ຂ່າວສານ

ເຫຼົ່າທັບເຮືອຮັບນາມມະຍົດນັກວິລະຊົນກຳລັງປະກອບອາວຸດປະຊາຊົນ

ຕອນເຊົ້າວັນທີ 28 ກຸມພາ, ຢູ່ນະຄອນ ຫາຍຟ່ອງ, ເຫຼົ່າທັບເຮືອໄດ້ຈັດພິທີຮັບນາມມະຍົດນັກວິລະຊົນກຳລັງປະກອບອາວຸດປະຊາຊົນເທື່ອທີ 3.
  (ພິທີຮັບນາມມະຍົດນັກວິລະຊົນກຳລັງປະກອບອາວຸດປະຊາຊົນ)  

ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ເລຂາຄະນະພັກການທະຫານສູນກາງ, ໄດ້ເນັ້ນໜັກເຖິງບັນດາການເຕີບໃຫຍ່ຂອງກອງທັບເຮືອ ປະຊາຊົນ ຫວຽດນາມ; ສ້າງໄດ້ຜົນງານດີເລີດຫຼາຍຢ່າງໃນການຕໍ່ສູ້, ຝຶກແອບ, ກຽມພ້ອມສູ້ຮົບ, ປະຕິບັດງານ ແລະ ປະຕິບັດໜ້າທີ່ສາກົນ…

        ກ່ຽວກັບໜ້າທີ່ໃນໄລຍະຈະມາເຖິງ, ທ່ານເລຂາທິການໃຫຍ່ສະເໜີໃຫ້ເຫຼົ່າທັບເຮືອສືບຕໍ່ກຳແໜ້ນທັດສະນະ, ແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ ກ່ຽວກັບການທະຫານ, ການປ້ອງກັນຊາດ, ໂດຍຈຸດສຸມແມ່ນບັນດາຈິນຕະນາການ, ຄວາມຮັບຮູ້ໃໝ່ກ່ຽວກັບການປ້ອງກັນຊາດ, ປົກປັກຮັກສາປະເທດຊາດຕາມມະຕິກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ. ພ້ອມກັນນັ້ນ, ກໍ່ເປັນເຈົ້າການຄົ້ນຄວ້າ, ກຳແໜ້ນສະພາບການ, ເສນາທິການ, ສະເໜີບັນດາມາດຕະການແກ້ໄຂຕໍ່ພັກ, ລັດ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດຢ່າງທັນການ ທັງປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະຂອງປະເທດຊາດ, ທັງຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບທາງທະເລ ເພື່ອສ້າງສາ ແລະ ພັດທະນາປະເທດຊາດ.


top