ຂ່າວສານ

ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ, ສູ້ຊົນນຳແຂວງ ນິງທ້ວນ ໃຫ້ພັດທະນາແບບຍືນຍົງ

ໄລຍະທາງ 30 ປີ ພາຍຫລັງສ້າງຕັ້ງແຂວງຄືນໃຫມ່ (1/4/1992-1/4/2022), ດ້ວຍຈັນຍາບັນ ແລະ ເຈດຈຳນົງ, ຈິດໃຈກ້າຄິດກ້າທຳ, ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງ ນິງທ້ວນ ໄດ້ຜ່ານຜ່າຄວາມຫຍຸ້ງຍາກບືນຕົວຂຶ້ນ, ຫັນປ່ຽນຢ່າງແຮງ. ນິງທ້ວນ ໄດ້ຍາດແຍ່ງຄວາມສາມາດບົ່ມຊ້ອນ ແລະ ທ່າໄດ້ປຽບເປັນຢ່າງດີ, ຫັນສິ່ງທ້າທາຍກາຍເປັນກາລະໂອກາດພັດທະນາ, ສູ້ຊົນຮອດປີ 2030 ກາຍເປັນແຂວງພັດທະນາດີສົມຄວນຂອງເຂດ ແລະ ຂອງທົ່ວປະເທດ.
  ນິງທ້ວນແມ່ນເຂດມີຄວາມສາມາດບົ່ມຊ້ອນ ກ່ຽວກັບພະລັງງານແສງຕາເວັນໃຫ້ແກ່ການຜະລິດໄຟຟ້າ (ພາບ: TTXVN)  

ມະຕິ ກອງປະຊຸມໃຫຍ່ອົງຄະນະພັກແຂວງ ນິງທ້ວນ ຄັ້ງທີ XIV ສະໄຫມປີ 2020 – 2025 ໄດ້ກຳນົດຍູ້ແຮງການປ່ຽນໃຫມ່ປະດິດຄິດສ້າງ, ເສດຖະກິດທະເລແມ່ນກຳລັງຫນູນ. ພັດທະນາເສດຖະກິດສັງຄົມວ່ອງໄວ, ຍືນຍົງ, ຍົກສູງຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ. ແຂວງ ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຢ່າງສຸດຂີດ ສ້າງກົນໄກ, ນະໂຍບາຍ, ກໍ່ສ້າງພື້ນຖານໂຄງລ່າງຄົມມະນາຄົມ, ຈັດສັນທີ່ດິນໃຫ້ແກ່ບັນດາໂຄງການພະລັງງານສະອາດ, ພະລັງງານຜະລິດຄືນໃຫມ່, ເພີ່ມທະວີການເຊື່ອມຕໍ່ກັບຊ່ອງທາງດຶງດູດການລົງທຶນຢູ່ພາຍໃນ ແລະ ຕ່າງປະເທດ, ບັນດາອົງການຜູ້ຕາງຫນ້າຂອງຫວຽດນາມ ຢູ່ຕ່າງປະເທດ. ກຳນົດທິດຮອດປີ 2030 ແຂວງ ນິງທ້ວນ ກາຍເປັນສູນພະລັງງານສະອາດ, ພະລັງງານຜະລິດຄືນໃຫມ່ຂອງທົ່ວປະເທດ. ທ່ານ ຫວໍດີງວິງ, ຫົວຫນ້າພະແນກອຸດສາຫະກຳ ການຄ້າ ແຂວງ ນິງທ້ວນ ໃຫ້ຮູ້ວ່າ:

 “ດ້ວຍທ່າໄດ້ປຽບຂອງຕົນ, ແຂວງ ນິງທ້ວນ ແມ່ນຫນຶ່ງໃນບັນດາທ້ອງຖິ່ນມີຄວາມສາມາດບົ່ມຊ້ອນກ່ຽວກັບພະລັງງານຜະລິດຄືນໃຫມ່ ແລະ ພະລັງງານສະອາດ ເມື່ອຍອດກຳລັງການຜະລິດແມ່ນຂຶ້ນເຖິງ 40.000 Mgw. ໄຟຟ້າແສງຕາເວັນ, ດ້ວຍແດດຕະຫລອດປີ ແລະ ກຳລັງແຮງລົມແມ່ນສູງທີ່ສຸດ. ພະລັງແຮງລົມໄດ້ກຳນົດວ່າແມ່ນຫນຶ່ງໃນບັນດາຄວາມສາມາດບົ່ມຊ້ອນໃຫຍ່ຂອງແຂວງ ນິງທ້ວນ ດ້ວຍກຳລັງແຮງລົມແມ່ນຂຶ້ນເຖິງ 6,5-9,5 m/ວິນາທີ, ຄວາມສູງແມ່ນ 65 ແມັດ”.

ນິງທ້ວນ ກໍ່ໃຫ້ບຸລິມະສິດການພັດທະນາພື້ນຖານໂຄງລ່າງດິຈີຕອນ ສົມທົບກັບການເຊື່ອມຕໍ່ສາຍການບິນສາກົນເຖິງແຂວງ ຫລືໃນສາຍຮ່ວມສຳພັນການພັດທະນາກັບບັນດາແຂວງ ໃກ້ຄຽງຄື: ບິ່ງທ້ວນ, ແຄງຮວ່າ, ເລີມດົ່ງ. ທ່ານ ຫງວຽນວັນຫວີງ, ຫົວຫນ້າພະແນກຄົມມະນາຄົມຂົນສົ່ງແຂວງ ນິງທ້ວນ ໃຫ້ຮູ້ວ່າ:

 “ປະຈຸບັນ ກະຊວງຄົມມະນາຄົມຂົນສົ່ງ ພວມຜັນຂະຫຍາຍການລົງທຶນກໍ່ສ້າງເສັ້ນທາງຄວາມໄວສູງ ເຫນືອ - ໃຕ້ ຜ່ານບໍລິເວນແຂວງ ມີຄວາມຍາວ 61,5 km. ພ້ອມກັນນັ້ນ ແຂວງ ນິງທ້ວນ ກໍໄດ້ລົງທຶນກໍ່ສ້າງເສັ້ນທາງເຊື່ອມຕໍ່ສາຍທາງຄວາມໄວສູງລົງທ່າກຳປັ່ນສັງລວມ ກ່ານາ, ມີຄວາມຍາວ 22,5 km. ແຂວງ ນິງທ້ວນ ໄດ້ຜັນຂະຫຍາຍເລີ່ມລົງມືກໍ່ສ້າງສາຍທາງນີ້ໃນເດືອນພະຈິກປີ 2022. ນີ້ແມ່ນສາຍທາງຍຸດທະສາດເພື່ອພັດທະນາເສດຖະກິດຈຸດສຸມທາງທິດໃຕ້ຂອງນິງທ້ວນ”.

  ຮູບແບບການຜະລິດທີ່ນຳໃຊ້ເຕັກໂນໂລຢີສູງ ຢູ່ແຂວງນິງທ້ວນ (ພາບ: nongnghiep.vn)  

ແຂວງ ກໍ່ເອົາໃຈໃສ່ກໍ່ສ້າງ, ຜັນຂະຫຍາຍ ແລະ ປະຕິບັດການວາງແຜນຜັງແຂວງ ນິງທ້ວນໄລຍະ 2021- 2030, ວິໄສທັດ ຮອດປີ 2050 ຢ່າງມີປະສິດທິຜົນ, ໃນນັ້ນ ເອົາໃຈໃສ່ເປັນພິເສດເຖິງທີ່ຕັ້ງບົດບາດຂອງແຂວງ ນິງທ້ວນ ແມ່ນກ້ຳເຕີບໂຕໃຫມ່ໃນການຮ່ວມສຳພັນເຂດແຄມທະເລພາກກາງ ແລະ ບັນດາແຂວງໃກ້ຄຽງ, ສືບຕໍ່ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃຫມ່ຕິດພັນກັບການປ່ຽນແປງໃຫມ່ຮູບແບບການເຕີບໂຕ, ສ້າງບາດກ້າວບຸກທະລຸໃນບັນດາຂົງເຂດເສດຖະກິດທະເລ, ການຜະລິດກະສິກຳ, ພະລັງງານຜະລິດອຸດສາຫະກຳຄືນໃຫມ່, ການປຸງແຕ່ງ, ການທ່ອງທ່ຽວ, ເສດຖະກິດຕົວເມືອງ...

ພ້ອມທັງ ນຳກະສິກຳເຕັກໂນໂລຊີສູງກາຍເປັນເສດຖະກິດປາຍແຫລມ, ສ້າງບັນດາເຂດ, ໂຄງການມີຂອບຂະຫນາດ ແລະ ຜະລິດບັນດາປະເພດຜະລິດຕະພັນກະເສດມີຄຸນນະພາບສູງຕອບສະຫນອງຄວາມຕ້ອງການຂອງຕະຫລາດ, ສູ້ຊົນຮອດປີ 2025 ນິງທ້ວນມີ 3-5 ເຂດກະສິກຳເຕັກໂນໂລຊີສູງ ດ້ວຍເນື້ອທີ່ 1.000 ເຮັກຕາ.

ໂດຍຕັ້ງຢູ່ເສັ້ນທາງທ່ອງທ່ຽວ ລະຫວ່າງ ຍາຈາງ, ໝູຍແນ, ດາລາດ, ນິງທ້ວນ ມີທິວທັດທຳມະຊາດແບບປະຖົມປະຖານໃຫຍ່ໂຕມະໂຫຖານຂອງເຂດດິນແດນເຕັມໄປດ້ວຍແດດ, ລົມ ແລະ ຫາດຊາຍຂາວຍາວຢຽດ, ແຂວງ ນິງທ້ວນ ເອົາໃຈໃສ່ພັດທະນາການທ່ອງທ່ຽວ, ນຳເຂດດິນນີ້ໃຫ້ກາຍເປັນຈຸດນັດພົບອັນດູດດື່ມຂອງ ຫວຽດນາມ ໃນອະນາຄົດ.

ພ້ອມກັນນັ້ນ ນິງທ້ວນ ກໍສືບຕໍ່ການປະຕິຮູບລະບຽບການດ້ານບໍລິຫານຢ່າງແຮງ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນ ແລະ ຍົກສູງກຳລັງຄວາມສາມາດແກ້ງແຍ່ງຂັ້ນແຂວງ, ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດ ແລະ ປະຊາຊົນ. ທ່ານ ເຈີນກວັກນາມ, ປະທານ ຄະນະກຳມະການປະຊາຊົນແຂວງ ນິງທ້ວນ ໃຫ້ຮູ້ວ່າ:

 “ນິງທ້ວນ ຍາມໃດກໍ່ມີຫົວຄິດປະດິດສ້າງປ່ຽນແປງໃຫມ່ຈີນຕະນາການ ແລະ ການກະທຳ, ເປັນຕົ້ນແມ່ນປັບຕົວໃຫ້ແທດເໝາະກັບເງື່ອນໄຂໃຫມ່ ຊື່ງໂລກ ກໍ່ຄືປະເທດຊາດວາງອອກ. ພວກເຮົາໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ຂໍ້ຕິດຂັດ, ສ້າງບັນດາກົນໄກນະໂຍບາຍໃຫມ່, ເພື່ອຈາກນັ້ນ ນິງທ້ວນ ບືນຕົວຂຶ້ນຈາກກຳລັງແຮງຂອງຕົນ ຄືທີ່ພັກ, ລັດ ໄດ້ຊີ້ນຳໃນໄລຍະຜ່ານມາ”.

ອົງຄະນະພັກ, ອຳນາດການປົກຄອງ, ກອງທັບ ແລະ ປະຊາຊົນ ນິງທ້ວນ ຈະມານະພະຍາຍາມກວ່າອີກ, ສາມັກຄີກວ່າອີກ, ຮ່ວມແຮງຮ່ວມໃຈເປັນຈິດຫນຶ່ງໃຈດຽວເສີມຂະຫຍາຍບັນດາບົດຮຽນ ແລະ ຜົນງານທີ່ບັນລຸໄດ້, ເປັນເຈົ້າການປະດິດສ້າງ, ເພິ່ງຕົນເອງສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ປະຕິບັດເປົ້າໝາຍຮອດປີ 2025 ນຳແຂວງ ນິງທ້ວນກາຍເປັນແຂວງພັດທະນາດີສົມຄວນຂອງເຂດ ແລະ ຫວຽດນາມ.


top