ຂ່າວສານ

ເສີມຂະຫຍາຍປະສິດທິຜົນກົນໄກການຮ່ວມມືລະຫວ່າງແຂວງ ກວາງຕຸ້ງ (ຈີນ) ກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຫວຽດນາມ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ສະເໜີໃຫ້ທັງສອງຝ່າຍສືບຕໍ່ເສີມຂະຫຍາຍກົນໄກການຮ່ວມມືລະຫວ່າງແຂວງ ກວາງຕຸ້ງ ແລະ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຫວຽດນາມ ໃຫ້ມີປະສິດທິຜົນ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ພົບປະກັບ ທ່ານ ຮວ່າງຄຸນໝິງ, ເລຂາຄະນະພັກແຂວງ ກວາງຕຸ້ງ (ພາບ: VNA)

ຕອນຄ່ຳວັນທີ 17 ພະຈິກ, ​ຢູ່​ນະ​ຄອນ ເຊີນເຈີ້ນ, ແຂວງ ກວາງຕຸ້ງ, ເນື່ອງ​ໃນ​ໂອ​ກາດ​ເຂົ້າ​ຮ່ວມສັບປະດາ​ສຸດຍອດ APEC 2026 ແລະ ເຮັດວຽກຢູ່ ຈີນ, ທ່ານ ໂຕນເລີມ, ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້ພົບປະກັບ ທ່ານ ຮວ່າງຄຸນໝິງ, ເລຂາຄະນະພັກແຂວງ ກວາງຕຸ້ງ.

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ສະເໜີໃຫ້ທັງສອງຝ່າຍ​ສືບ​ຕໍ່ເສີມ​ຂະ​ຫຍາຍກົນໄກການຮ່ວມມືລະຫວ່າງແຂວງ ກວາງຕຸ້ງ ແລະ ບັນດາກະຊວງ, ຂະ​ແໜງ​ການ, ທ້ອງຖິ່ນ ຫວຽດນາມ ໃຫ້ມີປະສິດທິ​ຜົນ;​ ຊຸກ​ຍູ້​ການ​ເຊື່ອມ​ຕໍ່​ລະ​ຫວ່າງເຂດອ່າວໃຫຍ່ ກວາງຕຸ້ງ - ຮົ່ງກົງ - ມາເກົາ ກັບ​ບັນ​ດາແຂວງ, ນະຄອນຂອງ ຫວຽດນາມ; ນຳເຂົ້າບັນ​ດາຜະລິດຕະພັນ​ທີ່​ມີ​ທ່າ​ແຮງ​ຂອງ ຫວຽດນາມ ໃຫ້ຫຼາຍຂຶ້ນ; ​ຍູ້​ແຮງ​ການເຊື່ອມຕໍ່ logistics... ທ່ານປາດ​ຖະ​ໜາວ່າ ສອງຝ່າຍຈະຜັນ​ຂະ​ຫຍາຍປີຮ່ວມມື​ດ້ານ​ການ​ທ່ອງທ່ຽວ ຫວຽດນາມ-ຈີນ ໃຫ້ມີປະສິດທິ​ຜົນ, ​ຕິດ​ພັນກັບການຂຸດຄົ້ນ​ບັນ​ດາ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານປະຫວັດສາດທີ່​ຕິດ​ພັນກັບ ປະທານ ໂຮ່ຈິມິນ ແລະ ປະ​ຫວັດ​ສາດ​ການປະຕິວັດຂອງທັງສອງປະເທດຢູ່ແຂວງ ກວາງຕຸ້ງ.

​ ສ່ວນທ່ານ ຮວ່າງຄຸນໝິງ, ເລຂາ​ຄະ​ນະພັກແຂວງ ກວາງຕຸ້ງ ຢືນຢັນວ່າ ແຂວງ ກວາງຕຸ້ງ ພ້ອມແລ້ວທີ່ຈະແບ່ງປັນຜົນງານ​ໃນການພັດທະນາ, ສົ່ງ​ເສີມວິສາຫະກິດ​ໃຫຍ່, ເຕັກໂນໂລຢີສູງລົງ​ທຶນ​ເຂົ້າ ຫວຽດນາມ, ເປີດກວ້າງ​ການການນຳເຂົ້າ​ຜະ​ລິດ​ຕະ​ພັນ​ກະເສດ ແລະ ໝາກໄມ້ຂອງ ຫວຽດນາມ.


top