ຂ່າວສານ

ເສີມຂະຫຍາຍແຫຼ່ງກຳລັງ, ສ້າງກຳລັງໜູນໃໝ່ເພື່ອການເຕີບໂຕເສດຖະກິດພາຍຫຼັງໂລກລະບາດ

ເພື່ອສ້າງກຳລັງໜູນໃໝ່ໃຫ້ແກ່ການເຕີບໂຕ ແລະ ການພັດທະນາ, ຫວຽດນາມ ກໍ່ສົ່ງເສີມ, ໜູນຊ່ວຍວິສາຫະກິດ, ຜູ້ຜະລິດຢູ່ພາຍໃນປະເທດປ່ຽນແປງໃໝ່ເຕັກໂນໂລຊີ.

ເພື່ອສ້າງກຳລັງໜູນໃໝ່ໃຫ້ແກ່ການເຕີບໂຕ ແລະ ການພັດທະນາ, ຫວຽດນາມ ກໍ່ສົ່ງເສີມ, ໜູນຊ່ວຍວິສາຫະກິດ, ຜູ້ຜະລິດຢູ່ພາຍໃນປະເທດປ່ຽນແປງໃໝ່ເຕັກໂນໂລຊີ.

    

ທ່ານ ຫງວຽນຊວັນທັງ, ຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ. (ພາບ: daibieunhandan.vn)

ຫວຽດນາມ ພວມຜັນຂະຫຍາຍໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ ພາຍຫຼັງບັນດາຜົນກະທົບທີ່ຫຍໍ້ທໍ້ຈາກໂລກລະບາດໂຄວິດ-19. ໃນວິວັດທະນາການດັ່ງກ່າວ, ເລື່ອງຫັນບັນດາແຫຼ່ງກຳລັງ ແລະ ກຳລັງໜູນໃຫ້ເປັນຢ່າງດີ ມີຄວາມໝາຍສຳຄັນເພື່ອ “ຫັນຄວາມສ່ຽງກາຍເປັນກາລະໂອກາດ”, ຊອກໄດ້ກາລະໂອກາດພັດທະນາໃໝ່.

        ວິທີສຳຜັດໃໝ່ໃນການລະດົມ, ຂຸດຄົ້ນ ແລະ ນຳໃຊ້ບັນດາແຫຼ່ງກຳລັງຢ່າງມີປະສິດທິຜົນ, ກຳນົດກຳລັງໜູນໃໝ່ໃຫ້ແກ່ການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ, ເລີ່ມມາຈາກ: ທ່າອຽງທົ່ວໂລກ, ວິໄສທັດລະດັບຊາດ, ການກະທຳຂອງທ້ອງຖິ່ນ.

ແຜນການສັງລວມມາດຕະການແກ້ໄຂຢ່າງົບຊຸດ

        ຕາມທ່ານຮອງສາດສະດາຈານ, ປະລິນຍາເອກ ຫງວຽນວັນທ້າວ, ອະດີດຮອງປະທານສະພາທິດສະດີສູນກາງ ແລ້ວ, ໃນສະພາບໂລກລະບາດໂຄວິດ-19 ເຮັດໃຫ້ຫຼາຍລະບົບສະໜອງໃນທົ່ວໂລກຖືກຂາດວັກຂາດຕອນ, ເຮັດໃຫ້ການເຄື່ອນໄຫວລົງທຶນ ແລະ ການຄ້າສາກົນຖືກກີດຂວາງນັ້ນ, ປະຈຸບັນ, ບັນດາປະເທດ, ກຸ່ມບໍລິສັດ, ວິສາຫະກິດໃນທົ່ວໂລກ ພວມມານະພະຍາຍາມຊອກຫາວິທີເພື່ອແກ້ໄຂ. ຍ້ອນເຫດນັ້ນ, ຖ້າຫາກບັນດາວິສາຫະກິດຂອງ ຫວຽດນາມ ນຳໃຊ້ກາລະໂອກາດດັ່ງກ່າວ ກໍຈະປະກອບສ່ວນຕັ້ງໜ້າເຂົ້າໃນການຟື້ນຟູບັນດາລະບົບສະໜອງ, ການເຄື່ອນໄຫວລົງທຶນ, ການຄ້າສາກົນ ເພື່ອຟື້ນຟູເສດຖະກິດຂອງປະເທດຊາດ.

        ເພື່ອເຮັດໄດ້ສິ່ງນັ້ນ, ຫວຽດນາມ ຕ້ອງສ້າງແຜນການສັງລວມ, ມີມາດຕະການແກ້ໄຂຢ່າງຄົບຊຸດຫຼາຍຢ່າງ. ລະອຽດແມ່ນ ເລື່ອງເປັນເຈົ້າການ, ຕັ້ງໜ້າຍູ້ແຮງບັນດາການເຄື່ອນໄຫວພົວພັນກັບຕ່າງປະເທດຂອງລັດ, ທຸກຂັ້ນ, ທຸກຂະແໜງການ ເພື່ອເຊື່ອມຕໍ່, ຊຸກຍູ້ການພົວພັນດ້ານເສດຖະກິດ ການຄ້າ, ວິທະຍາສາດເຕັກໂນໂລຊີຂອງປະເທດຊາດ, ຂອງວິສາຫະກິດຢູ່ພາຍໃນປະເທດກັບບັນດາປະເທດ, ວິສາຫະກິດຕ່າງປະເທດ, ສ້າງລະບອບລະບຽບການ, ກົດໝາຍໃຫ້ສົມບູນແບບ, ມີນະໂຍບາຍສ້າງຄວາມສະດວກໃຫ້ແກ່ການລົງທຶນດຳເນີນທຸລະກິດທີ່ດູດດື່ມ. ທ່ານ ຫງວຽນຊວັນທັງ, ຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ຢັ້ງຢືນວ່າ:

        “ເລື່ອງເພີ່ມສະມັດຕະພາບຕ້ອງໄດ້ປະຕິບັດໃຫ້ສອດຄ່ອງກັບເງື່ອນໄຂຕົວຈິງຂອງແຕ່ລະທ້ອງຖິ່ນ. ນີ້ແມ່ນວິວັດການເຊິ່ງດຳເນີນໄປບົນຈິດໃຈປ່ຽນແປງໃໝ່ປະດິດຄິດສ້າງ, ຕ້ອງມີການປ່ຽນແປງໃໝ່ປະດິດຄິດສ້າງນັບທັງວິທີໃຊ້ຄວາມຄິດ ແລະ ວິທີເຮັດ ເພື່ອສອດຄ່ອງກັບການປ່ຽນແປງໃໝ່ຢ່າງໄວຂອງສະພາບຕົວຈິງ; ເອົາໃຈໃສ່ຂຸດຄົ້ນ ແລະ ເສີມຂະຫຍາຍແຫຼ່ງກຳລັງມະນຸດ, ຍ້ອນນີ້ທັງແມ່ນກຳລັງໜູນພັດທະນາສຳຄັນທີ່ສຸດ ເຊິ່ງພວກເຮົາຕ້ອງຄິດໄລ່ເຖິງ”.

        ເພື່ອສ້າງກຳລັງໜູນໃໝ່ໃຫ້ແກ່ການເຕີບໂຕ ແລະ ການພັດທະນາ, ຫວຽດນາມ ກໍ່ສົ່ງເສີມ, ໜູນຊ່ວຍວິສາຫະກິດ, ຜູ້ຜະລິດຢູ່ພາຍໃນປະເທດປ່ຽນແປງໃໝ່ເຕັກໂນໂລຊີ, ນຳໃຊ້ບັນດາຂັ້ນຕອນການຜະລິດ, ມາດຕະຖານຄຸນນະພາບຜະລິດຕະພັນ, ເພື່ອໃຫ້ຜະລິດຕະພັນຂອງ ຫວຽດນາມ ສາມາດເຂົ້າຮ່ວມລະບົບມູນຄ່າທົ່ວໂລກ.

ຂຸດຄົ້ນແຫຼ່ງກຳລັງຂອງທ້ອງຖິ່ນ

        ກ່ຽວກັບທາງທ້ອງຖິ່ນ, ພາຍຫຼັງໄລຍະ 2 ປີຖືກຜົນສະທ້ອນຈາກໂລກລະບາດໂຄວິດ-19 ນັ້ນ, ມີຫຼາຍແຂວງ, ນະຄອນພວມມານະພະຍາຍາມຟື້ນຟູເສດຖະກິດ ໂດຍອີງໃສ່ທ່າແຮງທີ່ມີຢູ່ແລ້ວ. ທ່ານເລຂາຄະນະພັກແຂວງ ແຂວງ ກວາງນິງ ຫງວຽນຊວັນກີ, ໃຫ້ຮູ້ວ່າ ແຂວງ ກວາງນິງ ພວມຕັ້ງໜ້າຫັນໄປສູ່ການພັດທະນາຂຽວ. ທາງແຂວງກໍ່ນຳໜ້າໃນການປະຕິຮູບລະບຽບການບໍລິຫານ ເພື່ອເສີມຂະຫຍາຍທຸກຄວາມສາມາດບົ່ມຊ້ອນ, ທ່າແຮງໃຫ້ແກ່ການພັດທະນາ; ຍູ້ແຮງການກໍ່ສ້າງ, ເຮັດລະບົບພື້ນຖານໂຄງລ່າງຍຸດທະສາດ, ທັນສະໄໝຢ່າງຄົບຊຸດ ຕິດພັນກັບການຈັດສ້າງເຂດພັດທະນາຄືນໃໝ່.

        ສ່ວນຢູ່ແຂວງ ຝູອຽນ, ທາງແຂວງ ກໍ່ພວມສ້າງແຜນການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມໄລຍະ 2022 – 2025 ໃຫ້ສົມບູນແບບ. ໃນນັ້ນເອົາໃຈໃສ່ເຖິງບັນດາມາດຕະການແກ້ໄຂ, ກົນໄກ, ນະໂຍບາຍມີລັກສະນະບຸກທະລຸເພື່ອຟື້ນຟູ,ຮັບປະກັນສະຖຽນລະພາບ ແລະ ພັດທະນາເສດຖະກິດ - ສັງຄົມຂອງທ້ອງຖິ່ນ. ທ່ານ ຟ້າມດ້າຍເຢືອງ, ເລຂາຄະນະພັກແຂວງ ແຂວງ ຝູອຽນ, ໃຫ້ຮູ້ວ່າ:

        “ຝູອຽນ ກຳນົດຂະແໜງເສດຖະກິດປາຍແຫຼມແມ່ນເສດຖະກິດທະເລ, ທ່ອງທ່ຽວ, ທ່າກ່ຳປັ່ນ. ຝູອຽນ ກໍ່ໄດ້ວາງແຜນຜັງທ່າກ່ຳປັ່ນນ້ຳເລິກ ບ້າຍກົກ. ແຂວງ ກໍ່ພວມວາງແຜນກໍ່ສ້າງໂຄງການໄຟຟ້າແຮງລົມຢູ່ນອກຝັ່ງທະເລ, ເສດຖະກິດທະເລຕ້ອງຕິດພັນກັບການປ້ອງກັນຊາດປ້ອງກັນຄວາມສະຫງົບ. ກ່ຽວກັບການທ່ອງທ່ຽວ, ປະຈຸບັນພວມສຸມໃສ່ 2 ບັນຫາແມ່ນ ການປະຕິຮູບລະບຽບການບໍລິຫານ ເພື່ອໃຫ້ບັນດາໂຄງການລົງທຶນຜັນຂະຫຍາຍໄດ້ຢ່າງວ່ອງໄວ; ທີ 2 ແມ່ນການທ່ອງທ່ຽວຕ້ອງເຂົ້າສູ່ລົງເລິກ”.

        ໃນສະພາບເກີດຫຼາຍເຫດການ, ວິກິດການດ້ວຍຂອບຂະໜາດໃຫຍ່ຄື ໂລກລະບາດໂຄວິດ -19 ນັ້ນ, ເລື່ອງ ຫວຽດນາມ ຍາດແຍ່ງບັນດາແຫຼ່ງກຳລັງ ແລະ ກຳລັງໜູນຢ່າງສຸດຂີດນັ້ນ ແມ່ນມີຄວາມໝາຍສຳຄັນ. ສິ່ງດັ່ງກ່າວເປັນການປະກອບສ່ວນເພີ່ມກຳລັງຕ້ານຢັນຂອງພື້ນຖານເສດຖະກິດ - ສັງຄົມ, ສ້າງປະຖົມປັດໄຈໃຫ້ແກ່ສະຖຽນລະພາບ, “ຫັນຄວາມສ່ຽງກາຍເປັນກາລະໂອກາດ”, ຊອກໄດ້ກາລະໂອກາດພັດທະນາໃໝ່ຢູ່ພາຍໃນ ແລະ ພາຍຫຼັງໄລຍະໂລກລະບາດ.

(ແຫຼ່ງຄັດຈາກ VOV)

 


top