ຢູ່ດິນແດນ ຮຶງອຽນ (ແຂວງ ຮຶງອຽນ), ເສັ້ນທາງຂອງເສັ້ນໄໝ ແມ່ນເລີ່ມຕົ້ນຈາກສວນມອນ ທີ່ຂຽວອຸ່ມທຸ່ມ ຢູ່ຕາແສງ ຫວູ໊ຕຽນ ແລະ ສິ້ນສຸດລົງເທິງກີ່ຕ່ຳຫູກ ຢູ່ຕາແສງ ເລເລີ້ຍ. ໃນທ່າມກາງຈັງຫວະຊີວິດທີ່ທັນສະໄໝ, ຂະບວນການຜະລິດດ້ວຍມືແບບຄົບ ວົງຈອນຍັງຄົງໄດ້ຮັບການອະນຸລັກຮັກສາ ຢ່າງງຽບໆ ຈາກບັນດາຊ່າງ ເພື່ອຖັກທໍ່ບັນດາຄຸນຄ່າທາງ ຮີດຄອງປະເພນີ ທ່າມກາງກະແສ ຟອງ ຂອງ ການເວລາ.
ຈຸດແຕກຕ່າງໃຫຍ່ທີ່ສຸດ ທີ່ສ້າງຄວາມດຶງດູດຂອງຜ້າໄໝ ຮຶງອຽນ ແມ່ນຄວາມລຽບງ່າຍ ແຕ່ເຕັມໄປດ້ວຍຄວາມປານີດ. ເພື່ອໃຫ້ໄດ້
ແພໄໝ ທີ່ທົນທານ ແລະ ສວຍງາມ, ນາຍຊ່າງຕ້ອງຜ່ານ ຫຼາຍຂັ້ນ ຕອນທີ່ຍາກລຳບາກ, ນັບແຕ່ການຄັດເລືອກຝັກຫຼອກ,
ການສາວໄຍ ຈົນຮອດການປັ່ນໄໝ ແລະ ຕ່ຳແຜ່ນ. ເສັ້ນໄຍໄໝ ໂດຍພື້ນ ຖານ ມີຄຸນລັກສະນະຫຍາບ
ຕາມທຳມະຊາດ, ແຕ່ຜ່ານ ສີມືທ່ີຄ່ອງແຄ່ວ ຂອງບັນດານາຍຊ່າງ ຢູ່ໝູ່ບ້ານ
ເລເລີ້ຍ, ພວກມັນກາຍ ເປັນເສັ້ນໄຍໄໝ ທີ່ອ່ອນນຸ້ມ ແລະ
ມີຄວາມເງົາງາມເປັນເອກະລັກ. ຜ້າໄໝ ແຕ່ລະຜືນ ບໍ່ພຽງແຕ່ ແມ່ນຜະລິດຕະພັນຂອງການອອກ ແຮງງານເທົ່ານັ້ນ,
ແຕ່ຍັງບັນຈຸທັງຄວາມຕັ້ງໃຈ ແລະ ຄວາມຮັກໃນອາຊີບ ຂອງ ເຂດດິນແດນແຫ່ງໝາກລຳໄຍ.ບັນດາຜະລິດຕະພັນຜ້າໄໝ ຍ້ອມດ້ວຍສີທຳມະຊາດ ຕອບສະໜອງຕາມທ່າອ່ຽງແຟຊັ່ນແບບຍືນຍົງ. ພາບ: ລານແອງ/VNA
ຫຼັງຈາກຮອບວຽນການກິນໃບມອນ, ໂຕມ້ອນ ຈະສ້າງເສັ້ນໄໝ ຫຸ້ມຕົວກາຍເປັນຝັກຫຼອກ “ເຮືອນ” ສີເຫຼືອງເຫຼື້ອມ ຢ່າງສວຍງາມ.
ພາບ: ລານແອງ/VNA
ຝັກຫຼອກ ເມື່ອຮອດໄລຍະເກັບກ່ຽວ ຈະມີຊັ້ນເປືອກສີເຫຼືອງເຫຼື້ອມ ທີ່ຖືກສ້າງຂຶ້ນ ຈາກເສັ້ນໄຍຍາວຕໍ່ເນື່ອງ
(ສາມາດຍາວຮອດຫຼາຍ ຮ້ອຍແມັດ), ຫຸ້ມຫໍ່ໂຕດັກແດ້ທີ່ຢູ່ຂ້າງໃນ. ພາບ: ລານແອງ/VNA
ບັນດາກະບຸງຝັກຫຼອກສີເຫຼືອງເຫຼື້ອມ ກຽມຂົນສົ່ງ ຈາກ ຫວູ໊ຕຽນ ໄປຍັງໝູ່ບ້ານຕ່ຳຜ້າໄໝ ເລເລີ້ຍ ເພື່ອເລີ່ມຕົ້ນເສັ້ນ ທາງການກາຍ
ເປັນເສັ້ນໄຍໄໝ. ພາບ: ລານແອງ/VNA
ແມ່ຍິງຢູ່ໝູ່ບ້ານອາຊີບ ຕັ້ງໃຈກັບອາຊີບຕ່ຳຜ້າ ຢ່າງຂະຫຍັນ. ພາບ: ລານແອງ/VNA
ຜ້າໄໝ ຈະຕາກແດດຕາມທຳມະຊາດ, ເຊິ່ງແມ່ນຂັ້ນຕອນ ທີ່ສຳ ຄັນ ເພື່ອເຮັດໃຫ້ເສັ້ນໄຍໄໝຫົດຕົວເຂົ້າ ແລະ ທົນທານກວ່າເກົ່າ. ພາບ: ລານແອງ/VNA
ອາຊີບຕ່ຳຜ້າໄໝ ຢູ່ໝູ່ບ້ານ ນາມກາວ ປະກອບສ່ວນເຂົ້າໃນການ ພັດ ທະນາເສດຖະກິດຂອງທ້ອງຖິ່ນ. ພາບ: ລານແອງ/VNA
ໃນສະພາບ ທີ່ແຟຊັ່ນ ແບບຍືນຍົງ ກຳລັງກາຍເປັນທ່າອ່ຽງທົ່ວໂລກ, ເສັ້ນໄຍໄໝ ທຳມະຊາດ
ນັບມື້ນັບຢັ້ງຢືນໄດ້ເຖິງຖານະຂອງຕົນ. ບໍ່ພຽງແຕ່ຢູ່ທີ່ຜະລິດຕະພັນ ເຄື່ອງນຸ່ງຫົ່ມແບບດັ້ງເດີມເທົ່ານັ້ນ,
ປັດຈຸບັນຜ້າໄໝ ຍັງໄດ້ກ້າວໄກດ້ວຍບັນດາ ການອອກແບບທີ່ ທັນສະໄໝ,
ຍ້ອມດ້ວຍວັດຖຸດິບທຳມະຊາດ, ຮັບປະກັນຄວາມປອດໄພຕໍ່ສຸຂະພາບ
ແລະ ເປັນມິດຕໍ່ສິ່ງແວດລ້ອມ. ການອະນຸລັກຮັກ ສາ ແລະ ພັດທະນາ ອາຊີບຕ່ຳຜ້າໄໝ
ບໍ່ພຽງແຕ່ຊ່ວຍສ້າງອາຊີບ ທີ່ຍືນຍົງໃຫ້ແກ່ ປະຊາຊົນ ທ້ອງຖິ່ນເທົ່ານັ້ນ, ແຕ່ຍັງປະກອບສ່ວນເຂົ້າໃນການອະນຸລັກຮັກສາ
ຈຸດພິເສດ ຂອງ ມໍລະດົກວັດທະນະ ທຳ ທີ່ລ້ຳຄ່າ, ຢັ້ງຢືນເຖິງພະລັງຊີວິດ
ທີ່ເຂັ້ມແຂງ ຂອງ ໝູ່ບ້ານ ອາຊີບ ດັ້ງເດີມ ຫວຽດນາມ ຕໍ່ກັບການຜັນແປ ຂອງ ຍຸກສະໄໝ.