ຂ່າວສານ

ເສດ​ຖະ​ກິດ ຫວຽດ​ນາມ ແມ່ນ​ຈຸດ​​ເດັ່ນ​ກ່ຽວ​ກັບ​ການ​ເຕີບ​ໂຕ

ທ່ານນາງ Kristalina Georgieva ຜູ້ອຳນວຍການໃຫຍ່ກອງທຶນເງິນຕາສາກົນ (IMF) ໄດ້ຢັ້ງຢືນວ່າ ໃນສະພາບເສດຖະກິດທົ່ວໂລກຖືກຊຸດໂຊມ, ຫວຽດນາມ ຍັງແມ່ນຈຸດເດັ່ນກ່ຽວກັບການເຕີບໂຕ, ສະຖຽນລະພາບຢູ່ພາກພື້ນ.
  ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ພົບປະກັບທ່ານນາງ Kristalina Georgieva ຜູ້ອຳນວຍການໃຫຍ່ກອງທຶນເງິນຕາສາກົນ (ພາບ: TTXVN)  

ກ່າວຄຳເຫັນໃນການພົບປະກັບທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຢູ່ນອກກອງປະຊຸມຂັ້ນສູງ APEC 2022, ວັນທີ 19 ພະຈິກ, ຢູ່ບາງກອກ ປະເທດ ໄທ, ທ່ານນາງຜູ້ອຳນວຍການໃຫຍ່ IMF ໄດ້ຕີລາຄາວ່າ ເສດຖະກິດ ຫວຽດນາມ ຍັງແມ່ນຈຸດເດັ່ນໃນພາກພື້ນ, ໃນຂະນະທີ່ບັນລຸລະດັບການເຕີບໂຕສູງ, ແມ່ນພື້ນຖານເສດຖະກິດເປີດ, ຂະຫຍັນຂັນເຄື່ອນ ແລະ ມີຄວາມສາມາດຮັບມືກັບໂລກລະບາດໂຄວິດ - 19. ຕາມທ່ານນາງແລ້ວ, ການສືບຕໍ່ຍູ້ແຮງການປະຕິຮູບໂຄງປະກອບ, ຫັນໄປສູ່ຮູບແບບເຕີບໂຕສີຂຽວ ໄດ້ນຳມາເຊິ່ງກຳລັງໜູນໃໝ່ແກ່ພື້ນຖານເສດຖະກິດ ຫວຽດນາມ.

ໃນບົດລາຍການສະບັບອັບເດັດ ແລະ ປະກາດເມື່ອເດືອນຕຸລາ ຜ່ານມາ, ອົງການ IMF ໄດ້ຍົກອັດຕາຄາດຄະເນກ່ຽວກັບລະດັບການເຕີບໂຕ GDP ຂອງ ຫວຽດນາມ ໃນປີ 2022 ຂຶ້ນຕື່ມອີກ 1% ເມື່ອທຽບໃສ່ຕອນຕົ້ນປີ, ໝາຍຄວາມວ່າແມ່ນ 7%.


top