ຂ່າວສານ

ເອົາໃຈໃສ່, ຫນູນຊ່ວຍໃຫ້ກຳມະກອນ, ຜູ້ອອກແຮງງານປະສົບກັບຄວາມຫຍຸ້ງຍາກຢູ່ ແຂວງ ບາກລຽວ ໄດ້ຕ້ອນຮັບບຸນເຕັດຢ່າງອົບອຸ່ນ

ທ່ານ ຫວໍວັນຢູ໋ງ ແບ່ງປັນ ແລະ ລະດົມກຳລັງໃຈກຳມະກອນໃຫ້ມີຄວາມມານະພະຍາຍາມກວ່າອີກໃນການອອກແຮງງານ, ການຜະລິດ, ຜ່ານຜ່າຄວາມຫຍຸ້ງຍາກ, ບືນຕົວຂຶ້ນໃນຊີວິດ
   ທ່ານ ຫວໍວັນຢູ໋ງ, ຮອງຫົວຫນ້າ ຜູ້ປະຈຳການ ຄະນະການເມືອງພາຍໃນ ມອບຂອງຂວັນໃຫ້ກຳມະກອນ.(ພາບ: TTXVN)  
ຕອນບ່າຍວັນທີ 20  ມັງກອນ, ຢູ່ ສະຫະພັນແຮງງານແຂວງ ບາກລຽວ,  ທ່ານ ຫວໍວັນຢູ໋ງ, ຮອງຫົວຫນ້າ ຜູ້ປະຈຳການ ຄະນະການເມືອງພາຍໃນ ໄດ້ມີການພົບປະ, ອວຍພອນບຸນເຕັດ ແລະມອບຂອງຂວັນໃຫ້ກຳມະກອນ, ຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກ. ກ່າວຄຳເຫັນທີ່ພິທີ, ທ່ານ ຫວໍວັນຢູ໋ງ ແບ່ງປັນ ແລະ ລະດົມກຳລັງໃຈກຳມະກອນໃຫ້ມີຄວາມມານະພະຍາຍາມກວ່າອີກໃນການອອກແຮງງານ, ການຜະລິດ, ຜ່ານຜ່າຄວາມຫຍຸ້ງຍາກ, ບືນຕົວຂຶ້ນໃນຊີວິດ ພ້ອມທັງອວຍພອນໃຫ້ກຳມະກອນ, ຜູ້ອອກແຮງງານໝົດທຸກຄົນ ປີໃຫມ່ ມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ. ເນື່ອງໃນໂອກາດນີ້ ທ່ານ ຫວໍວັນຢູ໋ງ ໄດ້ມອບຂອງຂວັນ 100 ພູດໃຫ້ກຳມະກອນ, ຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກ.

top