ຂ່າວສານ

ເສດ​ຖະ​ກິດທົ່ວ​ໂລກ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ຢ່າງ​ໃຫຍ່ ຍ້ອນ​ວິ​ກິດ​ການ ລັດ​ເຊຍ - ຢູ​ແກຼນ

ໃນສະພາບການທີ່ທ່ວງທ່າການຟື້ນຟູພາຍຫຼັງຖືກຜົນກະທົບຈາກໂລກລະບາດໂຄວິດ - 19 ຍັງບໍ່ທັນຈະແຈ້ງເທື່ອ, ເສດຖະກິດທົ່ວໂລກ ກໍຕ້ອງປະເຊີນໜ້າກັບສິ່ງທ້າທາຍຢ່າງໃຫຍ່ຈາກວິກິດການ ລັດເຊຍ - ຢູແກຼນ, ເຊິ່ງເປັນສອງປະເທດທີ່ມີບົດບາດສຳຄັນໃນລະບົບສະໜອງສິນຄ້າສາກົນ. ເພາະສະນັ້ນ, ເຖິງວ່າຍາກທີ່ຈະຕົກເຂົ້າສູ່ສະພາບຊຸດໂຊມ, ແຕ່ເສດຖະກິດໂລກຍັງຖືກຄາດຄະເນວ່າ ຈະປະສົບກັບຄວາມຫຍຸ້ງຍາກຢ່າງຮ້າຍແຮງຈາກວິກິດການທີ່ຍັງບໍ່ຮູ້ວັນສິ້ນສຸດນີ້.

ໃນສະພາບການທີ່ທ່ວງທ່າການຟື້ນຟູພາຍຫຼັງຖືກຜົນກະທົບຈາກໂລກລະບາດໂຄວິດ - 19 ຍັງບໍ່ທັນຈະແຈ້ງເທື່ອ, ເສດຖະກິດທົ່ວໂລກ ກໍຕ້ອງປະເຊີນໜ້າກັບສິ່ງທ້າທາຍຢ່າງໃຫຍ່ຈາກວິກິດການ ລັດເຊຍ - ຢູແກຼນ, ເຊິ່ງເປັນສອງປະເທດທີ່ມີບົດບາດສຳຄັນໃນລະບົບສະໜອງສິນຄ້າສາກົນ. ເພາະສະນັ້ນ, ເຖິງວ່າຍາກທີ່ຈະຕົກເຂົ້າສູ່ສະພາບຊຸດໂຊມ, ແຕ່ເສດຖະກິດໂລກຍັງຖືກຄາດຄະເນວ່າ ຈະປະສົບກັບຄວາມຫຍຸ້ງຍາກຢ່າງຮ້າຍແຮງຈາກວິກິດການທີ່ຍັງບໍ່ຮູ້ວັນສິ້ນສຸດນີ້.

ມີບົດລາຍງານການເງິນສາກົນຫຼາຍບົດໄດ້ໃຫ້ຂໍ້ສັງເກດລວມວ່າ ບັ້ນຮົບການທະຫານຂອງ ລັດເຊຍ ຢູ່ ຢູແກຼນ ແລະ ບັນດາຄຳສັ່ງລົງໂທດ ເຊິ່ງຝ່າຍຕາເວັນຕົກຈັດວາງແກ່ ລັດເຊຍ ຍາກທີ່ຈະເຮັດໃຫ້ເສດຖະກິດທົ່ວໂລກຖືກຊຸດໂຊມ, ໃນຂະນະທີ່ຂອບຂະໜາດເສດຖະກິດຂອງ ລັດເຊຍ ແລະ ຢູແກຼນ ບວກເຂົ້າກັນກໍກວມເອົາພຽງແຕ່ 2% ຍອດ GDP ທົ່ວໂລກເທົ່ານັ້ນ. ແຕ່ເຖິງຢ່າງໃດກໍຕາມ, ຍ້ອນສອງປະເທດນີ້ສວມບົດບາດສຳຄັນໃນລະບົບສະໜອງສິນຄ້າທົ່ວໂລກ, ພິເສດ ແມ່ນໃນຂົງເຂດພະລັງງານ ແລະ ສະບຽງອາຫານ, ຜົນກະທົບຈາກວິກິດການ ລັດເຊຍ - ຢູແກຼນ ທີ່ໄດ້ຮັບການຕີລາຄາວ່າ ຮ້າຍແຮງ, ໄດ້ ແລະ ພວມເຮັດໃຫ້ພື້ນຖານເສດຖະກິດທົ່ວໂລກຖືກສັບສົນຂຶ້ນຕື່ມ.

    

ສາງບັນຈຸອາຍແກັດ ຂອງ ລັດເຊຍ  ຢູ່ Kasimov (ພາບ: AP)

ຜົນກະທົບຢ່າງຮ້າຍແຮງ

ຕາມບັນດານັກຊ່ຽວຊານ ແລະ ອົງການການເງິນສາກົນແລ້ວ, ຜົນກະທົບແທ້ຈິງຂອງເລື່ອງ ລັດເຊຍ ຖືກປິດລ້ອມຢູ່ທຸກຕະຫຼາດ, ນັບແຕ່ສິນຄ້າຕະຫຼອດຮອດການເງິນ ແມ່ນນອນຢູ່ໃນບົດບາດຂອງພື້ນຖານເສດຖະກິດນີ້ໃນລະບົບມູນຄ່າທົ່ວໂລກ, ເພາະວ່າ ນີ້ແມ່ນປະເທດສະໜອງເຖິງ 1/6 ຍອດຜະລິດຕະພັນທົ່ວໂລກ. ລະອຽດ, ລັດເຊຍ ຜະລິດ 10% ປະລິມານນ້ຳມັນດິບຂອງທົ່ວໂລກ ແລະ ສະໜອງ 40% ປະລິມານອາຍແກັດໃຫ້ແກ່ ເອີຣົບ. ລັດເຊຍ ກໍແມ່ນປະເທດສົ່ງອອກຝຸ່ນເຄມີ, ແມ່ນປະເທດຜະລິດ nickel ແລະ palladium ແຖວໜ້າໂລກ, ປະເທດສົ່ງອອກເຫຼັກກ້າ ແລະ ຖ່ານຫີນໃຫຍ່ອັນດັບທີ 3  ແລະ ແມ່ນປະເທດສົ່ງອອກໄມ້ໃຫຍ່ອັນດັບທີ 5 ໃນໂລກ. ໃນຂະນະນັ້ນ, ຢູແກຼນ ກວມເອົາ 29% ປະລິມານເຂົ້າຝ້າງ ແລະ 19% ປະລິມານສາລີສົ່ງອອກຂອງທົ່ວໂລກ.

ໃນການຕີລາຄາຫຼ້າສຸດ, ຄະນະກຳມະການເອີຣົບ (EC) ຖືວ່າ ເລື່ອງລັດເຊຍ ຜັນຂະຫຍາຍບັ້ນຮົບການທະຫານຢູ່ ຢູແກຼນ ໄດ້ເຮັດໃຫ້ອັດຕາຄາດຄະເນການເຕີບໂຕ 4% ຂອງພາກພື້ນນີ້ ກາຍເປັນເລື່ອງທີ່ບໍ່ແນ່ນອນ. ໃນຂະນະນັ້ນ, ທ່ານ Philip Lane, ຫົວໜ້າກຸ່ມນັກເສດຖະກິດຂອງທະນາຄານສູນກາງເອີຣົບ (ECB) ໃຫ້ຂໍ້ສັງເກດວ່າ ການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ອາດຈະເຮັດໃຫ້ GDP ຂອງພາກພື້ນທີ່ນຳໃຊ້ສະກຸນເງິນ ເອີໂຣ ນີ້ຫຼຸດລົງປະມານ 0,3 – 0,4 % ໃນປີ 2022. ສ່ວນລາຄາເຂົ້າຝ້າງຢູ່ Chicago (ອາເມລິກາ) ໄດ້ເພີ່ມຂຶ້ນເກືອບ 3% ໃນວັນທີ 2 ມີນາ, ເຊິ່ງເປັນລະດັບສູງສຸດນັບແຕ່ປີ 2008, ໃນຂະນະນັ້ນ ລາຄາສາລີກໍເພີ່ມຂຶ້ນລະດັບສູງສຸດນັບແຕ່ເດືອນ ພຶດສະພາ 2021 ມານີ້.

ພິເສດ, ໃນຂົງເຂດພະລັງງານ, ວິກິດການໄດ້ເຮັດໃຫ້ລາຄານ້ຳມັນດິບໃນຕະຫຼາດໂລກເພີ່ມຂຶ້ນລະດັບສູງສຸດໃນທົດສະວັດຜ່ານມາ ແມ່ນເກືອບ 140 USD ຕໍ່ຖັງ (ວັນທີ 7 ມີນາ). ລາຄາເຊື້ອເພີງກໍ່ເພີ່ມຂຶ້ນສູງ ເຮັດໃຫ້ສິນຄ້າທຸກປະເພດກໍ່ເພີ່ມຂຶ້ນໄປຕາມ, ອັນໄດ້ຍູ້ໃຫ້ລະດັບໄພເງິນເຟີ້ຢູ່ຫຼາຍພາກພື້ນໃນໂລກສູງຂຶ້ນ.  ນັກຊ່ຽວຊານວິເຄາະຢູ່ Capital Economics ໄດ້ໃຫ້ຂໍ້ສັງເກດວ່າ ໄພເງິນເຟີ້ຢູ່ ພາກພື້ນ Eurozone ຈະຢູ່ໃນລະດັບ 6% ໃນຊຸມເດືອນຈະມາເຖິງ, ກ່ອນທີ່ຫຼຸດລະດັບລົງປະມານ 4% ໃນຊຸມເດືອນທ້າຍປີ, ລື່ນຄາດໝາຍໄພເງິນເຟີ້ ເຊິ່ງ ECB ໄດ້ວາງອອກແມ່ນ 2%. ສຳລັບພາກພື້ນ ອາຊີ, ທ່ານ Tom Rafferty, ຜູ້ອຳນວຍການຮັບຜິດຊອບພາກພື້ນ ອາຊີ ຂອງອົງການວິເຄາະເສດຖະກິດ Economisst Intelligence Unit ກ່າວເຕືອນວ່າ: “ຜົນຕາມມາໃນຕໍ່ໜ້າຂອງການປະທະກັນລະຫວ່າງ ມົດສະກູ ແລະ Kiev ແມ່ນການຜັນຜວນເສດຖະກິດ, ເຮັດໃຫ້ແງ່ຫວັງການເຕີບໂຕຂອງ ອາຊີ ຖືກປີ້ນຂວ້ຳ”.

ເຖິງຢ່າງໃດກໍຕາມ, ບໍ່ມີພຽງແຕ່ ເອີລົບ ແລະ ອາຊີ ຖືກຜົນກະທົບຈາກວິກິດການນີ້ເທົ່ານັ້ນ. ທ່ານ Claudio Borio, ຜູ້ອຳນວຍການພາກສ່ວນເສດຖະກິດ ແລະ ເງິນຕາ ສັງກັດທະນາຄານຊຳລະສາກົນ (BIS), ເຊິ່ງໄດ້ຮັບຖືວ່າ ແມ່ນອົງການຈັດຕັ້ງສາກົນຂອງບັນດາທະນາຄານສູນກາງ ຊີ້ແຈ້ງວ່າ “ຄວາມເຄັ່ງຕຶງລະຫວ່າງ ລັດເຊຍ - ຢູແກຼນ ປີນຂັ້ນໄດໄດ້ເຮັດໃຫ້ເສດຖະກິດຂາດສະຖຽນລະພາບ” ແລະ ສະພາບການຜັນແປຂອງມັນຈະກາຍເປັນປັດໄຈຄອບງຳ, ສົ່ງຜົນສະທ້ອນຕໍ່ຕະຫຼາດທຸກແຫ່ງ. ສ່ວນທ່ານ Adam Slater ນັກເສດຖະກິດແຖວໜ້າຢູ່ Oxfor Economics ໄດ້ຄາດຄະເນວ່າ GDP ທົ່ວໂລກຈະຫຼຸດລົງ 0,2% ໃນປີນີ້.

ສິ້ນສຸດການປະທະກັນໂດຍໄວ ເພື່ອຟື້ນຟູທ່ວງທ່າພັດທະນາເສດຖະກິດ

ອາດເຫັນໄດ້ວ່າ ວິກິດການ ລັດເຊຍ - ຢູແກຼນ ແລະ ບັນດາບັນຫາທີ່ກ່ຽວຂ້ອງພວມສົ່ງຜົນກະທົບບໍ່ດີຕໍ່ພື້ນຖານເສດຖະກິດທົ່ວໂລກ ແລະ ເບິ່ງຄືວ່າບໍ່ມີພື້ນຖານເສດຖະກິດໃດໆທີ່ຫຼີກລ້ຽງຜົນທີ່ຕາມມາຂອງວິກິດການນີ້ໄດ້. ບັນດານັກເສດຖະກິດສາກົນ ລ້ວນແຕ່ມີທັດສະນະວ່າ ດຽວນີ້ແມ່ນໄວເກີນໄປທີ່ຈະມີການຄາດຄະເນລະອຽດກ່ຽວກັບຜົນເສຍຫາຍເຊິ່ງ ເສດຖະກິດໂລກຕ້ອງຮັບ. ເຖິງຢ່າງໃດກໍຕາມ, ຄວາມຈິງທີ່ສາມາດຢັ້ງຢືນໄດ້ຢ່າງແນວແນ່ແມ່ນ ວິກິດການຍິ່ງແກ່ຍາວເທົ່າໃດ, ຜົນເສຍຫາຍ ແລະ ຜົນກະທົບຂອງມັນຍິ່ງຮ້າຍແຮງເທົ່ານັ້ນ ແລະ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້.

 ໃນຂະນະນັ້ນ, ບັນຫາຫຍຸ້ງຍາກໃນການສະໜອງສິນຄ້າຈຳເປັນ, ທຳອິດແມ່ນພະລັງງານ ແລະ ສະບຽງອາຫານ, ມີຄວາມສ່ຽງທຳລາຍຜົນງານດ້ານເສດຖະກິດທີ່ໄປໃນທາງບວກ ເຊິ່ງບັນດາພື້ນຖານເສດຖະກິດບັນລຸໄດ້ໃນໄລຍະຜ່ານມາ. ບໍ່ພຽງແຕ່ເທົ່ານັ້ນ, ບົດວິເຄາະຈຳນວນໜຶ່ງຍັງມີຄວາມວິຕົກກັງວົນຕໍ່ຄວາມສ່ຽງເກີດວິກິດການດ້ານສະບຽງອາຫານ ແລະ ຈະນຳໄປສູ່ການເກີດວິກິດການມະນຸດສະທຳຢູ່ບາງພາກພື້ນໃນໂລກ, ຖ້າຫາກວ່າ ວິກິດການລະຫວ່າງ ລັດເຊຍ ແລະ ຢູແກຼນ ຍັງສືບຕໍ່ປີນຂັ້ນໄດ ແລະ ແກ່ຍາວ.

ຫາງສຽງສາກົນມີຄວາມຫວັງວ່າ ບັນດາຝ່າຍທີ່ກ່ຽວຂ້ອງຈະເຫັນແຈ້ງລະດັບຮ້າຍແຮງຂອງບັນຫາ, ຕັ້ງໜ້າກະທຳ ເພື່ອຜົນປະໂຫຍດຂອງພື້ນຖານເສດຖະກິດ ແລະ ປະຊາຊົນຂອງຕົນເອງ, ກໍຄືເພື່ອສະຖຽນລະພາບຂອງສະພາບການພາກພື້ນ ແລະ ທົ່ວໂລກ./.

(ແຫຼ່ງຄັດຈາກ VOV)


top