງ ໃຊ້ລວດ ລາຍທີ່ລະອຽດອ່ອນທີ່ສຸດ, ຄ້າຍຄືກັບເຕັກນິກການແຕ້ມຮູບ ສີຂັດມັນ. ດ້ວຍຈິດໃຈ ຢາກໃຫ້ຜູ້ຊົມ ມີຄວາມຮູ້ເພີ່ມຕື່ມ ກ່ຽວກັບເລື່ອງເກົ່າ ແລະ ໃໝ່ ຫຼາຍຂຶ້ນ, ຮູບແຕ້ມ ແຕ່ລະແຜ່ນ ລ້ວນມີຄຳແນະນຳ ແນວຄິດ ຂອງຮູບແຕ້ມນັ້ນ ມາຈາກແຮງບັນດານໃຈ ຈາກຮູບແຕ້ມໃດ ເພື່ອໃຫ້ຜູ້ຊົມເຂົ້າໃຈ.


ໃນນີ້ສາມາດກ່າວ ເຖິງບາງຮູບແຕ້ມເຊັ່ນ: “ນົກຍູງ”, “ຫຼີ ງື ວ້ອງ ງວຽດ” (ປາໄນຊົມພະຈັນ) ຂອງຈິດຕະກອນ ຫງວຽນທິຍື ກີ່ວນ ພາຍຫຼັງໄດ້ສັງເກດ ແລະ ເຫັນວ່າ ຮູບແຕ້ມ ຮ່າງຈົ໋ງ ແລະ ຮູບ ແຕ້ມສີຂັດມັນ ມີຫຼາຍຈຸດຄ້າຍຄືກັນ ນັບແຕ່ການປ່ຽນ ຂອງ ສີ ສັນ ຕະຫຼອດຮອດ ຄວາມພິຖີພິຖັນ ໃນການແຕ້ມຮູບ, ພິເສດແມ່ນລາຍລະອຽດ ຂອງ ຮູບແຕ້ມ ຮ່າງຈົ໋ງ ແມ່ນເໝາະສົມທີ່ສຸດ ສຳລັບການແຕ້ມຮູບ ສີຂັດມັນ. ເພາະສະນັ້ນ, ນັກຈິດຕະກອນ ຫງວຽນທິຍືກີ່ວນ ໄດ້ນໍາໃຊ້ຮູບແຕ້ມ ຮ່າງຈົ໋ງ ປະສານສົມທົບ ກັບ ເຕັກນິກ ແຕ້ມຮູບສີຂັດມັນ ເພື່ອ ເຮັດໃຫ້ຮູບແຕ້ມ ຮ່າງຈົ໋ງ ມີສີສັນໃໝ່ ແລະ ສົດໃສ ນຳມາ ເຊິ່ງຄວາມຮູ້ສຶກໃໝ່ ໃຫ້ແກ່ ຜູ້ຊົມ.

ຫຼື ຮູບແຕ້ມ “ທວນຄືນສູ່ຄວາມຊົງຈຳ” ຂອງນັກຈິດຕະກອນ ຫງວຽນເກີ໊ມຍູງ ເປັນຜູ້ປະດິດສ້າງ ເພື່ອໃຫ້ຜູ້ຊົມ ກັບຄືນສູ່ ຮີດ ເກົ່າຄອງເດີມ, ຟື້ນຄືນວັດທະນະທຳ ພື້ນເມືອງ ໂດຍຜ່ານບັນ ດາຮູບພາບທີ່ແກວ່ນເຄີຍ ຂອງບັນດາຮູບແຕ້ມ “ຄູ ຄັນຄາກ”, “ປາໄນ ກາຍເປັນມັງກອນ”...

ທ່ານ ຫງວຽນເຖເຊີນ ໃຫ້ຮູ້ຕື່ມວ່າ ໂຄງການ “ຈາກປະເພນີ ສູ່ ປະເພນີ” ເໝືອນດັ່ງສາຍເຊື່ອມຕໍ່ ລະຫວ່າງ ນັກຈິດຕະກອນ ຮູບແຕ້ມພື້ນເມືອງ ຮ່າງຈົ໋ງ ແລະ ນັກສິລະປິນໜຸ່ມ. ໂຄງການ ດັ່ງກ່າວ ບໍ່ພຽງແຕ່ ມີຄວາມໝາຍວ່າ ເປັນໂຄງການ ສິລະປະ ເທົ່ານັ້ນ, ມັນຍັງເປັນໂຄງການ ກ່ຽວກັບ ດ້ານສະຖາ ປັດຕະຍະ ກຳ ເມື່ອຈັດຂຶ້ນ ໃນບັນຍາກາດ ຂອງ ຫໍສາລາ ທີ່ມີຄວາມຕິດ ພັນ ກັບ ປະຫວັດສາດ ຂອງ ຮູບແຕ້ມ ພື້ນເມືອງ ຮ່່າງຈົ໋ງ.



Tຮູບແຕ້ມ ສຳລັບການຕົກແຕ່ງໃນໂອກາດປີໃໝ່, ໃຊ້ສີນໍ້າ ເທິງ ເຈ້ຍ. ພາບ: ກົງດາດ


 
ຮູບແຕ້ມ “ຫຼີ ງື ວ້ອງ ງວຽດ”, ເທິງເຈ້ຍພື້ນເມືອງ. ພາບ: ກົງດາດ

ຮູບແຕ້ມ “ເດ້ເຍິດເຖື້ອງທຽນ-ເດ້ຍີ້ເຖື້ອງງ່ານ”, ຂະໜາດ 25x35 ຊມ ຂອງ ຈິດຕະກອນ ເຈິ່ນຮົ່ງແອັງ, ສຳເລັດໃນປີ 2020. ພາບ: ກົງດາດ


ຮູບແຕ້ມ  “ໂຮ້ຟາບຂວຽນເຕີມອານ”, ຂະໜາດ 60x80ຊມ ຂອງ ນັກຈິດຕະກອນ ເຈິ່ນແກັດ. ພາບ: ກົງດາດ


ຮູບແຕ້ມ "ແມ່ພະຍາ" ຂະໜາດ 42x60 ຊມ ຂອງ ນັກຈິດຕະກອນ ຟ້າມຕວ໋ນແອັງ. ພາບ: ກົງດາດ


ຮູບແຕ້ມ “ພະເຈົ້າຜູ້ປົກປ້ອງ” ຂອງ ນັກຈິດຕະກອນ ດ່າມຮົ່ງ ເຢືອງ. ພາບ: ກົງດາດ


ຮູບແຕ້ມ ເທິງຜ້າໄໝ ຊຸດໜຶ່ງ ໃນຜົນງານ “ກັນ 2”  ຂອງ ນັກຈິດຕະກອນ ຮວ່າງທິຫວຽດເຮືອງ. ພາບ: ກົງດາດ








ບາງຮູບແຕ້ມພື້ນເມືອງ ໃຊ້ເຕັກນິກເຄືອບສີ ເທິງວັດສະດຸ ທີ່ ແຕກຕ່າງກັນ. ພາບ: ກົງດາດ


ຮູບແຕ້ມ “ຈ໋ອງ 2” ຂອງ ນັກຈິດຕະກອນ ເຈືອງຮ່ວາງຫາຍ ແລະ ເຈິ່ນທິທູຫ໋າວ. ພາບ: ກົງດາດ


ຮູບແຕ້ມ “ບວກ ລົບ ກົມກຽວກັນ” ຂອງ ນັກຈິດຕະກອນ ດ່າມທິ ຮົ່ງເຢືອງ. ພາບ: ກົງດາດ
 
ບົດ: ເງິນຮ່າ - ແປໂດຍ: ບິກລຽນ
ພາບ: ກົງດາດ ແລະ ເອກະສານຂອງໂຄງການ “ຈາກປະເພນີ ສູ່ປະເພນີ” ສະໜອງໃຫ້


top