ຄົ້ນພົບ

ເຫວ້ ດິນແດນ ແຫ່ງມັງກອນ

ໃນວັດທະນະທຳ ຕາເວັນອອກ, ມັງກອນ ຖືກຍົກຍ້ອງວ່າ ເປັນ ສັນຍາລັກ ຂອງ ກະສັດ, ອຳນາດ ແລະ ຄວາມເຂັ້ມແຂງ. ໃນສະ ໄໝ ລາຊະວົງ ຫງວຽນ, ພາຍໃຕ້ສີມື ທ່ີຊໍານານ ຂອງ ຊ່າງສີມື, ອິດທິພົນ ຂອງສະຖາບັນວັດທະນະທຳ ພະລາຊະວັງ ແລະ ການ ເປີດກວ້າງ ແນວຄວາມຄິດ ທາງດ້ານສິລະປະ ຍຸກໃໝ່, ຮູບ ມັງ ກອນ ໄດ້ບັນລຸເຖິງ ຄວາມສົມບູນ ສູງສຸດ ກ່ຽວກັບຫົວຂໍ້, ວັດສະ ດຸ ແລະ ຮູບແບບການສະແດງ. ດັ່ງນັ້ນ, ເມືອງຫຼວງເກົ່າ ເຫວ້, ຊຶ່ງເປັນເມືອງຫຼວງ ຂອງ ລາຊະວົງ ຫງວຽນ ຈິ່ງຖືກເອີ້ນວ່າ “ດິນ ແດນ ແຫ່ງ ມັງກອນ”.


ຄູ່ມັງກອນ ຂະໜາດ​ໃຫຍ່​ ຢູ່​ສຸສານ ກະສັດ ຂາຍດິ້ງ ມີວາດຊົງ​ຕຸ້ຍພີ, ມີຄວາມສຸກຜິດປົກກະຕິ. ພາບ: ແທງຮ່ວາ/VNP

 

 ໃນວັດທະນະທຳ ຕາເວັນອອກ, ມັງກອນ ຖືກຍົກຍ້ອງວ່າ ເປັນ ສັນຍາລັກ ຂອງ ກະສັດ, ອຳນາດ ແລະ ຄວາມເຂັ້ມແຂງ. ໃນສະ ໄໝ ລາຊະວົງ ຫງວຽນ, ພາຍໃຕ້ສີມື ທ່ີຊໍານານ ຂອງ ຊ່າງສີມື, ອິດທິພົນ ຂອງສະຖາບັນວັດທະນະທຳ ພະລາຊະວັງ ແລະ ການ ເປີດກວ້າງ ແນວຄວາມຄິດ ທາງດ້ານສິລະປະ ຍຸກໃໝ່, ຮູບ ມັງ ກອນ ໄດ້ບັນລຸເຖິງ ຄວາມສົມບູນ ສູງສຸດ ກ່ຽວກັບຫົວຂໍ້, ວັດສະ ດຸ ແລະ ຮູບແບບການສະແດງ. ດັ່ງນັ້ນ, ເມືອງຫຼວງເກົ່າ ເຫວ້, ຊຶ່ງເປັນເມືອງຫຼວງ ຂອງ ລາຊະວົງ ຫງວຽນ ຈິ່ງຖືກເອີ້ນວ່າ “ດິນ ແດນ ແຫ່ງ ມັງກອນ”.


ໃນວັດທະນະທຳ ຫວຽດນາມ, ມັງກອນ ເປັນສັດສັກສິດ ແຕ່ບໍ່ມີ ຈິງ, ນຳໜ້າໃນສັດສັກສິດ ທັງສີ່ (ມັງກອນ, ກິເລນ, ເຕົ່າ, ຫົງ). ມັນແມ່ນການເຕົ້າໂຮມ ບັນດາຈຸດສະເພາະ ທີ່ສວຍງາມ ທີ່ສຸດ ຂອງ ສັດ ທີ່ມີຊີວິດ 9 ປະເພດ, ລວມທັງ: ລຳໂຕງູ, ເກັດ ປາໄນ, ຫົວ ອູດ, ເຂົາ ກວາງ, ຕີນ ເສືອ, ເລັບ ອິນຊີ, ຫູ ງົວ, ດັງ ແລະ ແຜງຄໍ ສິງ, ຫາງ ໄກ່ຜູ້.

 

ບັນດາຮູບ ມັງກອນ ໃນພະລາຊະວັງ ສະໄໝລາຊະວົງ ຫງວຽນ ໄດ້ກາຍເປັນ ຜົນງານສິ້ນເອກ. ພາບ: ແທງຮ່ວາ/VNP

ຮູບພາບ ມັງກອນຢູ່ ຫວຽດນາມ ມີມາແຕ່ດົນນານ ແລະ ສິ່ງທີ່ ງ່າຍທີ່ສຸດ  ທີ່ຈະເຫັນ ແມ່ນຢູ່ໃນ ນິທານ “ລູກມັງກອນ ຫຼານເທ ວະດາ” ແຕ່ສະໄໝ ຂອງກະສັດ ຮຸ່ງ ທີ່ເວົ້າເຖິງ ຕົ້ນກຳເນີດ ຂອງ ຄົນ ຫວຽດນາມ. ໃນຕະຫຼອດຊ່ວງໄລຍະ ສະໄໝສັກດິນາ ຂອງ ຫວຽດນາມ, ຮູບພາບ ມັງກອນໄດ້ຖືກ ນຳໃຊ້ຢ່າງ ກວ້າງຂວາງ, ໂດຍສະເພາະແມ່ນ ໃນການຕົກແຕ່ງດ້ານສະຖາ ປັດຕະຍະກຳ ແລະ ສິລະປະກຳ ໃນພະລາຊະວັງ. 

ຢູ່ ຫວຽດນາມ, ໃນຊ່ວງຕົ້ນໆ, ເມື່ອກົດລະບຽບ ກ່ຽວກັບກະຕິກາ ການຕົກແຕ່ງ ດ້ານວິຈິດສິນ ໃນພະລາຊະວັງ ຍັງເຄັ່ງຄັດ, ຮູບ ພາບມັງກອນ ພຽງແຕ່ຖືກ ນຳໃຊ້ສະເພາະ ໃນພະລາຊະວັງ ເທົ່າ ນັ້ນ, ສະນັ້ນ ສ່ວນໃຫຍ່ແມ່ນປາກົດຕົວ ຢູ່ຕາມໂຄງສ້າງ ສະຖາ ປັດຕະຍະກຳ ພະລາຊະວັງເຊັ່ນ: ພະລາຊະວັງ, ວັດວາອາຮາມ, ສຸສານ ຫຼື ເຄື່ອງໃຊ້ສ່ວນຕົວ ສຳລັບກະສັດເຊັ່ນ: ພະລາຊະ ບັນ ລັງ, ກາຈໍ້າ, ພະລາຊະອົງການ, ເຄື່ອງນຸ່ງ, ເກີບ, ໝວກ, ຈອກ...

 

ຮູບມັງກອນ ຖືກປະກົດຕົວ ຢູ່ບັນດາວັດຖຸພັນ ອັນລ້ຳຄ່າ ໃນພະ ລາ ຊະວັງ ສະໄໝລາຊະວົງ ຫງວຽນ. ພາບ: ແທງຮ່ວາ/VNP
 

ຕໍ່ມາ, ຈາກແນວຄວາມຄິດທ່ີວ່າ ມັງກອນ ບໍ່ພຽງແຕ່ ເປັນສັນຍາ ລັກ ແຫ່ງອຳນາດ ຂອກະສັດ, ມັງກອນ ຍັງສະແດງເຖິງຄວາມ ສັກສິດ, ການປົກປ້ອງ, ຄວາມຈະເລີນຮຸ່ງເຮືອງ, ໂຊກດີ, ຄວາມ ສຸກ, ຝົນຟ້າອາກາດທີ່ເອື້ອອໍານວຍ... ດັ່ງນັ້ນ, ຮູບມັງກອນ ຈິ່ງ ຄ່ອຍໆ ກາຍເປັນທີ່ນິຍົມ ແລະ ປາກົດ ຢູ່ໃນສະຖາບັນ ວັດທະ ນະທຳ ພື້ນເມືອງເຊັ່ນ: ຫໍສາລາ, ວັດ, ເຮືອນ ຫຼື ແມ່ນແຕ່ບ່ອນ ຝັງສົບ ຂອງ ປະຊາຊົນ. ເຖິງຢ່າງໃດກໍ່ຕາມ, ການປ່ຽນແປງ ຮູບ ມັງກອນ ເປັນຮູບພາບທີ່ໃກ້ຊິດ, ຄຸ້ນເຄີຍ ແລະ ເປັນທີ່ ນິຍົມ ໃນ ຊີວິດ ປະຈໍາວັນ ຂອງ ປະຊາຊົນ ກໍ່ໄດ້ເກີດຂຶ້ນໃນລະດັບ ໃດໜຶ່ງ ແລະ ປະຕິບັດຕາມຂໍ້ກຳນົດທີ່ແນ່ນອນ ເພື່ອບໍ່ໃຫ້ລະເມີດ ແລະ ເຮັດໃຫ້ຮູບພາບ ຂອງ ສັດສັກສິດ ທີ່ເຄີຍເປັນເອກະສິດ ພິເສດ ຂອງ ລາຊະວົງ ຖືກເຊື່ອມເສຍຊື່ສຽງ. 

ອີງຕາມນັກຄົ້ນຄວ້າ, ຮູບມັງກອນ ໃນພະລາຊະວັງ ແລະ ຮູບ ມັງກອນ ພື້ນບ້ານ ມີຄວາມແຕກຕ່າງກັນ, ແຕ່ໂດຍທົ່ວໄປ, ມັງ ກອນ ໃນສະໄໝ ລາຊະວົງ ຫງວຽນ-ລາຊະວົງ ສັກດິນາ ສຸດ ທ້າຍ ຂອງ ຫວຽດນາມ ໄດ້ສືບທອດບັນດາຈຸດສະເພາະພິເສດ ຂອງ ມັງກອນ ໃນສະໄໝກ່ອນໜ້ານັ້ນ, ແຕ່ຮູບຮ່າງ ແລະ ຈິດ ວິນຍານ ຂອງ ພວກມັນມີຄວາມສະຫງ່າງາມ, ເຂັ້ມແຂງ ແລະ ໜ້າເກງຂາມ ກວ່າ, ຮູບແບບ ການສະແດງ ກໍ່ມີ ຄວາມຫຼາກ ຫຼາຍ ແລະ ອຸດົມສົມບູນກວ່າ. ອີງຕາມຕຳແໜ່ງ ແລະ ຄວາມ ໝາຍ ຂອງ ການສະແດງ, ມັງກອນ ໃນຊ່ວງເວລານີ້ ບາງຄັ້ງ ພຽງແຕ່ ປະກົດເປັນ ສ່ວນໃດ ສ່ວນໜຶ່ງ ຂອງຮ່າງກາຍ ເຊັ່ນ: ຫົວ, ໃບໜ້າ ຫຼື ຮ່າງກາຍ... ແທນທີ່ ຈະເປັນຮູບຂອງ ສັດທັງ ໂຕ ຄືຊ່ວງ ໄລຍະກ່ອນນັ້ນ.

 

ຮູບ​ມັງ​ກອນ​ ໄດ້​ຮັບ​ການ​ຕົກ​ແຕ່ງ ​ຢູ່​ຫຼາຍ​ຈຸດ ​ທີ່​ຕ່າງ​ກັນ ​ຢູ່​ສຸສານ ອານລັງ. ພາບ: ແທງຮ່ວາ/VNP

 

 

ມັງກອນ ໃນສະໄໝ ລາຊະວົງ ຫງວຽນ ໄດ້ຖືກສະແດງອອກ ໃນ ຫຼາຍຫົວຂໍ້ທີ່ໂດດເດັ່ນແຕກຕ່າງກັນ ດ້ວຍວັດສະດຸ ທີ່ອຸດົມ ຫຼາກ ຫຼາຍເຊັ່ນ: ຄຳ, ເງິນ, ທອງແດງ, ຫີນ, ປູນຊາຍ, ໄມ້, ຜ້າ, ກະ ດູກ, ງາ, ເຄື່ອງປັ້ນດິນເຜົາ... ວິທີການສະແດງອອກ ກໍ່ມີ ຫຼາຍ ຮູບແບບເຊັ່ນ: ການຫຼໍ່ ທອງ, ແກະສະຫຼັກຫີນ, ປັ້ນປູນຊາຍ, ແກະ ສະຫຼັກໄມ້, ຝັງຫອຍ, ຖັກແສ່ວເທິງຜ້າ, ແຕ້ມຮູບໃສ່ເຈ້ຍ, ເຄື່ອງປັ້ນດິນເຜົາ...

 

 

ຮູບມັງກອນ​ ສະໄໝ ​ລາຊະວົງ ຫງວຽນ ​ແມ່ນສຸດທີ່​ອຸດົມສົມບູນ, ​ແຕ່​ທັງໝົດ ລ້ວນສະແດງ ໃຫ້ເຫັນເຖິງ ພະລັງລິດທິນຸພາບ, ເຂັ້ມ ແຂງ ແຕ່ເບົາບາງ ຂອງ ສັດ ສັກສິດນີ້.  ພາບ: ແທງຮ່ວາ/VNP

ໂດຍສະເພາະ, ໃນສະໄໝ ຂອງກະສັດ ຂາຍດິ້ງ (ປົກຄອງ ແຕ່ ປີ 1916 ເຖິງ 1925), ສິລະປະ ການຕົກແຕ່ງ ມັງກອນ ໄດ້ຖືກ ຍົກຂຶ້ນສູ່ລະດັບໃໝ່ ດ້ວຍເຕັກນິກ ການປັ້ນດິນເຜົາ ເຊິ່ງບາງຄົນ ເອີ້ນວ່າ ສິລະປະ mosaic (ສິລະປະຂອງຕົວຕໍ່). ພາຍໃຕ້ສີມື ແລະ ຄວາມຊຳນານງານຂອງນາຍຊ່າງ ເຫວ້, ນອກຈາກຮູບປັ້ນ, ພາບນູນ ມັງກອນ ທີ່ຖືກສ້າງຂຶ້ນ ຢ່າງລະອຽດອ່ອນ ດ້ວຍປູນ ຂາວ, ຍັງມີຮູບ ມັງກອນ ທີ່ສົດໃສ, ເຫຼື້ອມເປັນເງົາ ນາໆ ສີ ຍ້ອນ ເຕັກນິກການຕໍ່ດິນເຜົາ. ພົ້ນເດັ່ນໃນນັ້ນ ແມ່ນ ຄັນຈ້ອງໃຫຍ່ ດ້ວຍໄມ້ຟອກຄຳປິວ ແລະ ແຖວເສົາຂະໜາດໃຫຍ່ ໃນ ພະລາ ຊະວັງ ທຽນດິ້ງ ຢູ່ສຸສານ ກະສັດ ຂາຍດິ້ງ. ໂດຍສະເພາະ, ຮູບ ແຕ້ມ “ກື່ວລອງເອີ໊ນເວິນ” (ມັງກອນເກົ້າໂຕ ເຊື່ອງໄວ້ໃນເມກ) ແຕ້ມມັງກອນ 9 ໂຕ ທີ່ເຊື່ອງໄວ້ໃນເມກ ຢູ່ເທິງເພດານ ຂອງ ພະລາຊະວັງ ທຽນດິ້ງ, ເຊິ່ງຕາມເລື່ອງເລົ່າສືບທອດກັນມາວ່າ ຮູບແຕ້ມດັ່ງກ່າວ ໂດຍຊ່າງຝີມື ຟານເລແຕ໋ງ ແຕ້ມດ້ວຍມື ແລະ ຕີນຂອງຕົນ ໃນຂະນະ ທີ່ນອນຫງາຍ ເພື່ອແຕ້ມເທິງເພດານ.

 

ໃນ​ສະ​ໄໝ​ລາຊະວົງ ຫງວຽນ, ຮູບມັງກອນ ​ໄດ້​ປະກົດ​ຕົວ​ຢູ່​ຫຼາຍ​ແຫ່ງ, ດັ່ງ​ນັ້ນ ​ເຫວ້ ຈິ່ງຖືກຂະໜານນາມ​ວ່າ ເປັນ “​ດິນ​ແດນ ແຫ່ງ ມັງກອນ”. ພາບ: ແທງຮ່ວາ/VNP

 

 ຈົນເຖິງທຸກວັນນີ້, ເຖິງວ່າ ຈະຜ່ານການຜັນແປ ຂອງ ສະຖານະ ການ, ຮູບພາບກ່ຽວກັບ ມັງກອນ ໃນສະໄໝລາຊະວົງ ຫງວຽນ ຍັງຄົງປະກົດໃຫ້ເຫັນ ຢ່າງມີຊີວິດຊີວາ ແລະ ຄົບຖ້ວນ ຢູ່ໃນແຫຼ່ງ ມໍລະດົກ ອັນລໍໍ້າຄ່າສິ້ນໃຫຍ່ ທີ່ປະກອບດ້ວຍ ຫຼາຍຮູບແບບ ສິ ລະປະກຳ, ຕັ້ງແຕ່ພະລາຊະວັງ ຈົນເຖິງພື້ນເມືອງ, ພຽງພໍທີ່ຈະ ກໍານົດໄດ້ວ່າ ເຫວ້ ເປັນດິນແດນແຫ່ງ ມັງກອນ. 

  •  
  • ບົດ ແລະ ພາບໂດຍ: ແທງຮ່ວາ - ແປໂດຍ: ບິກລຽນ

top