ຂ່າວສານ

ເອີ​ຣົບ ແມ່ນ​ພາກ​ພື້ນ​ຖືກ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 ຫຼາຍ​ທີ່​ສຸດ

ໃນ 24 ຊົ່ວໂມງຜ່ານມາ, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດເກືອບ 1 ລ້ານຄົນ.

ໃນ 24 ຊົ່ວໂມງຜ່ານມາ, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດເກືອບ 1 ລ້ານຄົນ.

   

ຢູ່ໂຮງໝໍແຫ່ງໜຶ່ງ ຢູ່ ອາເມລິກາ (ພາບ: AFP/ TTXVN)

ຕາມເວັບໄຊສະຖິຕິ worldometers.info  ແລ້ວ, ນັບແຕ່ເວລາ 1 ໂມງເຊົ້າຂອງວັນທີ 21 ມີນາ ຕາມເວລາ UTC, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ເກືອບ 471 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດເກືອບ 6,2 ລ້ານຄົນ. ໃນ 24 ຊົ່ວໂມງຜ່ານມາ, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດເກືອບ 1 ລ້ານຄົນ ແລະ ຜູ້ເສຍຊີວິດເກືອບ 2.200 ຄົນ. ເອີຣົບ ແມ່ນພາກພື້ນຖືກຜົນກະທົບຫຼາຍທີ່ສຸດ, ປັດຈຸບັນ ຢັ້ງຢືນມີຜູ້ຕິດເຊື້ອເກືອບ 170 ລ້ານຄົນ ແລະ ຜູ້ເສຍຊີວິດເກືອບ 1 ລ້ານຄົນ, ອາເມລິກາ ແມ່ນປະເທດຖືກຜົນສະທ້ອນຢ່າງໜັ້ກທີ່ສຸດຈາກໂລກລະບາດດັ່ງກ່າວ. ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.

ສ່ວນຢູ່ ຫວຽດນາມ, ຕາມແຫຼ່ງຂ່າວຈາກກະຊວງສາທາລະນະສຸກ ຫວຽດນາມ ໃນວັນທີ 21 ມີນາ ແລ້ວ, ນັບແຕ່ເວລາ 16 ໂມງຂອງວັນທີ 20 ຫາເວລາ 16 ໂມງຂອງວັນທີ 21 ມີນາ, ຫວຽດນາມ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ຕື່ມອີກ 131.713 ຄົນ, ປິ່ນປົວຫາຍດີເປັນປົກກະຕິໃຫ້ 179.640 ຄົນ, ມີຜູ້ເສຍຊີວິດ 69 ຄົນ.

(ແຫຼ່ງຄັດຈາກ VOV)


top