ຂ່າວສານ

ເສີມຂະຫຍາຍຖານຂໍ້ມູນລະດັບຊາດກ່ຽວກັບພົນລະເມືອງຢ່າງມີປະສິດທິຜົນ

ແລະກໍ່ໃນຕອນບ່າຍວັນດຽວກັນ, ເມື່ອປຶກສາຫາລືກ່ຽວກັບຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການເຂົ້າ - ອອກເມືອງຂອງພົນລະເມືອງ ຫວຽດນາມ
  ທ່ານລັດຖະມົນຕີກະຊວງຕຳຫຼວດ ໂຕເລີມ (ພາບ:quochoi.vn)  

ເສີມຂະຫຍາຍຖານຂໍ້ມູນລະດັບຊາດກ່ຽວກັບພົນລະເມືອງຢ່າງມີປະສິດທິຜົນ - ນີ້ແມ່ນຄຳຢັ້ງຢືນຂອງທ່ານລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໂຕເລີມ ເມື່ອສະເໜີຮ່າງກົດໝາຍວ່າດ້ວຍບັດປະຈຳຕົວພົນລະເມືອງ (ສະບັບປັບປຸງ) ທີ່ກອງປະຊຸມຂອງສະພາແຫ່ງຊາດໃນຕອນບ່າຍວັນທີ 2 ມິຖຸນາ, ທີ່ຫໍສະພາແຫ່ງຊາດ, ໃນຂອບເຂດກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV. ຕາມທ່ານລັດຖະມົນຕີແລ້ວ, ເລື່ອງປັບປຸງກົດໝາຍວ່າດ້ວຍບັດປະຈຳຕົວພົນລະເມືອງ ປີ 2014 ແມ່ນເພື່ອແນໃສ່ສ້າງບາດກ້າວບຸກທະລຸ ກ່ຽວກັບການຫັນເປັນດີຈີຕອນຢູ່ ຫວຽດນາມ; ຮັບໃຊ້ການເຊື່ອມຕໍ່, ຂຸດຄົ້ນ, ເພີ່ມເຕີມ, ເຮັດໃຫ້ຂໍ້ມູນກ່ຽວກັບພົນລະເມືອງອຸດົມສົມບູນຂຶ້ນຕື່ມ. ຮ່າງກົດໝາຍໄດ້ເປີດກ້ວາງເປົ້າໝາຍຈັດວາງເມື່ອທຽບໃສ່ກົດໝາຍວ່າດ້ວຍບັດປະຈຳຕົວພົນລະເມືອງ ປີ 2014.

ແລະກໍ່ໃນຕອນບ່າຍວັນດຽວກັນ, ເມື່ອປຶກສາຫາລືກ່ຽວກັບຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການເຂົ້າ - ອອກເມືອງຂອງພົນລະເມືອງ ຫວຽດນາມ ແລະ ກົດໝາຍວ່າດ້ວຍການເຂົ້າ - ອອກເມືອງ, ຜ່ານແດນ, ຢູ່ອາໄສຂອງຊາວຕ່າງປະເທດ ຢູ່ ຫວຽດນາມ, ບັນດາຜູ້ແທນໄດ້ເຫັນດີເປັນເອກະພາບໂດຍພື້ນຖານກັບຄວາມຈຳເປັນທີ່ຕ້ອງປະກາດໃຊ້ບັນດາຮ່າງກົດໝາຍ; ສະເໜີ, ຕີລາຄາຜົນກະທົບນະໂຍບາຍກ່ຽວກັບການປະຕິຮູບລະບຽບການບໍລິຫານໃນຂົງເຂດຄຸ້ມຄອງການເຂົ້າ - ອອກເມືອງ ທາງເອເລັກໂຕນິກ…


top