ຂ່າວສານ

ເສີມ​ຂະ​ຫຍາຍ​ປະ​ສິດ​ທິ​ຜົນ​ໂດຍ​ສັນ​ຍາ EVFTA ນຳ​ມາ​ໃຫ້​ຢ່າງ​ສຸດ​ຂີດ

ພາຍຫຼັງທີ່ສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ ສະຫະພາບເອີລົບ (ສັນຍາ EVFTA) ມີຜົນສັກສິດ ແລະ ນຳເຂົ້າເຄື່ອນໄຫວເປັນເວລາ 1 ປີ, ສັນຍາ EVFTA ໄດ້ສະແດງໃຫ້ເຫັນປະສິດທິຜົນຢ່າງຈະແຈ້ງ ໃນການພັດທະນາເສດຖະກິດລະຫວ່າງສອງຝ່າຍ, ໂດຍສະເພາະແມ່ນການເຕີບໂຕໃນການນຳເຂົ້າສົ່ງອອກສອງຝ່າຍ. ພາຍຫຼັງຜົນສຳເລັດໃນເບື້ອງຕົ້ນ, ສອງຝ່າຍພວມກ້າວເຂົ້າສູ່ໄລຍະໃໝ່ທີ່ ປະສົບກັບຄວາມຫຍຸ້ງຍາກກ່ວາອີກ, ມີສິ່ງທ້າທາຍຫຼາຍກ່ວາອີກ ພາຍໃຕ້ກຳລັງດັນທີ່ບໍ່ເຄີຍມີມາກ່ອນຂອງໂລກລະບາດຢູ່ຫວຽດນາມ ແລະ ໂລກ. ສິ່ງດັ່ງກ່າວຮຽກຮ້ອງຕ້ອງມີການຫັນປ່ຽນໃໝ່ທີ່ເໝາະສົມ, ຈາກນັ້ນ ຈະສືບຕໍ່ນຳໃຊ້ບັນດາກາລະໂອກາດໂດຍ EVFTA ນຳມາໃຫ້ຢ່າງສຸດຂີດ.

 (ພາບປະກອບ: TTXVN)

ສັນຍາ EVFTA ມີຜົນບັງຄັບໃຊ້ນັບແຕ່ວັນທີ 1 ສິງຫາປີ 2020, ຊື່ງແມ່ນໜຶ່ງໃນບັນດາສັນຍາການຄ້າເສລີລຸ້ນໃໝ່, ອະນຸຍາດໃຫ້ຫວຽດນາມ ເຊື່ອມຕໍ່ໂດຍກົງພ້ອມກັບ 27 ພື້ນຖານເສດຖະກິດສະມາຊິກອີຢູ ຊື່ງແມ່ນຕະຫຼາດທີ່ມີກຳລັງຊື້ໃຫ່ຍອັນດັບທີ 2 ໃນທົ່ວໂລກ. ສ່ວນຕະຫຼາດຫວຽດນາມ ດ້ວຍປະຊາກອນ 98 ລ້ານຄົນ ແລະ ມີພື້ນຖານເສດຖະກິດກຳນົດທິດສົ່ງອອກ ກໍ່ມີຄວາມຕ້ອງການສູງທີ່ສຸດ ກ່ຽວກັບສົ້ນເຂົ້າໃຫ້ແກ່ການຜະລິດ ກໍ່ຄືບັນດາຜະລິດຕະພັນໃຊ້ສອຍທີ່ມີຄຸນນະພາບຈາກອີຢູ.

EVFTA ແລະ ບັນດາຄຸນຄ່າທີ່ບໍ່ສາມາດປະຕິເສດໄດ້

   ນັບແຕ່ເມື່ອມີຜົນບັງຄັບໃຊ້ໃນວັນທີ 1 ສິງຫາປີ 2020, EVFTA ໄດ້ສະແດງໃຫ້ເຫັນບັນດາການປະກອບສ່ວນທີ່ມີຄວາມໝາຍ ເໝືອນກັບການກູ້ຊ່ວຍໃນການພັດທະນາເສດຖະກິດລະຫວ່າງສອງຝ່າຍ ແລະ ໃຫ້ແກ່ການເຕີບໂຕຂອງຫວຽດນາມ.

   ຖ້າຫາກວ່າໃນຕະຫຼອດ 7 ເດືອນຕົ້ນປີ 2020, ການສົ່ງອອກຂອງຫວຽດນາມ ໄປອີຢູ ໄດ້ຫລຸດລົງຢ່າງລຽນຕິດ ແຕ່ໃນ 5 ເດືອນທ້າຍປີ 2020, ໂດຍພາຍໃຕ້ການກະທົບອັນຕັ້ງໜ້າຂອງ EVFTA ສະພາບການກໍ່ມີການປ່ຽນແປງ. ກົງກັນຂ້າມ, EVFTA ກໍ່ຊຸກຍູ້ ຫວຽດນາມ ນຳເຂົ້າສິນຄ້າຈາກອີຢູ ຢ່າງແຮງ. ໜ້າເອົາໃຈໃສ່ແມ່ນ, ອັດຕາສ່ວນການສົ່ງອອກທີ່ໄດ້ນຳໃຊ້ອັດຕາພາສີບຸລິມະສິດຕາມ EVFTA ຂອງຫວຽດນາມ ກໍ່ບັນລຸລະດັບສູງສຸດ ເມື່ອທຽບກັບປີທຳອິດທີ່ໄດ້ປະຕິບັດບໍ່ວ່າສັນຍາ FTA ສະບັບໃດ. ທ່ານເຈິ່ນກວັກແຄັງ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ການຄ້າຫວຽດນາມ ໃຫ້ຂໍ້ສັງເກດວ່າ:

  ການນຳສັນຍາເຂົ້າປະຕິບັດ ໄດ້ນຳມາເຊິ່ງປະສິດທິຜົນທີ່ຕັ້ງໜ້າທີ່ສຸດ. ການແລກປ່ຽນດ້ານການຄ້າ 2 ສົ້ນໄລ່ຕາມປີ ໄດ້ເຕີບໂຕເຖິງ 12%. ການສົ່ງອອກຂອງຫວຽດນາມ ໄປ ອີຢູ ໄດ້ຂຶ້ນເຖິງ 38 ຕື້ໂດລາສະຫະລັດ ສ່ວນອີຢູສົ່ງ ອອກໄປຍັງຫວຽດນາມ ບັນລຸ 16 ຕື້ໂດລາສະຫະລັດ. ປະລິມານວົງການຄ້າ ຂໍໜັງສືອະນຸຍາດຢັ້ງຢືນຕົ້ນກຳເນີດ ເພື່ອສາມາດຊົມໃຊ້ບຸລິມະສິດຂອງສັນຍາ ໄດ້ຂຶ້ນເຖິງເກືອບ 8 ຕື້ໂດລາສະຫະລັດ.

 

ວັນທີ  30/6/2019, EVFTA ລະຫວ່າງ ຫວຽດນາມ-ອີຢູ ໄດ້ລົງນາມຢ່າງເປັນທາງການ, ວັນທີ 1/8/2020 ມີຜົນສັກສິດຢ່າງເປັນທາງການ (ພາບ: VGP)

ເຫັນໄດ້ຄວາມສະດວກ ແລະ ຄວາມຫຍຸ້ງຍາກເພື່ອນຳໃຊ້ບັນດາກາລະໂອກາດໃນອະນາຄົດ

   ບັນດາສັນຍານເບື້ອງຕົ້ນທີ່ຕັ້ງໜ້າ ພາຍຫຼັງປະຕິບັດສັນຍາເປັນເວລາ 1 ປີ ໄດ້ຢືນຢັນທ່າໄດ້ປຽບດ້ານການຄ້າຂອງຫວຽດນາມ ໃນຂະນະທີ່ເປັນສະມາຊິກຂອງ EVFTA. ແຕ່ເຖິງແນວນັ້ນກໍ່ຕາມ, ຫວຽດນາມ ໄດ້ ແລະ ພວມຕ້ອງປະເຊີນໜ້າກັບບັນດາສິ່ງທ້າທາຍ ຂະນະທີ່ຄ່າໃຊ້ຈ່າຍດ້ານການຄ້າຂອງຫວຽດນາມ ສູງກ່ວາບັນດາປະເທດໃນພາກພື້ນ. ພິເສດ, ໂດຍພາຍໃຕ້ການກະທົບຂອງໂລກລະບາດໂຄວິດ 19, ກະແສເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ຈາກອີຢູ ໄປຫວຽດນາມ ພວມຫລຸດລົງ. ສະນັ້ນ, ເພື່ອຜ່ານຜ່າບັນດາຄວາມຫຍຸ້ງຍາກໃນໄລຍະນີ້, ຟື້ນຟູການຜະລິດ, ຍາດແຍ່ງທ່າໄດ້ປຽບນຳໜ້າ ແລະ ມານະພະຍາຍາມເສີມຂະຫຍາຍທ່າໄດ້ປຽບໃນ EVFTA ໃຫ້ເປັນຢ່າງດີນັ້ນ, ຫວຽດນາມ ບໍ່ໃຫ້ເສຍບັນດາກາລະໂອກາດດີກ່ວາໃນອະນາຄົດ, ທ່ານເລກວັກເຟືອງ, ອະດີດຮອງຜູ້ອຳນວຍການສູນຂໍ້ມູນດ້ານອຸດສາຫະກຳ ແລະ ການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ສະເໜີວ່າ:

    ຄວນຍົກສູງຄວາມສາມາດແກ່ງແຍ້ງຂອງວິສາຫະກິດກ່ວາອີກ ດ້ວຍບັນດາມາດຕະການທີ່ມີລັກສະນະຍາວນານ. ທີສອງແມ່ນ ຍົກສູງອຸດສາຫະກຳໜູນຊ່ວຍແຮງກ່ວາອີກ, ໄວກ່ວາອີກ. ໃນສະເພາະໜ້າ ຍັງແມ່ນບັນດາມາດຕະການໄລຍະສັ້ນ ເພື່ອວິສາຫະກິດນຳໃຊ້ບັນດາບຸລິມະສິດຈາກ EVFTA ເປັນຢ່າງດີ.

   ຕາມການຄິດໄລ່ຂອງສະຖາບັນຄົ້ນຄ້ວາເສດຖະກິດ ແລະ ນະໂຍບາຍແລ້ວ, ຖ້າຫາກວ່າ ໄດ້ປະຕິບັດໃນເງື່ອນໄຂປົກກະຕິ, EVFTA ສາມາດນຳເອົາຍອດວົງເງິນສົ່ງອອກມາ 5.5 ຕື້ໂດລາສະຫະລັດໃຫ້ຫວຽດນາມ ພ້ອມກັບກາລະໂອກາດກາຍເປັນປັດໄຈສຳຄັນກ່ວາອີກ ໃນລະບົບສະໜອງທົ່ວໂລກ. ທ່ານປະລິນຍາເອກ, ຜູ້ສ່ຽວຊານດ້ານເສດຖະກິດ ເລດັງແຢວງ ຖືວ່າ:

   ນີ້ແມ່ນໂອກາດເພື່ອຫວຽດນາມ ປະຕິບັດເສດຖະກິດດີຈີຕອນ, ລັດຖະບານເອເລກໂຕນິກ ແລະ ໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານຢ່າງແຮງ ເພື່ອມີບັນດາວິສາຫະກິດປະຕິບັດ ເສດຖະກິດດີຈີຕອນຢ່າງແທ້ຈິງ. EVFTA ບໍ່ພຽງແຕ່ແມ່ນໂອກາດສົ່ງອອກເທົ່ານັ້ນ, ຫາກຍັງແມ່ນກຳລັງໜູນໃນການປະຕິຮູບ, ຊຸກຍູ້ການຫັນປ່ຽນໄປສູ່ເສດຖະກິດດີຈີຕອນຢ່າງແຮງ ແລະ ຍົກສູງຄວາມສາມາດແກ່ງແຍ້ງໃຫ້ແກ່ວິສາຫະກິດ.

 

   ພາຍຫຼັງປະຕິບັດສັນຍາ EVFTA ເປັນເວລາ 1 ປີ, ສັນຍາດັ່ງກ່າວໄດ້ນຳມາເຊິ່ງບັນດາຜົນງານອັນຕັ້ງໜ້າ ແຕ່ພ້ອມກັນນັ້ນ ກໍ່ໄດ້ເກີດບັນດາຄວາມຫຍູ້ງຍາກ. ໂດຍເຫັນໄດ້ກາລະໂອກາດ ແລະ ສິ່ງທ້າທາຍ, ຈະຊ່ວຍໃຫ້ທັງສອງຝ່າຍຂູດຄົ້ນຄວາມສາມາດບົ່ມຊ້ອນ ແລະ ທ່າໄດ້ປ່ຽບຂອງກັນໄດ້ເປັນຢ່າງດີ, ການພົວພັນລະຫວ່າງ ຫວຽດນາມ-ອີຢູ ຈະມີການພັດທະນາຢ່າງແຮງກວ່າອີກໃນໄລຍະຈະມາເຖິງ./.

(ແຫຼ່ງຄັດຈາກ VOV)


top