ຂ່າວສານ

ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ນາຍ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ​ໜຸ່ມ ຫວຽດ​ນາມ - ລາວ

ວັນທີ 9 ພະຈິກ, ຢູ່ນະຄອນເຫ້ວ (ແຂວງເທື່ອທຽນ - ເຫ້ວ), ໄດ້ດຳເນີນການໂອ້ລົມສົນທະນານາຍທະຫານປ້ອງກັນຊາຍແດນໜຸ່ມ ຫວຽດນາມ - ລາວ ຄັ້ງທີ 1, ໂດຍມີການເຂົ້າຮ່ວມຂອງພະນັກງານ, ນາຍທະຫານປ້ອງກັນຊາຍແດນສອງປະເທດ ເກືອບ 100 ຄົນ.
  ບັນດາຜູ້ແທນເຂົ້າຮ່ວມການໂອ້ລົມສົນທະນາ (ພາບ: bienphong.com.vn)  

ທີ່ການໂອ້ລົມສົນທະນາ ບັນດາຜູ້ແທນຖືວ່າ: ໃນໄລຍະຈະມາເຖິງ, ຖັນແຖວນາຍທະຫານປ້ອງກັນຊາຍແດນໜຸ່ມຂອງສອງປະເທດ ຄວນເພີ່ມທະວີການເຊື່ອມຊືມ ແລະ ຮ່ຳຮຽນບັນດາທັດສະນະ, ຄວາມຮັບຮູ້ລວມທີ່ບັນລຸໄດ້ລະຫວ່າງການນຳຂັ້ນສູງສອງປະເທດ, ສອງກອງທັບ; ມີຄວາມຕະລຸມບອນໃນການປະຕິບັດໜ້າທີ່ສົມທົບກັນຄຸ້ມຄອງ, ປົກປັກຮັກສາເຂດຊາຍແດນຢ່າງມີໄຊ; ຈັດຕັ້ງການລາດຕະເວນສອງຝ່າຍເພື່ອແນໃສ່ປ້ອງກັນ, ຕ້ານ, ກວດພົບ, ສະກັດກັ້ນການກະທຳລະເມີດ, ປ່ຽນແປງເສັ້ນຊາຍແດນ, ລະບົບຫຼັກໝາຍຊາຍແດນແຫ່ງຊາດ ແລະ ບັນດາການກະທຳລະເມີດກົດໝາຍວ່າດ້ວຍຊາຍແດນແຫ່ງຊາດ ຕາມຂໍ້ກຳນົດຂອງແຕ່ລະປະເທດ. ຖັນແຖວພະນັກງານ, ນາຍທະຫານປ້ອງກັນຊາຍແດນໜຸ່ມຂອງສອງປະເທດ ຕ້ອງເປັນກຳລັງຫຼັກແຫຼ່ງ, ນຳໜ້າໃນການສົມທົບກັນຈັດຕັ້ງການຕໍ່ສູ້, ຕ້ານ, ເຮັດໃຫ້ກົນອຸບາຍ, ເຈດຕະນາແບ່ງແຍກສາຍພົວພັນໄມຕິຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ລະຫວ່າງສອງປະເທດຂອງບັນດາອິດທິກຳລັງປໍລະປັກປະລາໄຊ.


top