ຂ່າວສານ

ເຫ້ວ ແລະ ນາມມະຍົດນະຄອນ FESTIVAL

      ໂດຍເລີ່ມມາຈາກງານມະໂຫລານພົບປະແລກປ່ຽນລະຫວ່າງເຫ້ວ, ປະເທດຫວຽດນາມ ແລະ ໂກແດັບ, ປະເທດຝະລັງໃນປີ 1992, ງານ FESTIVAL ເຫ້ວເປັນຄັ້ງທຳອິດຖືກຈັດຂື້ນຢູ່ນະຄອນເຫ້ວເມື່ອປີ 2000. ນັບແຕ່ນັ້ນເປັນຕົ້ນມາ, ບັນດາງານ FESTIVAL ເຫ້ວກໍ່ລ້ວນແຕ່ຖືກຈັດຂື້ນຢ່າງສະເໜີ ສອງປີເທື່ອໜຶ່ງ, ອັນໄດ້ນຳເຫ້ວກາຍເປັນນະຄອນ FESTIVAL ຂອງຫວຽດນາມ

ນະຄອນເຫ້ວໄດ້ກາຍເປັນແຫ່ງທີ່ດູດດື່ມດ້ວຍນາມມະຍົດນະຄອນ FESTIVAL
              FESTIVAL ເຫ້ວເປັນຄັ້ງທຳອິດຖືກຈັດຂື້ນໃນປີ 2000 ຊຶ່ງມີການເຂົ້າຮ່ວມຂອງຫຼາຍກ່ວາ 30 ຄະນະສິລະປະກອນຂອງຫວຽດນາມ ແລະ ຝະລັງ. ມີນັກສິລະປິນ, ນັກສະແດງປະມານ 1000 ຄົນ ແລະ ຜູ້ມາຊົມກ່ວາ 410.000 ເທື່ອຄົນໄດ້ເຂົ້າຮ່ວມເຫດການດັ່ງກ່າວ. FESTIVAL ເຫ້ວປີ 2002 ສືບຕໍ່ຂະຫຍາຍຫົວເລື່ອງ “ ຄົ້ນຫາສິລະປະຂອງກຸງເກົາເຫ້ວ ” ໂດຍມີການເຂົ້າຮ່ວມຂອງ 33 ຄະນະສິລະປະກອນທີ່ດີເດັ່ນມາຈາກບັນດາປະເທດຝະລັ່ງ, ຈີນ, ຢີ່ປຸ່ນ, ສາທາລະນະລັດເກົາຫຼີ, ອິນໂດເນເຊຍ, ໄທ, ລາວ, ກຳປູເຈຍ ແລະ ນັກສິລະປີນນັກສະແດງ 1.544 ຄົນຂອງບັນດາຄະນະສິລະປະກອນຢູ່ພາຍໃນປະເທດ ອັນໄດ້ດຶງດູດຜູ້ມາຊົມກວ່າ 1.000.000 ເທື່ອຄົນ ແລະ ແຂກທ່ອງທ່ຽວມາທັດສະນະສຶກສາ 75.000 ເທື່ອຄົນ. ນັບແຕ່ປີ 2002 ເປັນຕົ້ນມາ  FESTIVAL ເຫ້ວຍາມໃດກໍ່ສ້າງສຽງກ້ອງກາງວານໃນລະດັບຊາດ ແລະ ສາກົນ. ມາຮອດປັດຈຸບັນ, ຜ່ານການຈັດຕັ້ງເປັນ 10 ຄັ້ງ, FESTIVAL ເຫ້ວໄດ້ກາຍເປັນຈຸດນັດພົບຂອງບັນດານັກຄະນະສິລະປະກອນທີ່ມາຈາກເກືອບ 50 ປະເທດ ແລະ ເຂດແຄ້ວນໃນໂລກ. ການປະກົດຕົວຂອງບັນດານັກສິລະປະກອນທີ່ມາຈາກທຸກໆປະເທດ ແລະ ເຂດແຄ້ວນໃນໂລກໄດ້ເປັນການຍົກທີ່ຕັ້ງບົດບາດຂອງ FESTIVAL ເຫ້ວໃຫ້ສູງຂື້ນ. ທ່ານ ນາງ ຫງວຽນທູຖຸຍ ຮອງຫົວໜ້າພະແນກທ່ອງທ່ຽວ, ມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສາດ ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍໄດ້ຕີລາຄາວ່າ:
     “ໃນບັນດາງານ FESTIVAL ຂອງຫວຽດນາມນັ້ນ, FESTIVAL ເຫ້ວຍັງຄົງໄດ້ຮັບຖືວ່າແມ່ນ FESTIVAL ມີບົດຮຽນໃນການຈັດຕັ້ງເປັນເວລາດົນນານກ່ວາໝູ່. ນອກຈາກການມີປະຫວັດສາດຍາວນານແລ້ວ, FESTIVAL ເຫ້ວກໍ່ແມ່ນຮູບແບບເຊື່ອມໂຍງເຂົ້າກັບສາກົນ     ເພາະວ່າ FESTIVAL ເຫ້ວມີການຊອກຮູ້, ທາບທາມ 3 ຮູບແບບການຈັດຕັ້ງ  FESTIVAL ຂອງ 3 ນະຄອນ  FESTIVAL ທີ່ມີຊື້ສຽງຂອງຝະລັງ, ອັງກິດ ແລະ ອົດສະຕາລີ ”.
     ນະຄອນເຫ້ວໄດ້ກາຍເປັນແຫ່ງທີ່ດູດດື່ມດ້ວຍນາມມະຍົດນະຄອນ FESTIVAL ຍ້ອນມີຈຸດທີ່ຕັ້ງ, ມີເງື່ອນໄຂທຳມະຊາດ, ມີລະບົບຊີວະນາໆພັນ ແລະ ພູມມີສັນຖານຄົບທຸກຢ່າງເຊັ່ນ: ໂນນພູ, ທົ່ງພຽງ, ແມ່ນ້ຳລຳເຊ, ນີ້ກໍ່ແມ່ນທັດສະນີຍະພາບທີ່ດີເພື່ອຈັດຕັ້ງງານ FESTIVAL ແລະ  ບັນດາການເຄື່ອນໄຫວທ່ຽວທ່ອງ, ກິລາຕ່າງໆ. ໂດຍນອນຢູ່ຫ່າງຈາກຮ່າໂນ້ຍໄປທາງທິດເໜືອ 675 ກິໂລແມັດ ແລະ ຫ່າງຈາກນະຄອນໂຮ່ຈີມິນໄປທາງທິດໃຕ້ 1.060 ກິໂລແມັດ, ນະຄອນເຫ້ວກໍ່ແມ່ນສະຖານທີ່ທີ່ດີເພື່ອຜູກຮັດວັດທະນະທຳພື້ນເມືອງທີ່ເປັນເອກະລັກກັບທ່ອງທ່ຽວຊຶ່ງບໍ່ເຄີຍມີຢູ່ສະຖານທີ່ໃດໆຢູ່ຫວຽດນາມ . ທ່ານ ນາງ ເລທິມາຍ ແຂກທ່ອງທ່ຽວມາຢຽມຢາມນະຄອນເຫ້ວໃຫ້ຮູ້ວ່າ: 
     “ ຖ້າຫາກວ່າແມ່ນຄວາມເກົ່າແກ່ນັ້ນ, ເຫ້ວກໍ່ແມ່ນສະຖານທີ່ທີ່ສວຍງາມ. ແຕ່ຖ້າຫາກ ເຫ້ວແມ່ນນະຄອນ FESTIVAL ນັ້ນ, ຂ້າພະເຈົ້າເຫັນວ່າ ມັນມີຄວາມເໝາະສົມ, ເພາະວ່ານີ້ແມ່ນຈຸດໃຈກາງເພື່ອດຶງດູດແຂກທ່ອງທ່ຽວ ”.
      ໃນໄລຍະເກືອບ 400 ປີ (1558-1945 ), ນະຄອນເຫ້ວໄດ້ກາຍເປັນເມືອງເອກຂອງເຈົ້າພະຍາ ຫງວຽນ 9 ສະໄໝຢູ່ພາກໃຕ້, ແມ່ນເມືອງຫຼວງຂອງສະໄໝໄຕເຊີນ, ແລ້ວກໍ່ກາຍເປັນເມືອງຫຼວງຂອງປະເທດໃນສະໄໝລາດຊະວົງຫງວຽນ 13 ອົງ. ເຫ້ວໃນທຸກວັນນີ້ຍັງຮັກສາບັນດາມໍລະດົກບໍ່ເປັນວັດຖຸ ແລະ ເປັນວັດຖຸຊຶ່ງໄດ້ບັນຈຸຫຼາຍຄຸນຄ່າທີ່ພົ້ນເດັ່ນທາງດ້ານພູມບັນຍາ ແລະ ຈິດວິນຍານຂອງຊາດຫວຽດນາມ. ພົ້ນເດັ່ນທີ່ສຸດແມ່ນກຸ່ມປູ່ສະນີຍະສະຖານກຸງເກົາເຫ້ວໄດ້ທຽບເທົ່າກັບສິ່ງມະຫັດສະຈັນທີ່ມີອາຍຸນັບ 1000 ປີຂອງມວນມະນຸດໃນບັນຊີລາຍຊື່ມໍລະດົກວັດທະນະທຳໂລກຂອງ UNESCO. ມໍລະດົກວັດທະນະທຳເຫ້ວແມ່ນພື້ນຖານໃຫ້ແກ່ FESTIVAL, ກົງກັນຂ້າມ  FESTIVAL ກໍ່ໄດ້ຊ່ວຍມໍລະດົກເຫ້ວກາຍເປັນທີ່ຮູ້ຈັກກັນດີຂອງມວນຊົນ. ຜົນສຳເລັດຂອງງານ FESTIVAL ເຫ້ວຄັ້ງຕ່າງໆກໍ່ແມ່ນພື້ນຖານເພື່ອໃຫ້ລັດຖະບານອະນຸຍາດກໍ່ສ້າງເຫ້ວກາຍເປັນນະຄອນ FESTIVAL ທີ່ເປັນເອກະລັກສະເພາະຂອງຫວຽດນາມ. ອ້າຍ ເລແທັງຮ່າ ຊາວເຫ້ວເປີດເຜີຍວ່າ:
     “ ຂ້າພະເຈົ້າຄຶດວ່າເຫ້ວເຄີຍແມ່ນເມືອງຫຼວງເກົ່າ. ແຕ່ຖ້າຫາກເຫ້ວພັດທະນາບົນພື້ນຖານມໍລະດົກກາຍເປັນນະຄອນ FESTIVAL ນັ້ນ, ທັງສາມາດຮັກສາຄຸນຄ່າວັດທະນະທຳ, ສອດຄ່ອງກັບພື້ນຖານອະລິຍະທຳຂອງມວນມະນຸດ, ພ້ອມທັງກໍ່ເຮັດໃຫ້ຊາວເຫ້ວເປີດອົກເປີດໃຈກວ່າເກົ່າ. ”.
       ສິ່ງທີ່ຍອດຍິ່ງທຸກຢ່າງໃນທົ່ວປະເທດໄດ້ເຕົ້າໂຮມກັນຢູ່ເຫ້ວ, ອັນໄດ້ເຮັດໃຫ້ພື້ນຖານວັດທະນະທຳເພີ່ມຄວາມເຂັ້ມຂົ້ນສີສັນຊາດ ທັງເຮັດໃຫ້ທັດສະນີຍະພາບພູຜາປ່າໄມ້ແມ່ນ້ຳລຳເຊເພີ່ມຄວາມຈັບອົກຈັບໃຈຫຼາຍຂຶ້ນ
 (ແຫຼ່ງຄັດຈາກ VOV)


top