ຂ່າວສານ

ເສນາຮັກບັນດາປະເທດອາຊຽນ ເຝິກຊ້ອມ ກົນໄກ່ປ້ອງກັນ, ສະກັດກັ້ນ ໂລກລະບາດ Covid – 19 ທາງອອນລາຍ

      ວັນທີ 27 ພຶດສະພາ, ກົມເສນາຮັກ (ກົມໃຫຍ່ພາລາທິການ, ກະຊວງປ້ອງກັນປະເທດຫວຽດນາມ) ໄດ້ຈັດຕັ້ງການເຝິກຊ້ອມ ແກ້ໄຂກໍລະນີໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ທາງອອນລາຍ(ADMM Covid – 19 TTX) ລະຫວ່າງເສນາຮັກບັນດາປະເທດອາຊຽນ. 

ບັນດາຜູ້ແທນເຂົ້າຮ່ວມ ການເຝິກຊ້ອມ ແກ້ໄຂກໍລະນີໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19
ທາງອອນລາຍ(ADMM Covid – 19 TTX) ຢູ່ຈຸດຖ່າຍທອດສົດຮ່າໂນ້ຍ (ພາບ:TTXVN)
      ກຳລັງເຂົ້າຮ່ວມການເຝິກຊ້ອມລວມມີ ເສນາຮັກບັນດາປະເທດອາຊຽນ, ສູນເສນາຮັກອາຊຽນ (ACMM), ຜູ້ຕາງໜ້າສູນໂຕ້ຕອບຢ່າງຮີບດ່ວນບັນດາເຫດການທາງການແພດສາທາລະນະ (ກະຊວງສາທາລະນະສຸກ)ຂອງບັນດາປະເທດສະມາຊິກອາຊຽນ, ເສນາຮັກບັນດາປະເທດອາຊຽນ+.
            ກ່າວຄຳເຫັນທີ່ການເຝິກຊ້ອມ, ທ່ານພົນໂທຫງວຽນຈີ໊ວິງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ເນັ້ນໜັກວ່າ ໃນຖານະເປັນປະທານອາຊຽນ 2020, ຫວຽດນາມມີຄວາມຫວັງຢາກບັນດາປະເທດອາຊຽນ + ສົມທົບ, ໜູນຊ່ວຍບັນດາປະເທດອາຊຽນ ເພື່ອຮ່ວມແຮງຮ່ວມໃຈຜ່ານຜ່າຄວາມຫຍຸ້ງຍາກ, ຍູ້ໂລກລະບາດໃຫ້ຖອຍໄປໂດຍໄວ, ນຳຄວາມສະຫງົບມາໃຫ້ການດຳລົງຊີວິດຂອງປະຊາຊົນ, ຈາກນັ້ນເພີ່ມທະວີການຮ່ວມມືອັນດີລາມລະຫວ່າງບັນດາປະເທດ.
 (ແຫຼ່ງຄັດຈາກ VOV)
 


top