ຂ່າວສານ

ເຫຼົ່າທັບປ້ອງກັນອາກາດ - ກອງທັບອາກາດຂົນສົ່ງ, ມອບຕົວຢ່າງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດກວ່າ 13,000 ຕົວຢ່າງ

ນີ້ແມ່ນຖ້ຽວບິນຂົນສົ່ງຄັ້ງທີ 2 ທີ່ໄດ້ມອບສົ່ງຕົວຢ່າງອັດຖິທະຫານທີ່ເສຍສະຫຼະຊີວິດເພື່ອຊາດໄປຮັບໃຊ້ການກວດວິໄຈ ADN ຈາກນະຄອນໂຮ່ຈິມິນ ມາຍັງຮ່າໂນ້ຍ.
  ພິ​ທີມອບ-ສົ່ງຕົວຢ່າງອັດຖິນັກ​ຮົບ​ທີ່​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ (ພາບ: VNA)  

ຕອນບ່າຍວັນທີ 11 ກັນຍາ, ຕົວຢ່າງອັດ​ຖິ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ​ທີ່ຍັງບໍ່​ທັນຢັ້ງ​ຢືນ​ຊື່ ແລະ ນາມ​ສະ​ກຸນຈຳນວນ 13,563 ຕົວຢ່າງ ຈາກບັນ​ດາແຂວງ, ນະຄອນ, ຄື: ດົ່ງນາຍ, ໄຕນິງ, ເລີມດົ່ງ ໄດ້ຖືກຂົນສົ່ງໂດຍເຫຼົ່າທັບ​ປ້ອງ​ກັນ​ອາ​ກາດ - ກອງທັບ​ອາ​ກາດດ້ວຍເຮືອບິນທະຫານຂົ​ນ​ສົ່ງ Casa 295 ຈາກສະໜາມບິນ ເຕິນເຊີນເຍິດ (ນະຄອນ ໂຮ່ຈິມິນ) ລົງຈອດຢ່າງປອດໄພທີ່ສະໜາມບິນ ຢາເລິມ, ຮ່າໂນ້ຍ ເພື່ອມອບໃຫ້​ທິມງານຕ່າງໆວິ​ໄຈ ADN ຮັບ​ໃຊ້​ການຢັ້ງ​ຢືນ​ຊື່ ແລະ ນາ​ມ​ສະ​ກຸນ.

ເພື່ອປະ​ຕິ​ບັດສຳເລັດ​ໜ້າ​ທີ່ຂົນສົ່ງ, ມອບ-ສົ່ງຕົວຢ່າງອັດຖິນັກ​ຮົບ​ທີ່​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດກວ່າ 13.000 ​ຕົວ​ຢ່າງໂດຍເຮືອບິນ ທີ່​ບິນຈາກສະໜາມບິນ ເຕິນເຊີນເຍິດ ​ມາຍັງສະໜາມບິນ ຢາເລິ​ມ, ທ່ານພົນຈັດຕະວາ ຫງວຽນຮຸຍຕ໋ວນ, ຮອງ​ຫົວ​ໜ້າການເມືອງເຫຼົ່າທັບ​ປ້ອງ​ກັນ​ອາ​ກາດ - ກອງທັບ​ອາ​ກາດ, ໃຫ້ຮູ້ວ່າ:

“ບັນ​ດາ ຕົວຢ່າງຖືກສົ່ງໄປທີ່ສະ​ຖາ​ບັນ​ບັ​ນດິດວິທະຍາສາດ ​ກໍ​ຄືສະຖາບັນນິຕິ​ນິ​ເວດກອງ​ທັບ ເພື່ອ​ກວດ​ວິ​ໄຈ ADN. ເພື່ອສືບຕໍ່​ບັ້ນ​ເຄື່ອນ​ໄຫວ 500 ວັນ ແລະ ຄືນ, ເຫຼົ່າທັບ​ປ້ອງ​ກັນ​ອາ​ກາດ - ກອງທັບ​ອາ​ກາດຈະສືບຕໍ່​ປະ​ຕິ​ບັດ​ການຂົນສົ່ງ​ໃຫ້ທັນເວລາ, ລອບ​ຄອບ​ທີ່​ຖ້ວນ​ທີ່​ສຸດ.”

ນີ້ແມ່ນຖ້ຽວບິນ​ຂົນ​ສົ່ງຄັ້ງທີ 2 ​ທີ່​ໄດ້ມອບ​ສົ່ງຕົວຢ່າງອັດ​ຖິ​ທະ​ຫານ​ທີ່​ເສຍ​ສະ​ຫຼະ​ຊີ​ວິດ​ເພື​່ອ​ຊາດໄປ​ຮັບ​ໃຊ້​ການກວດວິ​ໄຈ ADN ຈາກນະຄອນໂຮ່ຈິມິນ ​ມາຍັງ ຮ່າໂນ້ຍ.


top