ຂ່າວສານ

ເອກອັກຄະລັດຖະທູດ ຫວຽດນາມ ອວຍພອນບຸນປິໃໝ່ລາວ ພສ 2566

ເຊື່ອໝັ້ນວ່າ ໃນປີນີ້, ພັກ, ລັດ ແລະ ປະຊາຊົນ ລາວ ບັນດາເຜົ່າ ສືບຕໍ່ບັນລຸໄດ້ບັນດາຜົນງານໃໝ່, ສືບຕໍ່ຮັກສາສະພາບການເສດຖະກິດ - ສັງຄົມ ເປັນປົກກະຕິ, ນຳປະເທດລາວ ກັບຄືນສູ່ທ່າພັດທະນາແບບຍືນຍົງໃນອະນາຄົດໃກ້ໆນີ້.
  ທ່ານ ເອກອັກຄະລັດຖະທູດ ຫງວຽນບ໋າຮູ່ງ ແລະ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ລາວ ສະເຫຼີມໄຊ ກົມມະສິດ (ພາບ:ນັກຂ່າວສຳນັກຂ່າວສານ ຫວຽດນາມ)  

ຕອນເຊົ້າວັນທີ 4 ເມສາ, ທ່ານ ຫງວຽນບ໋າຮູ່ງ, ເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈຳ ສປປ ລາວ ໄດ້ໄປສຳນັກງານກະຊວງການຕ່າງປະເທດ ລາວ ຢູ່ນະຄອນຫຼວງ ວຽງຈັນ ເພື່ອອວຍພອນບຸນປີໃໝ່ ລາວ ພສ 2566. ນະທີ່ນີ້, ທ່ານເອກອັກຄະລັດຖະທູດ ຫງວຽນບ໋າຮູ່ງ ເນັ້ນໜັກວ່າ: ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ມີຄວາມປິຕິຊົມຊື່ນຕໍ່ບັນດາການຫັນປ່ຽນຢ່າງຕັ້ງໜ້າຢູ່  ລາວ ໃນໄລຍະຜ່ານມາ; ເຊື່ອໝັ້ນວ່າ ໃນປີນີ້, ພັກ, ລັດ ແລະ ປະຊາຊົນ ລາວ ບັນດາເຜົ່າ ສືບຕໍ່ບັນລຸໄດ້ບັນດາຜົນງານໃໝ່, ສືບຕໍ່ຮັກສາສະພາບການເສດຖະກິດ - ສັງຄົມ ເປັນປົກກະຕິ, ນຳປະເທດລາວ ກັບຄືນສູ່ທ່າພັດທະນາແບບຍືນຍົງໃນອະນາຄົດໃກ້ໆນີ້.

ສ່ວນທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ລາວ ຂໍສະແດງຄວາມຂອບອົບຂອບໃຈຕໍ່ການນຳພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ, ຊ່ວຍເຫຼືອ ພັກ, ລັດ ແລະ ປະຊາຊົນລາວ ໃນທຸກດ້ານ, ພິເສດແມ່ນໃນໄລຍະທີ່ປະເທດ ລາວ ຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກດ້ານເສດຖະກິດ; ຢັ້ງຢືນອີກເທື່ອໜຶ່ງວ່າ: ສິ່ງນີ້ໄດ້ສະແດງໃຫ້ເຫັນການພົວພັນແບບພິເສດ ຫວຽດນາມ - ລາວ, ລາວ - ຫວຽດນາມ.


top