ຂ່າວສານ ເອີລົບ ປະເຊີນໜ້າກັບລາຄາອາວຸດເພີ່ມຂຶ້ນສູງ 18/05/2026 ວັນທີ 16 ພຶດສະພາ, ທ່ານ Hanno Pevkur ລັດຖະມົນຕີປ້ອງກັນຊາດ Estonia, ໃຫ້ຮູ້ວ່າ ບັນດາປະເທດ ເອີລົບ ພວມເຫັນປະຈັກຕາລາຄາອາວຸດເພີ່ມຂຶ້ນສູງ ໃນສະພາບການທີ່ອົງການ ນາໂຕ ໄດ້ເພີ່ມທະວີດັດຊະນີປ້ອງກັນຊາດ. ຕົວຈິງໃຫ້ເຫັນວ່າ ລາຄາບາງປະເພດສິນຄ້າດ້ານການກະຫານໄດ້ເພີ່ມຂຶ້ນປະມານ 50%, ຊ້ຳບໍ່ໜຳແມ່ນ 60% ເມື່ອທຽບກັບ 2 ປີກ່ອນ. ການເພີ່ມຂຶ້ນຢ່າງກະທັນຫັນຂອງອາວຸດ ແລະ ບັນດາປະເພດສິນຄ້າດ້ານການທະຫານ ພວມເຮັດໃຫ້ແຜນການໃຊ້ຈາຍປ້ອງກັນຊາດຂອງ ນາໂຕ ຖືກສັບສົນ ໃນສະພາບການ ເອີລົບ ຖືກກົດດັນຕ້ອງປະກອບອາວຸດຄືນໃໝ່. ເອີລົບ ກໍ່ພວມຕ້ອງແບກຫາບເງິນອຸປະຖຳໃຫ້ແກ່ ຢູແກຼນ ສ່ວນຫຼາຍ ໃນການປະທະກັນກັບ ລັດເຊຍ ຂະນະທີ່ ອາເມລິກາ ໄດ້ຫັນຈຸດສຸມໄປຍັງເຂດອື່ນ. ແຕ່ຂະແໜງອຸດສາຫະກຳປ້ອງກັນຊາດ ເອີລົບ ພັດບໍ່ທັນກຽມພ້ອມການລົງທຶນເປີດກ້ວາງການຜະລິດ ກ່ອນທີ່ບັນດາລັດຖະບານ ເຊັນສັນຍາທາງການ.

ວັນທີ 16 ພຶດສະພາ, ທ່ານ Hanno Pevkur ລັດຖະມົນຕີປ້ອງກັນຊາດ Estonia, ໃຫ້ຮູ້ວ່າ ບັນດາປະເທດ ເອີລົບ ພວມເຫັນປະຈັກຕາລາຄາອາວຸດເພີ່ມຂຶ້ນສູງ ໃນສະພາບການທີ່ອົງການ ນາໂຕ ໄດ້ເພີ່ມທະວີດັດຊະນີປ້ອງກັນຊາດ. ຕົວຈິງໃຫ້ເຫັນວ່າ ລາຄາບາງປະເພດສິນຄ້າດ້ານການກະຫານໄດ້ເພີ່ມຂຶ້ນປະມານ 50%, ຊ້ຳບໍ່ໜຳແມ່ນ 60% ເມື່ອທຽບກັບ 2 ປີກ່ອນ. ການເພີ່ມຂຶ້ນຢ່າງກະທັນຫັນຂອງອາວຸດ ແລະ ບັນດາປະເພດສິນຄ້າດ້ານການທະຫານ ພວມເຮັດໃຫ້ແຜນການໃຊ້ຈາຍປ້ອງກັນຊາດຂອງ ນາໂຕ ຖືກສັບສົນ ໃນສະພາບການ ເອີລົບ ຖືກກົດດັນຕ້ອງປະກອບອາວຸດຄືນໃໝ່. ເອີລົບ ກໍ່ພວມຕ້ອງແບກຫາບເງິນອຸປະຖຳໃຫ້ແກ່ ຢູແກຼນ ສ່ວນຫຼາຍ ໃນການປະທະກັນກັບ ລັດເຊຍ ຂະນະທີ່ ອາເມລິກາ ໄດ້ຫັນຈຸດສຸມໄປຍັງເຂດອື່ນ. ແຕ່ຂະແໜງອຸດສາຫະກຳປ້ອງກັນຊາດ ເອີລົບ ພັດບໍ່ທັນກຽມພ້ອມການລົງທຶນເປີດກ້ວາງການຜະລິດ ກ່ອນທີ່ບັນດາລັດຖະບານ ເຊັນສັນຍາທາງການ.