ຂ່າວສານ

ເຫວ້ ແລະ ດ່ານັ້ງ ດຶງດູດແຂກທ່ອງທ່ຽວ ມາເລເຊຍ

ມາເລເຊຍ ແມ່ນໜຶ່ງໃນບັນດາຕະຫຼາດຈຸດສຸມຂອງທ່ອງທ່ຽວທາງພາກກາງ.
ວິສາຫະກິດທ່ອງທ່ຽວ 2 ປະເທດຊອກຫາກາລະໂອກາດ (ພາບ: TTXVN)

 ດ້ວຍສານທີ່ວ່າ “ພາກກາງ ຫວຽດນາມ: ຈຸດນັດພົບໜຶ່ງ, ການຄົ້ນຫາຕົວຈິງຫຼາຍຢ່າງ”, ຜູ້ຕາງໜ້າຂະແໜງທ່ອງທ່ຽວນະຄອນ ດ່ານັ້ງ ແລະ ເຫ້ວ ໄດ້ສົມທົບກັບຝ່າຍ ມາເລເຊຍ ຈັດເຫດການພິເສດຢູ່ນະຄອນຫຼວງ ກົວລາລຳເປີ ໃນວັນທີ 26 ສິງຫາ, ຢືນຢັນຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫຼວງໃນການດຶງດູດແຂກທ່ອງທ່ຽວ ມາເລເຊຍ, ພິເສດແມ່ນແຂກທ່ອງທ່ຽວອິດສະລາມ.

ທ່ານນາງ ເຈິ່ນທິຮ່ວາຍເຈີມ, ຫົວໜ້າພະແນກທ່ອງທ່ຽວນະຄອນ ເຫ້ວ ໃຫ້ຮູ້ວ່າ, ມາເລເຊຍ ແມ່ນໜຶ່ງໃນບັນດາຕະຫຼາດຈຸດສຸມຂອງທ່ອງທ່ຽວທາງພາກກາງ. ຕົວເລກຊີ້ໃຫ້ເຫັນວ່າ, ໃນປີ 2024, ເຫ້ວ ແລະ ດ່ານັ້ງ ໄດ້ຕ້ອນຮັບແຂກທ່ອງທ່ຽວມາຈາກ ມາເລເຊຍ ເກືອບ 230.000 ເທື່ອຄົນ ແລະ ພຽງແຕ່ໃນໄລຍະ 6 ເດືອນຕົ້ນປີ 2025 ແມ່ນ 140.000 ເທື່ອຄົນ.

ດ້ວຍການເຂົ້າຮ່ວມຂອງວິສາຫະກິດທ່ອງທ່ຽວ 20 ແຫ່ງທີ່ມາຈາກ ເຫ້ວ ແລະ ດ່ານັ້ງ ແລະ ກວ່າ 100 ຄູ່ຮ່ວມມື ມາເລເຊຍ, ລາຍການສົ່ງເສີມການທ່ອງທ່ຽວດັ່ງກ່າວໄດ້ຖືກຕັ້ງຫວັງວ່າ ຈະນຳມາເຊິ່ງຂໍ້ຕົກລົງຫຼາຍສະບັບທີ່ມີຄວາມສາມາດບົ່ມຊ້ອນ, ດຶງດູດແຂກທ່ອງທ່ຽວ ມາເລເຊຍ ມາຄົ້ນຫາຄວາມງາມຂອງທາງພາກກາງ ຫວຽດນາມ ຕື່ມອີກ.


top