ທະນາຄານ HSBC ແລະ Standard Chartered ໄດ້ພ້ອມກັນຍົກລະດັບການຄາດຄະເນການເຕີບໂຕຍອດຜະລິດຕະພັນພາຍໃນປະເທດ (GDP) ຂອງ ຫວຽດນາມ ຂຶ້ນຕາມລຳດັບແມ່ນ 7,9% ແລະ 7,5%, ສູງກວ່າ 2ຄະແນສ່ວນຮ້ອຍ ເມື່ອທຽບໃສ່ກັບການຄາດຄະເນກ່ອນນັ້ນ.
ທ່າກຳປັ່ນຫ໋າຍຝ່ອງ (ພາບ: TTXVN)
ໃນສະພາບການເສດຖະກິດທົ່ວໂລກສືບຕໍ່ປະເຊີນໜ້າກັບຄວາມກົດດັນ ແລະ ໄພຄວາມສ່ຽງຫຼາຍຢ່າງ, ຫວຽດນາມ ສືບຕໍ່ປະກົດຂຶ້ນຄືຈຸດປະກາຍແຈ້ງກ່ຽວກັບການເຕີບໂຕຂອງພາກພື້ນ ອາຊີ, ດ້ວຍຄວາມໄວໃນການຟື້ນຟູທີ່ເປັນໜ້າປະທັບໃຈ ແລະ ຄວາມສາມາດໃນການປັບຕົວໃຫ້ເຂົ້າກັບບັນດາການຜັນແປຢ່າງມີໄຫວພິບ.
ທະນາຄານ HSBC ແລະ Standard Chartered ໄດ້ພ້ອມກັນຍົກລະດັບການຄາດຄະເນການເຕີບໂຕຍອດຜະລິດຕະພັນພາຍໃນປະເທດ (GDP) ຂອງ ຫວຽດນາມ ຂຶ້ນຕາມລຳດັບແມ່ນ 7,9% ແລະ 7,5%, ສູງກວ່າ 2ຄະແນສ່ວນຮ້ອຍ ເມື່ອທຽບໃສ່ກັບການຄາດຄະເນກ່ອນນັ້ນ. ກໍ່ຄ້າຍຄືກັນ, ໃນຕົ້ນເດືອນນີ້, ບັນດາອົງການຈັດຕັ້ງສາກົນຄື ກອງທຶນເງິນຕາສາກົນ (IMF), ທະນາຄານໂລກ (WB) ແລະ ທະນາຄານພັດທະນາ ອາຊີ (ADB) ກໍ່ດັດປັບເພີ່ມການຄາດຄະເນການເຕີບໂຕຂອງ ຫວຽດນາມຂຶ້ນ, ຖືນີ້ແມ່ນ ຈຸດປະກາຍແຈ້ງທີ່ຫາຍາກ ໃນການຮັກສາທ່າຟື້ນຟູໃຫ້ເປັນປົກກະຕິ” ໃນທ່າມກາງສະພາບການເສດຖະກິດໂລກຍັງທີ່ເຕັມໄປດ້ວຍຫຼາຍການຜັນແປ.
ຕາມ Standard Chartered ແລ້ວ, ສາມປັດໄຈຫຼັກຊ່ວຍຫວຽດນາມ ຮັກສາທ່າເຕີບໂຕຢ່າງໝັ້ນແກ່ນລວມມີ: ການຄ້າທີ່ເປັນປົກກະຕິ, ກະແສເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ແບບຍືນຍົງ ແລະ ຄວາມຕ້ອງການພາຍໃນປະເທດມີການຟື້ນຟູຢ່າງແຮງ. ສ່ວນ HSBC ຖືວ່າ ຫວຽດນາມ ພວມກາຍເປັນການເລືອກດທະສາດໃນວິວັດການສ້າງໂຄງປະກອບມຸນຄ່າທົ່ວໂລກຄືນໃໝ່, ຍ້ອນສະພາບແວດລ້ອມມະຫາພາກເປັນປົກກະຕິ, ນະໂຍບາຍປີການເງິນທີ່ມີໄຫວພິບ ແລະ ພື້ນຖານໂຄງລ່າງອຸດສາຫະກຳໄດ້ຮັບການປັບປຸງຢ່າງວ່ອງໄວ.