ຂ່າວສານ

ເສີມ​ຂະ​ຫຍາຍ​ແຫຼ່ງ​ກຳ​ລັງ​ຂອງ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ປະ​ກອບ​ສ່ວນ​ສ້າງ​ສາ​ປະ​ເທດ​ຊາດ

ບັນດາຄຳເຫັນປະກອບໃນການໂອ້ລົມສົນທະນາລ້ວນແຕ່ສະແດງຄວາມຫວັງວ່າ ບັນດານະໂຍບາຍຕໍ່ກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຈະນັບມື້ນັບສົມບູນແບບ, ຕອບສະໜອງຄວາມໄດ້ມຸ່ງຫວັງ ແລະ ສິດຜົນປະໂຫຍດອັນຊອບທຳຂອງພໍ່ແມ່ປະຊາຊົນ.
  ການໂອ້ລົມສົນທະນາກ່ຽວກັບນະໂຍບາຍ, ກົດໝາຍວ່າດ້ວຍ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ (ພາບ: TTXVN)  

ຕອນບ່າຍວັນທີ 13 ມັງກອນ, ຢູ່ຮ່າໂນ້ຍ, ຄະນະກຳມາທິການ ການຕ່າງປະເທດ ຂອງສະພາແຫ່ງຊາດຫວຽດນາມ ໄດ້ສົມທົບກັບຄະນະກຳມະການແຫ່ງລັດ ກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດການໂອ້ລົມສົນທະນາກ່ຽວກັບນະໂຍບາຍ, ກົດໝາຍວ່າດ້ວຍ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ.

ບັນດາຄຳເຫັນປະກອບໃນການໂອ້ລົມສົນທະນາລ້ວນແຕ່ສະແດງຄວາມຫວັງວ່າ ບັນດານະໂຍບາຍຕໍ່ກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຈະນັບມື້ນັບສົມບູນແບບ, ຕອບສະໜອງຄວາມໄດ້ມຸ່ງຫວັງ ແລະ ສິດຜົນປະໂຫຍດອັນຊອບທຳຂອງພໍ່ແມ່ປະຊາຊົນ.

ຕາມທ່ານ ໂງເຮືອງນາມ, ຮອງຫົວໜ້າຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລ້ວ, ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຈະຮັບຟັງຄຳເຫັນຂອງພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ຈາກນັ້ນ, ຈະສະເໜີຕໍ່ສະພາແຫ່ງຊາດ ປັບປຸງ ນະໂຍບາຍ, ກົດໝາຍໃຫ້ເໝາະສົມກັບສະພາບການຕົວຈິງ, ທ່ານກ່າວວ່າ:

ນີ້ແມ່ນກາລະໂອກາດທີ່ດີເພື່ອໃຫ້ພວກເຮົາສ້າງສະພາບແວດລ້ອມທາງດ້ານນິຕິກຳໃຫ້ສົມບູນແບບ ເຮັດແນວໃດເພື່ອໃຫ້ພໍ່ແມ່ພີ່ນ້ອງສາມາດເສີມຂະຫຍາຍແຫຼ່ງກຳລັງ. ຂ້າພະເຈົ້າຢາກເນັ້ນໜັກວ່າ ບໍ່ສະເພາະແຕ່ສິດຜົນປະໂຫຍດຂອງພໍ່ແມ່ພີ່ນ້ອງເທົ່ານັ້ນ ຫາກຍັງແມ່ນບັນຫາທີ່ພວກເຮົາ ສາມາດເສີມຂະຫຍາຍໄດ້ນັ້ນແມ່ນ ແຫຼ່ງກຳລັງຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເພື່ອປະກອບສ່ວນເຂົ້າໃນກິດຈະກຳສ້າງສາປະເທດຊາດ.


top