ຂ່າວສານ

ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຈີນ ພົບປະກັບສື່ມວນຊົນກ່ອນປີໃໝ່ 2021

      ຕອນບ່າຍວັນທີ 25 ທັນວາ, ທີ່ ປັກກິງ, ປະເທດ ຈີນ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຈີນ ຟ້າມຊາວມາຍ ໄດ້ເປັນປະທານງານພົບປະກັບສື່ມວນຊົນ ຈີນ ກ່ອນປີໃໝ່ 2021.

ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຈີນ ພົບປະກັບສື່ມວນຊົນກ່ອນປີໃໝ່ 2021
      ກ່າວຄຳເຫັນທີ່ການພົບປະ, ທ່ານເອກອັກຄະລັດຖະທູດ ຟ້າມຊາວມານ ຢັ້ງຢືນວ່າ ເຖິງວ່າປີ 2020 ມີຄວາມຫຍຸ້ງຍາກຫລາຍຢ່າງ ຍ້ອນໂລກລະບາດໂຄວິດ-19 ກໍ່ຕາມ ແຕ່ສັງລວມແລ້ວການພົວພັນ ຫວຽດນາມ- ຈີນ ສືບຕໍ່ຮັກສາທ່າພັດທະນາເປັນປົກກະຕິ, ໂປ່ງໃສໃນທຸກຂົງເຂດ, ພິເສດແມ່ນການຮ່ວມມືເສດຖະກິດ-ການຄ້າ, ການລົງທຶນ ສືບຕໍ່ແມ່ນຈຸດພົ້ນເດັ່ນຂອງການພົວພັນ 2 ປະເທດ, ວົງເງິນການຄ້າ 2 ສົ້ນບັນລຸກ່ວາ 117 ຕື້ USD, ເຕີບໂຕ 10,3% ເມື່ອທຽບໃສ່ໄລຍະດຽວກັນປີ 2019.
        ກ່ຽວກັບແງ່ຫວັງການພົວພັນ ຫວຽດນາມ - ຈີນ, ທ່ານເອກອັກຄະລັດຖະທູດ ຟ້າມຊາວມາຍ ຖືວ່າ: ປີ 2021 ເປັນປີທີ່ມີຄວາມໝາຍພິເສດຕໍ່ ຫວຽດນາມ ແລະ ຈີນ, ແມ່ນປີ ຫວຽດນາມ ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ ແລະ ຜັນຂະຫຍາຍການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 13; ຈີນ ສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງພັກ ແລະ ຜັນຂະຫຍາຍການປະຕິບັດແຜນຜັງພັດທະນາເສດຖະກິດ - ສັງຄົມ 5 ປີຄັ້ງທີ 14. ໃນສະພາບການນັ້ນ, ທ່ານເອກອັກຄະລັດຖະທູດ ຟ້າມຊາວນາຍ ສະເໜີໃຫ້ອົງການສື່ມວນຊົນ, ນັກຂ່າວ 2 ປະເທດ ເພີ່ມທະວີການໃຫ້ຂ່າວ, ບົດທີ່ສ່ອງແສງຖືກຄວາມຈິງ, ພາວະວິໄສກ່ຽວກັບການພົວພັນ 2 ປະເທດ ກໍ່ຄືນະໂຍບາຍການພົວພັນພາຍໃນ, ການພົວພັນພາຍນອກຂອງແຕ່ລະປະເທດ, ປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈຕື່ມອີກ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການພັດທະນາທີ່ໂປ່ງໃສ, ເປັນປົກກະຕິຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ.
(ແຫຼ່ງຄັດຈາກ VOV)


top