ວັດທະນະທຳ

ເສັ້ນທາງສ້າງກາໝາຍຊາດ ຫວຽດນາມ

ເປັນຄັ້ງທຳອິດ ທ່ີມີການ ນໍາ ຈົດໝາຍເຫດ ແຫ່ງຊາດ ຫວຽດນາມ ເກືອບ 200 ສະບັບ ແລະ ພາບຮ່າງຕົ້ນສະບັບ ຂອງ ກາໝາຍ ຊາດ ຂອງ ມື້ລາງ ຈິດຕະກອນ ບຸ່ຍຈາງເຈືອກ (1915-1992)  ສະເໜີຕໍ່ມວນຊົນ ໃນງານວາງສະແດງ “ພາບຮ່າງຕົ້ນສະ ບັບ ກາໝາຍຊາດ ຫວຽດນາມ-ນັກແຕ້ມ ບຸ່ຍຈາງເຈືອກ”.
ດ້ວຍພອນສະຫວັນ ແລະ ການອອກແຮງງານຢ່າງຕັ້ງໃຈ, ນັກຈິດ ຕະກອນ ບຸ່ຍຈາງເຈືອກ ໄດ້ມີການປະດິດສ້າງ ພາບແຕ້ມຕົ້ນ ສະ ບັບ ທ່ີປະທັບໃຈຢ່າງຍິ່ງ ກ່ຽວກັບກາໝາຍຊາດ ຫວຽດນາມ 112 ສະບັບ ຢ່າງລະອຽດ. ໃນນັ້ນ 15 ສະບັບ ຂອງ ພາບແຕ້ມຕົວຢ່າງ ກາໝາຍຊາດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ຂອງ ນັກຈິດຕະກອນ ບຸ່ຍຈາງເຈືອກ ໄດ້ຄະນະສິລະປະກຳ-ຂະແໜງ ວັນນະຄະດີ ສິລະປະກຳສູນກາງ ເລືອກ ແລະ ສົ່ງໃຫ້ກະຊວງໂຄ ສະນາ ເພື່ອນຳສະເໜີຕໍ່ ນາຍົກລັດຖະມົນຕີ ເມື່ອເດືອນ ຕຸລາ 1954. 



ຕົວຢ່າງໜຶ່ງ ຂອງ ກາໝາຍຊາດ ຫວຽດນາມ ໂດຍນັກຈິດຕະ ກອນ ບຸ່ຍຈາງເຈືອກ ແຕ້ມດ້ວຍສໍດຳ ຈັດວາງໃນງານວາງສະແດງ.



ບັນດາຕົວຢ່າງ ກາໝາຍຊາດ ຂອງ ມື້ລາງ ນັກຈິດຕະກອນ ບຸ່ຍ ຈາງເຈືອກ ເຂັ້ມຂຸ້ນໄປດ້ວຍສີສັນ ຫວຽດນາມ. ບັນດາ ພາບແຕ້ມ ເຫຼົ່ານີ້ ມີຄຸນຄ່າພິເສດ ທາງດ້ານປະຫວັດສາດ ແລະ ວັດທະນະ ທຳ.



ງານວາງສະແດງ ພາບແຕ້ມ 112 ສະບັບ, ພາບແຕ້ມ ຕົວຢ່າງ ແລະ ພາບແຕ້ມລະອຽດ ກາໝາຍຊາດ ຂອງ ມື້ລາງ ນັກຈິດຕະ ກອນ ບຸ່ຍຈາງເຈືອກ. 



ພາບແຕ້ມຕົວຢ່າງກາໝາຍຊາດ ຫວຽດນາມ ຂອງ ນັກຈິດຕະ ກອນ ບຸ່ຍຈາງເຈືອກ ດ້ວຍຮູບດາວ 5 ແຈສີເຫຼືອງ ເທິງ ພື້ນທຸງ ສີແດງ, ຕາເວັນຂຶ້ນ, ສາຍໄໝ
ທີ່ອ່ອນນຸ້ມ ກ້ຽວອ້ອມ ຮວງເຂົ້າສຸກ ເຫຼືອງ ແລະ ຮູບແຂ້ວເຟືອງ ສະແດງເຖິງພື້ນຖານ ອຸດສາຫະກຳ. 




ວາດຈຸດພື້ນຖານຂອງຕົວແບບ ກາໝາຍຊາດ ຫວຽດນາມ 1/15 ສະບັບ ຂອງ ນັກຈິດຕະກອນ ບຸ່ຍຈາງເຈືອກ ໄດ້ຄະນະສິລະປະ ກຳ-ຂະແໜງ ວັນນະຄະດີ ສິລະປະກຳ ສູນກາງ ເລືອກ ແລະ ສົ່ງ ໃຫ້ ກະຊວງໂຄສະນາ ເພື່ອນຳມາສະເໜີຕໍ່ ນາຍົກລັດຖະມົນຕີ ເມື່ອ ເດືອນ ຕຸລາ 1954.



ດໍາລັດ ເລກທີ 254-SL ລົງວັນທີ 14 ມັງກອນ 1956 ໂດຍ ປະ ທານ ໂຮ່ຈີມິນ ເຊັນກ່ຽວກັບ ກາໝາຍຊາດ ຫວຽດນາມ ທີ່ຈັດວາງ ໃນງານວາງສະແດງ. 



ຊີວະປະຫວັດຫຍໍ້ ຂອງ ມື້ລາງນັກຈິດຕະກອນ ບຸ່ຍຈາງເຈືອກ (1915-1992) ຖືກແຂວນໄວ້ຢ່າງສົມກຽດ ໃນງານວາງສະແດງ. ເປັນນັກຈິດຕະກອນ ດີເດັ່ນ ແລະ ມີພອນສະຫວັນ ໃນການແຕ້ມ ພາບ, ນັກຈິດຕະກອນ ບຸ່ຍຈາງເຈືອກ ຍັງເປັນຜູ້ອອກແບບ ຫຼຽນ ໄຊ, ຫຼຽນກາ, ໃບຍ້ອງຍໍ, ໃບຢັ້ງຢືນຄຸນງາມຄວາມດີ, ສະແຕມ ... ແລະ ເດັ່ນກວ່າໝູ່ແມ່ນ ການປະດິດສ້າງ ກາໝາຍຊາດ ຫວຽດນາມ.



ທ່ານນາງ ຮວ່າງທິຮວາ, ຮອງປະທານຄະນະກຳມະການ ວັດທະ ນະທຳ, ການສຶກສາ, ຊາວໜຸ່ມ, ອະນຸຊົນ ແລະ ເຍົາວະຊົນ ສະ ພາແຫ່ງຊາດ ພ້ອມກັບບັນດາຜູ້ແທນ ໃນພິທີເປີດງານວາງ ສະ ແດງ. ພາບ: ເລມິນ/VNP



ງານວາງສະແດງ “ໂຄງສ້າງພາບແຕ້ມກາໝາຍຊາດ ຫວຽດນາມ-ນັກຈິດຕະກອນ ບຸ່ຍຈາງເຈືອກ” ແນະນຳກ່ຽວກັບເສັ້ນທາງ ສ້າງ ກາໝາຍຊາດ. 



ທ່ານນາງ ຮວ່າງທິຮວາ ແລະ ທ່ານນາງ ບຸ່ຍມິນຖຸຍ (ເສື້ອ ຍາວ) ລູກສາວຂອງ ມື້ລາງ ນັກຈິດຕະກອນ ບຸ່ຍຈາງເຈືອກ ໃນງານວາງ ສະແດງ. ພາບ: ເລມິນ/VNP



ພະນັກງານ ຂອງ ສູນສຳເນົາເອກະສານ ແຫ່ງຊາດ III ພູມໃຈ ຢ້ຽມຊົມ ກາໝາຍຊາດ, ສັນຍາລັກ ຂອງ ສາທາລະນະລັດ ສັງ ຄົມນິຍົມ ຫວຽດນາມ ໃນງານວາງສະແດງ. 

ການແຂ່ງຂັນປະດິດສ້າງຕົວຢ່າງກາໝາຍຊາດ ໄດ້ປຸກລະດົມ ເມື່ອປີ 1951, ດຶງດູດການເຂົ້າຮ່ວມຂອງນັກຈິດຕະກອນ ຫຼາຍ ຄົນໃນທົ່ວປະເທດ. ນັກຈິດຕະກອນ ບຸ່ຍຈາງເຈືອກ ຮຽນຈົບ ວິທະ ຍາໄລ ວິຈິດສິນ ອິນດູຈີນ (ຊຸດຮຽນ 1936-1941), ເປັນຄົນ ຫວຽດນາມ ແຕ້ມສະແຕມ ໄປສະນີ ຜູ້ທຳອິດຢູ່ ອິນດູຈີນ. ປີ 1953, ເພິ່ນຮັບໜ້າທີ່ ອອກແບບ ໃບຍ້ອງຍໍ, ຫຼຽນໄຊ, ຫຼຽນກາ ໃຫ້ລັດຖະບານ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ  ແລະ ເລີ່ມເຂົ້າຮ່ວມການແຂ່ງຂັນປະດິດສ້າງຕົວຢ່າງກາໝາຍ ຊາດ. 

ດ້ວຍພອນສະຫວັນ, ການອອກແຮງງານຢ່າງບໍ່ຮູ້ອິດເມື່ອຍ,  ຕັ້ງ ໃຈ ແລະ ລະອຽດລະອໍ, ກິດຈະກຳ ອອກແບບ ກາໝາຍຊາດ ຂອງ ນັກຈິດຕະກອນ ບຸ່ຍຈາງເຈືອກ ໄດ້ສ້າງຄວາມປະທັບໃຈເປັນ ຢ່າງ ຍິ່ງ, ບໍ່ພຽງແຕ່ມີຄວາມຫຼາກຫຼາຍ ດ້ານຮູບຊົງ, ສີສັນ, ຂະໜາດ, ແນວຄວາມຄິດດ້ານສິລະປະເທົ່ານັ້ນ, ແຕ່ຍັງຢູ່ຈຳນວນຕົວຢ່າງ ກາໝາຍຊາດ, ເປັນຄວາມເອກະພາບ, ເຂັ້ມຂຸ້ນໄປດ້ວຍລັກສະ ນະ, ມູນເຊື້ອດ້ານ ວັດທະນະທຳ ຂອງ ຫວຽດນາມ ອີກດ້ວຍ. 
 
ປະຕິບັດ: ຫວຽດເກື່ອງ ແລະ ເລມິນ

top