ຂ່າວສານ

ເສີມຂະຫຍາຍປະຊາທິປະໄຕຢູ່ຮາກຖານໃຫ້ກວ້າງຂວາງ

ການປຶກສາຫາລື ແລະ ປະກາດໃຊ້ຮ່າງກົດໝາຍສະບັບນີ້ ແມ່ນເພື່ອແນໃສ່ຫັນແຜນນະໂຍບາຍເສີມຂະຫຍາຍປະຊາທິປະໄຕຢູ່ຂັ້ນຮາກຖານຢ່າງກວ້າງຂວາງໃຫ້ເປັນລະບອບລະບຽບການ ຢ່າງທັນການ ດ້ວຍທິດນໍາທີ່ວ່າ “ປະຊາຊົນຮັບຮູ້, ປະຊາຊົນປຶກສາຫາລື, ປະຊາຊົນປະຕິບັດ, ປະຊາຊົນກວດກາ, ປະຊາຊົນຕິດຕາມກວດກາ, ປະຊາຊົນຊົມໃຊ້”.
  ວາລະປະຊຸມຄົບຄະນະຂອງກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດ ຫວຽດນາມ ຊຸດທິ XV (ພາບ: quochoi.vn)  

 ຕອນເຊົ້າວັນທີ 27 ພຶດສະພາ, ໃນວາລະປະຊຸມຄົບຄະນະຂອງກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດຫວຽດນາມ ຊຸດທີ XV, ລັດຖະບານ ຫວຽດນາມ ຍື່ນສະເໜີຮ່າງກົດໝາຍວ່າດ້ວຍການປະຕິບັດປະຊາທິປະໄຕຢູ່ຂັ້ນຮາກຖານ ນີ້ແມ່ນຮ່າງກົດໝາຍສະບັບທຳອິດທີ່ກຳນົດຢ່າງລະອຽດກ່ຽວກັບການປະຕິບັດປະຊາທິປະໄຕຢູ່ຂັ້ນຮາກຖານ. ການປຶກສາຫາລື ແລະ ປະກາດໃຊ້ຮ່າງກົດໝາຍສະບັບນີ້ ແມ່ນເພື່ອແນໃສ່ຫັນແຜນນະໂຍບາຍເສີມຂະຫຍາຍປະຊາທິປະໄຕຢູ່ຂັ້ນຮາກຖານຢ່າງກວ້າງຂວາງໃຫ້ເປັນລະບອບລະບຽບການ ຢ່າງທັນການ ດ້ວຍທິດນໍາທີ່ວ່າ “ປະຊາຊົນຮັບຮູ້, ປະຊາຊົນປຶກສາຫາລື, ປະຊາຊົນປະຕິບັດ, ປະຊາຊົນກວດກາ, ປະຊາຊົນຕິດຕາມກວດກາ, ປະຊາຊົນຊົມໃຊ້”. ທ່ານນາງ ຫງວຽນທິແທັງ, ສະມາຊິກສະພາແຫ່ງຊາດແຂວງ ນິງບິ່ງ ຖືວ່າ:

ການສ້າງພື້ນຖານປະຊາທິປະໄຕສັງຄົມນິຍົມ ທັງແມ່ນເປົ້າໝາຍ, ທັງແມ່ນກຳລັງໜູນເພື່ອພັດທະນາ. ດັ່ງນັ້ນ, ການຫັນບັນດາແຜນນະໂຍບາຍ, ຂໍ້ກຳນົດຂອງພັກ ແລະ ລັດ ກ່ຽວກັບບັນຫາປະຕິບັດປະຊາທິປະໄຕຢູ່ຂັ້ນຮາກຖານໃຫ້ເປັນກົດໝາຍແມ່ນສຳຄັນທີ່ສຸດ. ຮ່າງກົດໝາຍວ່າດ້ວຍການປະຕິບັດປະຊາທິປະໄຕຢູ່ຂັ້ນຮາກຖານໄດ້ສຸມໃສ່ 3 ເນື້ອໃນໃໝ່. ນັ້ນແມ່ນ ຫັນບັນດາຂໍ້ກຳນົດໃນລັດຖະບັນຍັດ, ດຳລັດທີ່ປະກາດໃຊ້ກ່ອນນີ້ໃຫ້ເປັນກົດໝາຍ. ທີສອງແມ່ນເອົາໃຈໃສ່ເຖິງຂໍ້ກຳນົດກ່ຽວກັບສິດ ແລະ ພັນທະຂອງພົນລະເມືອງ, ຂອງພະນັກງານ, ກຳມະກອນ, ພາລະກອນໃນການປະຕິບັດປະຊາທິປະໄຕຢູ່ຂັ້ນຮາກຖານ ແລະ ທີສາມແມ່ນ ເປີດກວ້າງສິດປະຊາທິປະໄຕໂດຍກົງໃຫ້ແກ່ປະຊາຊົນ”.


top