ຂ່າວສານ

ເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ ໄດ້ມີການພົບປະສອງຝ່າຍກັບການນຳກອງທັບລາວ ແລະ ມຽນມາ

ຕອນບ່າຍວັນທີ 16 ມີນາ ຢູ່ໃນກອງປະຊຸມ ຜູ້ບັນຊາການກຳລັງປ້ອງກັນປະເທດ ອາຊຽນ ຄັ້ງທີ 19 (ACDFM-19) ຢູ່ນະຄອນຫຼວງ ພະນົມເປັນ, ປະເທດ ກຳປູເຈຍ. ທ່ານພົນໂທ ຫງວຽນເຕິນເກືອງ, ເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ ໄດ້ມີການພົບປະສອງຝ່າຍກັບຫົວໜ້າຄະນະຜູ້ແທນລາວ ແລະ ມຽນມາ.

  ເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ ພົບປະສອງຝ່າຍກັບການນຳກອງທັບລາວ

(ພາບ: qdnd.vn)  

 ທີ່ການພົບປະກັບ ທ່ານ ພົນຕີ ຄຳລຽງ ອໍທະໄກສອນ, ເສນາທິການກອງໃຫ່ຍທັບປະຊາຊົນລາວ, ສອງຝ່າຍໄດ້ສະແດງຄວາມເຄົາລົບ ແລະ ຕີລາຄາສູງຕໍ່ສາຍພົວພັນທີ່ເປັນມູນເຊື້ອ, ຄວາມສາມັກຄີສະໜິດສະໜົມ, ການສະໜັບສະໜູນເຊິ່ງກັນ ແລະ ກັນໃນການຕໍ່ສູ້ເພື່ອເອກະລາດແຫ່ງຊາດ ແລະ ກິດຈະການສ້າງສາປະເທດຊາດໃນປະຈຸບັນຂອງແຕ່ລະປະເທດ. ກ່ຽວກັບການພົວພັນດ້ານປ້ອງກັນປະເທດ, ຫົວໜ້າຄະນະຜູ້ແທນສອງປະເທດເຫັນດີຈະສົມທົບຊີ້ນຳຜັນຂະຫຍາຍ ຂໍ້ຕົກລົງຮ່ວມມືທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ

ທີ່ການພົບປະກັບທ່ານພົນເອກ Mung Mung Aye, ເສນາທິການໃຫຍ່ບັນດາກຳລັງປະກອບອາວຸດມຽນມາ ສອງຝ່າຍຢາກຊຸກຍູ້ການພົວພັນຮ່ວມມືກັບກອງທັບປະຊາຊົນຫວຽດນາມ; ຢືນຢັນວ່າຈະສ້າງເງື່ອນໄຂສະດວກໃຫ້ພົນລະເມືອງ, ກໍຄືບັນດາວິສາຫະກິດຂອງ ຫວຽດນາມ ໄດ້ທຳມາຫາກິນຢ່າງສະດວກຢູ່ ມຽນມາ.

ກ່ຽວກັບການຮ່ວມມືຫຼາຍຝ່າຍໃນຂອບເຂດອາຊຽນ, ການນຳກອງທັບລາວ ແລະ ມຽນມາ ລ້ວນແຕ່ຢືນຢັນຈະສະໜັບສະໜູນ, ສົ່ງຄະນະ ແລະ ກຳລັງທີ່ເໝາະສົມໄປເຂົ້າຮ່ວມການເຄື່ອນໄຫວໂດຍກອງທັບປະຊາຊົນຫວຽດນາມ ເປັນເຈົ້າພາບ ໃນປີ 2022.



top