ຂ່າວສານ

ເສດຖະກິດ​ ຫວຽດນາມ​ ຟື້ນ​ຕົວ​ຢ່າງ​ແຂງ​ແຮງ

ບົດຂຽນໄດ້ເນັ້ນໜັກວ່າ ດ້ວຍເປົ້າໝາຍຫຼຸດຜ່ອນຜົນກະທົບຂອງໂລກລະບາດຕໍ່ເສດຖະກິດ, ລັດຖະບານ ຫວຽດນາມ ໄດ້ມານະພາຍາຍາມປ່ຽນແປງໃໝ່ເພື່ອຫຼຸດຜ່ອນບັນຫາອຸດຕັນຕໍ່ລະບອບລະບຽບການ ແລະ ພື້ນຖານໂຄງລ່າງ.

ບົດຂຽນໄດ້ເນັ້ນໜັກວ່າ ດ້ວຍເປົ້າໝາຍຫຼຸດຜ່ອນຜົນກະທົບຂອງໂລກລະບາດຕໍ່ເສດຖະກິດ, ລັດຖະບານ ຫວຽດນາມ ໄດ້ມານະພາຍາຍາມປ່ຽນແປງໃໝ່ເພື່ອຫຼຸດຜ່ອນບັນຫາອຸດຕັນຕໍ່ລະບອບລະບຽບການ ແລະ ພື້ນຖານໂຄງລ່າງ.

    

ທ່າກ່ຳປັ່ນ ຫ໋າຍຝ່ອງ (ພາບ: TTXVN)

ສະຖາບັນນະໂຍບາຍອົດສະຕາລີ-ຫວຽດນາມ (AVPI) ຫາກໍ່ຕີລົງພິມບົດຂຽນຂອງທ່ານ Raymond Mallon, ນັກຊ່ຽວຊານເສດຖະສາດ ແລະ ນັກຄົ້ນຄວ້າຂອງ AVPI. ຍົກອອກມາບາງບົດວິເຄາະ ແລະ ຄາດຄະເນທີ່ຄວນເອົາໃຈໃສ່ກ່ຽວກັບການຟື້ນຟູຂອງເສດຖະກິດຫວຽດນາມ ພາຍຫຼັງໂລກລະບາດໂຄວິດ-19 ໄດ້ຮັບການຄວບຄຸມ ແລະ ມີແງ່ຫວັງທີ່ດີໃນປີ 2022 ກໍ່ຄືຊຸມປີຕໍ່ໄປ. ບົດຂຽນໄດ້ເນັ້ນໜັກວ່າ ດ້ວຍເປົ້າໝາຍຫຼຸດຜ່ອນຜົນກະທົບຂອງໂລກລະບາດຕໍ່ເສດຖະກິດ, ລັດຖະບານ ຫວຽດນາມ ໄດ້ມານະພາຍາຍາມປ່ຽນແປງໃໝ່ເພື່ອຫຼຸດຜ່ອນບັນຫາອຸດຕັນຕໍ່ລະບອບລະບຽບການ ແລະ ພື້ນຖານໂຄງລ່າງ, ພ້ອມດຽວກັນຮັບປະກັນໃຫ້ບັນດາວິສາຫະກິດ ມີຂໍ້ແຂ່ງຂັນຢ່າງຍຸດຕິທຳ. ລັດຖະບານໄດ້ໃຫ້ຄຳໝັ້ນສັນຍາຈະເພີ່ມການໃຊ້ຈ່າຍດ້ານສາທາລະນະສຸກ, ການສຶກສາ ແລະ ພື້ນຖານໂຄງລ່າງ ແລະ ຮັກສາການສະໜັບສະໜູນດ້ານທຸລະກິດໃຫ້ຢູ່ໃນລະດັບໃດໜຶ່ງ. ຜູ້ຂຽນຄາດຄະເນວ່າກະແສການລົງທຶນຂອງລັດຈະຟື້ນຕົວໃນປີ 2022 ເມື່ອລັດຖະບານໄດ້ສຸມໃສ່ບັນຫາການພັດທະນາເສດຖະກິດ - ສັງຄົມ ຄືນໃໝ່ພາຍຫຼັງການແຜ່ລະບາດຂອງໂລກລະບາດ.

(ແຫຼ່ງຄັດຈາກ VOV)


top