ຂ່າວສານ

ເສີມຂະຫຍາຍບົດບາດຂອງອົງການນິຕິບັນຍັດ ຫວຽດນາມ-ກຳປູເຈຍ ໃນການຊຸກຍູ້ການພົວພັນສອງຝ່າຍ

ທ່ານຫງວຽນຊວັນຟຸກ ປະທານປະເທດ ຫວຽດນາມ ສະເໜີໃນໄລຍະທີ່ຈະມາເຖິງ, ສອງປະເທດສືບຕໍ່ຮັກສາການພົບປະຂັ້ນສູງໄວ້ເປັນປະຈຳ, ຊຸກຍູ້ບັນດາກົນໄກການຮ່ວມມືລະຫວ່າງສອງປະເທດໃນທົ່ວທຸກຊອ່ງທາງ, ຜ່ານນັ້ນປັບປຸງການພົວພັນດ້ານການເມືອງທີ່ໄວ້ເນື້ອເຊື່ອໃຈ...
  ທ່ານຫງວຽນຊວັນຟຸກ ປະທານປະເທດ ຫວຽດນາມ ຕ້ອນຮັບ ສົມເດັກ ໄຊຈູມ, ປະທານສະພາສູງ ແຫ່ງລາຊາອານາຈັກກຳປູເຈຍ (ພາບ:TTXVN)  

ຕອນເຊົ້າວັນທີ 25 ຕຸລາ, ຢູ່ສໍານັກງານປະທານປະເທດ, ທ່ານຫງວຽນຊວັນຟຸກ ປະທານປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບສົມເດັກ ໄຊຈູມ, ປະທານສະພາສູງ ແຫ່ງລາຊາອານາຈັກກຳປູເຈຍ, ພວມມີການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ. ທ່ານຫງວຽນຊວັນຟຸກ ປະທານປະເທດ ຫວຽດນາມ ສະເໜີໃນໄລຍະທີ່ຈະມາເຖິງ, ສອງປະເທດສືບຕໍ່ຮັກສາການພົບປະຂັ້ນສູງໄວ້ເປັນປະຈຳ, ຊຸກຍູ້ບັນດາກົນໄກການຮ່ວມມືລະຫວ່າງສອງປະເທດໃນທົ່ວທຸກຊອ່ງທາງ, ຜ່ານນັ້ນປັບປຸງການພົວພັນດ້ານການເມືອງທີ່ໄວ້ເນື້ອເຊື່ອໃຈ, ພ້ອມກັນຮັກສາເອກະລາດ, ເປັນເຈົ້າຕົນເອງໃຫ້ໝັ້ນຄົງ, ແລະ ພັດທະນາໃຫ້ຮັ່ງມີເຂັ້ມແຂງ. ພ້ອມກັນນັ້ນແມ່ນເສີມຂະຫຍາຍບົດບາດຂອງອົງການນິຕິບັນຍັດຂອງ 2 ປະເທດ ໃນການຊຸກຍູ້ການພົວພັນສອງຝ່າຍ, ສ້າງລະບອບລະບຽບການລະບົບກົດໝາຍໃຫ້ສົມບູນແບບ ສ້າງຄວາມສະດວກໃຫ້ແກ່ການເພີ່ມທະວີການເຊື່ອມຕໍ່ລະຫວ່າງສອງພື້ນຖານເສດຖະກິດ; ຜັນຂະຫຍາຍປະສິດຕິຜົນບັນດາຂໍ້ຕົກລົງການຮ່ວມມື; ສົມທົບ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຢູ່ບັນດາເວທີປາໄສຫຼາຍຝ່າຍ… ທ່ານປະທານປະເທດ ຫວຽດນາມ ກໍ່ໄດ້ສະເໜີສອງຝ່າຍຊຸກຍູ້ການຂີດຂັ້ນປັກຫຼັກໝາຍຊາຍແດນຈຳນວນ 16% ທີ່ຍັງເຫຼືອ ເພື່ອກໍ່ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາສອງຊາດ.

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຫວັງວ່າ ທ່ານປະທານ ແລະ ສະພາສູງ ກຳປູເຈຍ ຈະສືບຕໍ່ໜູນຊ່ວຍຊາວ ຫວຽດນາມ ອາໄສຢູ່ກຳປູເຈຍ, ໃນນັ້ນມີການເຂົ້າສັນຊາດ, ຊ່ວຍສ້າງການດຳລົງຊີວິດເປັນປົກກະຕິ; ສະເໜີກຳປູເຈຍ ສ້າງຄວາມສະດວກ ໃຫ້ແກ່ບັນດາວິສາຫະກິດຫວຽດນາມ ເຄື່ອນໄຫວລົງທຶນຢູ່ກຳປູເຈຍ ອີກດ້ວຍ.


top