ຂ່າວສານ

ເສີມຂະຫຍາຍຄຸນຄ່າອາຫານການກິນພື້ນເມືອງໃນການພັດທະນາການທ່ອງທ່ຽວຢູ່ ເກິນເທີ

ນັບແຕ່ປີ 2015 ເປັນຕົ້ນມາ, ເຂດທ່ອງທ່ຽວຊຸມຊົນ ໂກ່ນເຊີນ ຢູ່ເມືອງ ບິ່ງຖຸຍ ໄດ້ເປີດການເຄື່ອນໄຫວ, ນັກທ່ອງທ່ຽວມາແຫ່ງນີ້ໄດ້ຮັບປະທານເຂົ້າໜົມພື້ນເມືອງທາງພາກໃຕ້ ຫວຽດນາມ
  (ນັກທ່ອງທ່ຽວເຮັດເຂົ້າໜົມພື້ນເມືອງດ້ວຍຕົນເອງ)  

 ງານບຸນເຂົ້າໜົມພື້ນເມືອງທາງພາກໃຕ້ ຫວຽດນາມ ຄັ້ງທີ 9 ຫາກໍ່ຈັດຂຶ້ນຢູ່ສະໜາມຫຼວງເມືອງ ບິ່ງຖຸຍ ໄດ້ດຶງດູດນັກທ່ອງທ່ຽວເຂົ້າຮ່ວມເປັນຈຳນວນຫຼາຍ. ຈຸດປະສົງຂອງການເຄື່ອນໄຫວແມ່ນເພື່ອແນໃສ່ເສີມຂະຫຍາຍຄຸນຄ່າອາຫານການກິນພື້ນເມືອງທາງພາກໃຕ້ ຫວຽດນາມ ໃນການພັດທະນາການທ່ອງທ່ຽວຢູ່ ເກິນເທີ.

ນັບແຕ່ປີ 2015 ເປັນຕົ້ນມາ, ເຂດທ່ອງທ່ຽວຊຸມຊົນ ໂກ່ນເຊີນ ຢູ່ເມືອງ ບິ່ງຖຸຍ ໄດ້ເປີດການເຄື່ອນໄຫວ, ນັກທ່ອງທ່ຽວມາແຫ່ງນີ້ໄດ້ຮັບປະທານເຂົ້າໜົມພື້ນເມືອງທາງພາກໃຕ້ ຫວຽດນາມ, ຄື: ເຂົ້າໜົມ ເອືອດ ຫວານ, ເຂົ້າໜົມ ຟູເທ, ເຂົ້າໜົມ ແກບ… ພິເສດ, ເພື່ອເພີ່ມຄວາມດູດດື່ມ, ບັນດານັກສິລະປະການຢູ່ທີ່ນີ້ຍັງສ້າງເຂດສະເພາະ ໃຫ້ນັກທ່ອງທ່ຽວເຮັດເຂົ້າໜົມພື້ນເມືອງດ້ວຍຕົນເອງ ອີກດ້ວຍ.

ຢູ່ເຮືອນນັກສິລະປະການ ໃບເມື່ອຍ, ເຂົ້າໜົມພື້ນເມືອງທຸກປະເພດລ້ວນແຕ່ເຮັດດ້ວຍມື, ນຳໃຊ້ວັດຖຸດິບທຳມະຊາດ. ເພື່ອປະກອບສ່ວນສ້າງຄວາມອຸດົມສົມບູນໃຫ້ແກ່ງານບຸນເຂົ້າໜົມພື້ນເມືອງຄັ້ງນີ້ຕື່ມອີກ, ນັກສິລະປະການ ໃບເມື່ອຍ ກໍ່ຄືບັນດານັກສິລະປະການອື່ນຢູ່ ໂກ່ນເຊີນ ໄດ້ຈັດລາຍການໃຫ້ນັກທ່ອງທ່ຽວເຂົ້າຮ່ວມເຮັດເຂົ້າໜົມຢູ່ກັບທີ່. ມີນັກທ່ອງທ່ຽວຫຼາຍຄົນພໍອົກພໍໃຈເມື່ອຕົນເອງໄດ້ເຮັດເຂົ້າໜົມຢູ່ກັບທີ່. ເອື້ອຍ ດ່າວທິຮ່າ, ນັກທ່ອງທ່ຽວມາຈາກ ເງະອານ, ແບ່ງປັນວ່າ:

ນີ້ແມ່ນຄັ້ງທຳອິດທີ່ຂ້າພະເຈົ້າໄດ້ມາຢ້ຽມຢາມ ໂກ່ນເຊີນ ແລະ ກໍ່ເປັນຄັ້ງທຳອິດທີ່ໄດ້ເຮັດເຂົ້າໜົມ ແກບ. ຂ້າພະເຈົ້າເຫັນວ່າ ນີ້ແມ່ນການເຂົ້າຮ່ວມຕົວຈິງທີ່ຈັບອົກຈັບໃຈ ແລະ ປາດຖະໜາຢາກພາຍາດຕິພີ່ນ້ອງ, ເພື່ອນມິດຂອງຕົນໄດ້ມາເຂົ້າຮ່ວມ, ຊອກຮູ້ວັດທະນະທຳຂອງຊາວພາກໃຕ້.”

ຮ້ານເຮັດເຂົ້າໜົມ ຮອຍ ອຸດແຊັກ ຢູ່ເມືອງ ຟອງດ່ຽນ, ກໍ່ແມ່ນໜຶ່ງໃນບັນດາສະຖານທີ່ຢ້ຽມຊົມ, ເຮັດເຂົ້າໜົມພື້ນເມືອງຂອງນະຄອນ ເກິນເທີ. ສິ່ງດຶງດູດນັກທ່ອງທ່ຽວທີ່ສຸດແມ່ນຄວາມພິຖີພິຖັນລະອຽດຂອງນັກສິລະປະການໃນການເຮັດເຂົ້າໜົມ ຮອຍ ແຕ່ລະອັນ. ອ້າຍ ຫງວຽນວັນກວາງ, ນັກທ່ອງທ່ຽວມາຈາກ ຮ່າໂນ້ຍ, ໃຫ້ຮູ້ວ່າ:

ຂ້າພະເຈົ້າເຫັນວ່າ, ເມື່ອເຮັດເຂົ້າໜົມແຕ່ລະອັນຄືແນວນີ້ແມ່ນມ່ວນທີ່ສຸດ, ຍ້ອນວ່າກ່ອນນີ້ຂ້າພະເຈົ້າບໍ່ເຄີຍເຮັດເຂົ້າໜົມຈັກເທື່ອ, ມີແຕ່ໄປຊື້ ຫຼື ຜູ້ອື່ນເຮັດໃຫ້ກິນ. ຂ້າພະເຈົ້າເຫັນວ່າ ສິ່ງພິເສດນັ້ນແມ່ນ ສີມືອັນຄ່ອງແຄ້ວ ຂອງນັກສິລະປະການ ແລະ ຕະການ ”.

  (ຮ້ານຂາຍ buffet ເຂົ້າໜົມພື້ນເມືອງທີມີຊື່ວ່າ “AZ ເຂົ້າໜົມ”)  

ນອກຈາກບັນດາສະຖານທີ່ເຂົ້າຮ່ວມການເຮັດເຂົ້າໜົມພ້ອມກັບນັກສິລະປະການທີ່ມີສີມືຊຳນານແລ້ວ, ຫວ່າງມໍ່ໆມານີ້ໃນແຜນທີ່ທ່ອງທ່ຽວນະຄອນ ເກິນເທີ ຍັງມີຮ້ານຂາຍ buffet ເຂົ້າໜົມພື້ນເມືອງທີມີຊື່ວ່າ “AZ ເຂົ້າໜົມ”, ຢູ່ຕາແສງ ບິ່ງອານ, ເມືອງ ນິງກ່ຽວ, ຂອງກຸ່ມເພື່ອນໜຸ່ມ. ດ້ວຍຄວາມເມົາມົວຫຼົງໄຫຼໄປກັບເຂົ້າໜົມພື້ນເມືອງນັ້ນ, ກຸ່ມເພື່ອນໜຸ່ມໄດ້ “ດັດແປງ” ເຂົ້າໜົມພື້ນເມືອງກວ່າ 20 ປະເພດ ດ້ວຍແປ້ງເຂົ້າບະເລ “ໃໝ່ອ່ຽມ” ສະແດງໃຫ້ເຫັນຄວາມທັນສະໄໝ, ເຕັມໄປດ້ວຍຄວາມດຶງດູດໃຈຕໍ່ນັກທ່ອງທ່ຽວ.

ເຖິງວ່າເຂົ້າໜົມມີການດັດແປງ, ມີສີສັນຫຼາກຫຼາຍກໍ່ຕາມ,ແຕ່ເຂົ້າໜົມແຕ່ລະອັນນັ້ນໄດ້ສ້າງມາຈາກສີວັດຖຸດິບທຳມະຊາດ ສະນັ້ນຈຶ່ງສາມາດຮັກສາລົດຊາດດັ້ງເດີມໄວ້ໄດ້. ບັນດາສະມາຊິກຂອງຮ້ານ “AZ ເຂົ້າໜົມ” ໃຫ້ຮູ້ວ່າ, “AZ ເຂົ້າໜົມ” ຍັງສົມທົບກັບຫ້ອງການວັດທະນະທຳ - ຖະແຫຼງຂ່າວເມືອງ ນິງກ່ຽວ, ເຂົ້າຮ່ວມງານບຸນເຂົ້າໜົມພື້ນເມືອງທາງພາກໃຕ້ ຫວຽດນາມ ຄັ້ງທີ 9 ແລະ ເຂົ້າຮ່ວມງານແຂ່ງຂັນເຂົ້າໜົມພື້ນເມືອງທາງພາກໃຕ້ໃນງານບຸນຕ່າງໆອີກດ້ວຍ. ເລື່ອງເຂົ້າຮ່ວມງານບຸນເຂົ້າໜົມພື້ນເມືອງທົ່ວເຂດຕາເວັນຕົກທາງພາກໃຕ້ນັ້ນ, ແມ່ນຄວາມເອກອ້າງທະນົງໃຈ ແລະ ກໍ່ແມ່ນໜ້າທີ່ຄວາມຮັບຜິດຊອບຂອງຄົນລຸ້ນໜຸ່ມໃນການອະນຸລັກຮັກສາ ແລະ ເສີມຂະຫຍາຍຈຸດຄວາມງາມໃນອາຫານການກິນຂອງບ້ານເກີດເມືອງນອນ.

ບັນດາໝູ່ບ້ານອາຊີບເຮັດເຂົ້າໜົມພື້ນເມືອງໄດ້ຮ່ວມສຳພັນກັບບັນດາບໍລິສັດທ່ອງທ່ຽວຢູ່ພາຍໃນ ແລະ ນອກນະຄອນ ເພື່ອສ້າງລາຍການທ່ອງທ່ຽວ ທີ່ກ່ຽວຂ້ອງເຖິງເຂົ້າໜົມພື້ມເມືອງ. ທ່ານນາງ ຮີນທິມີ້, ເຈົ້າຂອງເຮືອນສວນຊີວະພາບ, ຮ້ານເຮັດເຂົ້າໜົມ ອຸດດີແຊັກ, ຢູ່ຕາແສງ ເຍີນອາຍ, ເມືອງ ຟອງດຽນ, ແບ່ງປັນວ່າ:

ຂ້າພະເຈົ້າໄດ້ຢຸດການເຄື່ອນໄຫວໃນເວລາເກີດໂລກລະບາດ ກໍເປັນປີແລ້ວ, ດຽວນີ້ກັບມາເປີດຮ້ານເຄື່ອນໄຫວຄືນໃໝ່. ເຂົ້າໜົມປະເພດນີ້ເຮັດຍາກທີ່ສຸດ, ຍ້ອນອາຊີບຂອງເຮົາແມ່ນອາຊີບທີ່ມີມາແຕ່ດົນນານ, ຕົນເອງມັກຮັກໃນອາຊີບ ສະນັ້ນໄດ້ຮັກສາໄວ້ ເພື່ອບໍ່ໃຫ້ສູນຫາຍໄປ. ນັກທ່ອງທ່ຽວມາກິນເຂົ້າໜົມ ຫຼື ມາຢ້ຽມຊົມ ຕົນເອງລ້ວນແຕ່ໃຫ້ການຕ້ອນຮັບໝົດ”.

ງານບຸນເຂົ້າໜົມພື້ນເມືອງທາງພາກໃຕ້ ຫວຽດນາມ ຄັ້ງທີ 9 ມີຮ້ານວາງສະແດງເຂົ້າໜົມພື້ນເມືອງປະມານ 200 ຮ້ານ, ຜະລິດຕະພັນ OCOP, ອາຫານການກິນ ແລະ ເຂົ້າໜົມທັນສະໄໝ, ອາຫານສະເພາະເຂດພາກ… ການເຂົ້າຮ່ວມຂອງບັນດານັກສິລະປະການ, ກຸ່ມເພື່ອນໜຸ່ມໄດ້ເປັນການປະກອບສ່ວນອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳອາຫານການກິນ, ໂດຍສະເພາະແມ່ນເຂົ້າໜົມພື້ນເມືອງຫຼາຍປະເພດຂອງທາງພາກໃຕ້ ຫວຽດນາມ ເວົ້າລວມ ແລະ ຢູ່ ເກິນເທີ ເວົ້າສະເພາະ. ຜ່ານງານບຸນ, ອຳນາດການປົກຄອງທ້ອງຖິ່ນຍັງສົ່ງເສີມການປະດິດຄິດສ້າງຂອງນັກສິລະປະການເຮັດເຂົ້າໜົມພື້ນເມືອງ, ຮ່ວມສຳພັນກັບບັນດາວິສາຫະກິດຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອເປີດກວ້າງຕະຫຼາດ ກໍຄືປະກອບສ່ວນພັດທະນາຂະແໜງອຸດສາຫະກຳປອດຄວັນຢູ່ເຂດດິນແດນ ໄຕໂດ./.


top