ຂ່າວສານ

ເອົາໃຈໃສ່ໜູນຊ່ວຍກຳມະກອນໃຫ້ຜູ້ອອກແຮງງານເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດປີເມວ 2023

ໃນໂອກາດບຸນເຕັດປີນີ້, ວິສາຫະກິດຫຼາຍແຫ່ງໃນບໍລິເວນນະຄອນຫຼວງ ຈະສົມທົບພ້ອມກັບກຳມະບານ ຜັນຂະຫຍາຍບັນດາການເຄື່ອນໄຫວເອົາໃຈໃສ່ໜູນຊ່ວຍສະມາຊິກກຳມະບານ, ຜູ້ອອກແຮງງານຜ່ານການຢື້ຢາມຖາມຂ່າວ
  ຜູ້ຕາງໜ້າສະຫະພັນແຮງງານນະຄອນຫຼວງ ມອບຂອງຂວັນໃຫ້ແກ່ບັນດາເປົ້າໝາຍນະໂຍບາຍ (ພາບ:hanoimoi.com.vn)  

ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດປີເມວ 2023, ວັນທີ 4 ມັງກອນ, ການນຳສະຫະພັນແຮງງານນະຄອນ ຮ່າໂນ້ຍ ໄດ້ໄປຢ້ຽມຢາມ, ມອບຂອງຂວັນ ແລະ ອວຍພອນບຸນເຕັດ ສະມາຊິກກຳມະບານ, ຜູ້ອອກແຮງງານທີ່ເຮັດວຽກຢູ່ບາງຫົວໜ່ວຍໃນບໍລິເວນນະຄອນຫຼວງ. ໃນໂອກາດບຸນເຕັດປີນີ້, ວິສາຫະກິດຫຼາຍແຫ່ງໃນບໍລິເວນນະຄອນຫຼວງ ຈະສົມທົບພ້ອມກັບກຳມະບານ ຜັນຂະຫຍາຍບັນດາການເຄື່ອນໄຫວເອົາໃຈໃສ່ໜູນຊ່ວຍສະມາຊິກກຳມະບານ, ຜູ້ອອກແຮງງານຜ່ານການຢື້ຢາມຖາມຂ່າວ, ມອບຂອງຂວັນບຸນເຕັດ; ຈ່າຍເງິນເດືອນ, ເງິນບຳເນັດບຸນເຕັດ, ໜູນຊ່ວຍດ້ານຍານພາຫະນະສົ່ງ - ຮັບຜູ້ອອກແຮງງານກັບໄປຕ້ອນຮັບປີໃໝ່ຢູ່ບ້ານ ແລະ ກັບຄືນມາເຮັດວຽກ; ໜູນຊ່ວຍຜູ້ອອກແຮງງານທີ່ເຮັດວຽກໃນຍາມບຸນເຕັດ…

ຢູ່ແຂວງ ບັກຢາງ, ສະຫະພັນແຮງງານແຂວງ ໄດ້ຫັກຈຳນວນເງິນເກືອບ 3,6 ຕື້ດົ່ງ ເພື່ອມອບຂອງຂວັນ 7200 ພູດໃຫ້ບັນດາສະມາຊິກກຳມະບານ, ຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກ…

ວັນທີ 4 ມັງກອນ, ຢູ່ ສະໜາມຫຼວງ ໃຈກາງເມືອງ ຢີລິງ, ສະຫະພັນແຮງງານແຂວງ ເລິມດົ່ງ ໄດ້ສົມທົບກັບບັນດາຫົວໜ່ວຍຈັດ ລາຍການ “ບຸນເຕັດແຫ່ງການເຕົ້າໂຮມ”, ມອບຂອງຂວັນນັບຮ້ອຍພູດໃຫ້ກຳມະກອນ, ຜູ້ອອກແຮງງານ ແລະ ບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກເມືອງ ຢີລີງ.

ໃນລະຫວ່າງວັນທີ 4 ແລະ 5 ມັງກອນ, ຢູ່ເຂດອຸດສາຫະກຳ ຈ່ານອກ 1, ເມືອງ ບິ່ງຖຸຍ, ນະຄອນ ເກິ່ນເທີ ໄດ້ຈັດລາຍການ “ຕະຫຼາດບຸນເຕັດຂອງກຳມະບານປີ 2023”.


top