ຂ່າວສານ

ເສີມຂະຫຍາຍບົດບາດສຳຄັນຂອງເສດຖະກິດພາກເອກະຊົນ - ກາຍເປັນກຳລັງໜູນຂອງພື້ນຖານເສດຖະກິດ

      ການປະຕິວັດ 4.0 ກຳລັງເປີດໂອກາດຫຼາຍຢ່າງກໍ່ຄືສິ່ງທ້າທ້າຍໃຫ້ແກ່ບັນດານັກທຸລະກິດ - ວິສາຫະກິດ ເອກະຊົນ ຫວຽດນາມ.
     ເສດຖະກິດພາກເອກະຊົນປະກອບສ່ວນຢ່າງສຳຄັນເຂົ້າການພັດທະນາເສດຖະກິດຂອງປະເທດຊາດ(ພາບ:kinhtedothi.vn) 
      ໃນລະຫວ່າງວັນທີ 2 – 3 ພຶດສະພາ, ເວທີປາໄສເສດຖະກິດພາກເອກະຊົນ ຫວຽດນາມ 2019 ຈະດຳເນີນຢູ່ນະຄອນຫຼວງ ຮ່າໂນ້ຍ, ໂດຍມີການເຂົ້າຮ່ວມຂອງຜູ້ແທນນັບພັນຄົນຊຶ່ງເປັນຜູ້ຕາງໜ້າຂອງວົງການນັກທຸລະກິດ - ວິສາຫະກິດ, ອົງການຄຸ້ມຄອງ ແລະ ບັນດານັກຊ່ຽວຊານດ້ານເສດຖະກິດ. ນີ້ິ້ແມ່ນເວທີປາໄສລະດັບຊາດ - ປຶກສາຫາລືບັນດາບັນຫາຫຼັກແຫຼ່ງ, ຍຸດທະສາດກ່ຽວກັບເສດຖະກິດມະຫາພາກຂອງ ຫວຽດນາມ, ພ້ອມທັງແນໃສ່ຮັກສາການເຄື່ອນໄຫວສົນທະນານະໂຍບາຍພາກລັດ - ເອກະຊົນລະຫວ່າງລັດຖະບານ ແລະ ເຂດເສດຖະກິດເອກະຊົນ. ບັນດານັກຊ່ຽວຊານໃຫ້ຂໍ້ສັງເກດວ່າເວທີປາໄສສືບຕໍ່ກຳນົດ ແລະ ຢັ້ງຢືນບົດບາດສຳຄັນຂອງເສດຖະກິດ ເອກະຊົນ - ກຳລັງໜູນສຳຄັນຂອງພື້ນຖານເສດຖະກິດ.
        ທ່ານ ຫງວຽນກວາງຮວນ, ຮອງປະທານສະມາຄົມນັກທຸລະກິດເອກະຊົນຖືວ່າ ການປະຕິວັດ 4.0 ກຳລັງເປີດໂອກາດຫຼາຍຢ່າງກໍ່ຄືສິ່ງທ້າທ້າຍໃຫ້ແກ່ບັນດານັກທຸລະກິດ - ວິສາຫະກິດ ເອກະຊົນ ຫວຽດນາມ. ທ່ານກ່າວວ່າ:
        “ໜຶ່ງໃນບັນດາມາດຕະການແກ້ໄຂທີ່ສຳຄັນນັ້ນແມ່ນວິສາຫະກິດຕ້ອງກຳນົດ ວັດທະນະທຳວິສາຫະກິດຢ່າງຈະແຈ້ງ ແລະ ຕ້ອງປະຕິບັດ - ຢຶດໝັ້ນຕາມວັດທະນະທຳດັ່ງກ່າວ, ປະຕິບັດຕາມກົດໝາຍ, ມຸ່ງໄປສູ່ປະຊາຄົມນັ້ນຜົນປະໂຫຍດຂອງພວກທ່ານຈຶ່ງຈະຍືນຍົງ. ທີ 2 ແມ່ນຕ້ອງແບ່ງປັນຜົນປະໂຫຍດກັບຄູ່ຮ່ວມມື - ບໍ່ມີໃຜດຳເນີນທຸລະກິດຄົນດຽວໄດ້.
 (ແຫຼ່ງຄັດຈາກ VOV)


top