ສານ ໂຮນລັງ ຮັບຜິດຊອບການພິພາກສາຜູ້ຖືກສົງໄສ 4 ຄົນໃນເຫດເຮືອບິນ MH17 ຂອງບໍລິສັດການບິນ Malaysia Airlines ຕົກຢູ່ທາງທິດຕາເວັນອອກ ຢູແກຼນ ໃນປີ 2014 ແຈ້ງວ່າ ຈະຍົກອອກຄຳຕັດສິນໃນວັນທີ 17 ພະຈິກ ຈະມາເຖິງ.
ເຮືອບິນໝາຍເລກ MH17 (ພາບ: Reuters)
ວັນທີ 15 ສິງຫາ, ສານ ໂຮນລັງ ຮັບຜິດຊອບການພິພາກສາຜູ້ຖືກສົງໄສ 4 ຄົນໃນເຫດເຮືອບິນ MH17 ຂອງບໍລິສັດການບິນ Malaysia Airlines ຕົກຢູ່ທາງທິດຕາເວັນອອກ ຢູແກຼນ ໃນປີ 2014 ແຈ້ງວ່າ ຈະຍົກອອກຄຳຕັດສິນໃນວັນທີ 17 ພະຈິກ ຈະມາເຖິງ. ບັນດານັກໄອຍະການຖືວ່າ ຜູ້ຖືກກ່າວຫາໄດ້ໜູນຊ່ວຍລະບົບຍິງລູກສອນໄຟເພື່ອໃຊ້ຍິງເຮືອບິນ MH17, ພ້ອມທັງສະເໜີຄຳຕັດສິນລົງໂທດຈຳຄຸກຕະຫຼອດຊີວີດໃຫ້ຜູ້ຖືກສົງໄສ 4 ຄົນ ລວມມີຊາວ ລັດເຊຍ 3 ຄົນ ແລະ ຊາວ ຢູແກຼນ 1 ຄົນ.
ເຮືອບິນໝາຍເລກ MH17 ພວມບິນຈາກ Amsterdam (ໂຮນລັງ) ໄປ ກົວລາລຳເປີ (ມາເລເຊຍ) ຖືກລູກສອນໄຟຍິງຕົກຢູ່ເຂດນ່ານຟ້າທາງທິດຕາເວັນອອກ ຢູແກຼນ ໃນວັນທີ 17 ກໍລະກົດ 2014, ເຮັດໃຫ້ຜູ້ໂດຍສານ, ຈຸບິນທັງໝົດ 298 ຄົນເສຍຊີວິດ.