ເສດຖະກິດ

ເສດຖະກິດຫວຽດນາມ ເລີ່ມການຟື້ນຕົວ

ບາງເທື່ອໄປໄວ, ບາງເທື່ອໄປຊ້າ, ບາງເທື່ອຖອຍຫຼັງ, ແຕ່ ສຸດ ທ້າຍ

ມະຕິ​ເລກທີ 128​ແມ່ນ​ກຳລັງໜູນ ​ຊຸກຍູ້​ການ ຟື້ນ​ຕົວ​ທາງເສດຖະກິດ

ບໍ່ຄ່ອຍມີປີໃດ, ພື້ນຖານເສດຖະກິດ ປ່ຽນແປງຫຼາຍ ຄືປີ 2021. ພຽງແຕ່ເບິ່ງອັດຕາການເຕີບໂຕ ຂອງ GDPຕາມແຕ່ລະໄຕມາດກໍ່ພຽງພໍທີ່ຈະຮູ້ໄດ້ສິ່ງດັ່ງກ່າວ. ​ໃນ​ໄຕ​ມາດ​ທີ I, ຕົວເລກ GDP ​ເຕີບ​ໂຕ 4,72%;ໄຕມາດທີ IIເພີ່ມຂຶ້ນ 6,73%;ໄຕມາດທີ III ຫຼຸດລົງ 6,02%;ແລະ ໄຕມາດທີIV ເພີ່ມຂຶ້ນ 5,22%,ທັງປີ 2021, ຕົວເລກບັນລຸ ໄດ້ແມ່ນ 2,58%.

ສະ​ນັ້ນ, ຄາດ​ຄະ​ເນ​ຫຼາຍ​ຢ່າງ​ໄດ້​ວາງ​ອອກໃຫ້ແກ່​ປີ 2021. ສະ ພາ​ແຫ່ງ​ຊາດ ​ໄດ້​ກຳນົດ​ຄາດໝາຍ​ເຕີບ​ໂຕ ຂອງ​ ປີ 2021 ​ແມ່ນ 6%,​ແຕ່​ລັດຖະບານ ​ຕັດສິນໃຈບັນລຸໄດ້ 6,5%,ດ້ວຍ​ຄວາມ​ຫວັງ​ຢ່າງ​ເຕັມ​ທີ່​ເພື່ອ​ຟື້ນ​ຟູ ພື້ນຖານ​ເສດຖະກິດ.

ແຕ່ "ຄວາມສຸກແມ່ນສັ້ນ" ຄືກັບຄວາມເປັນຫວ່ງຂອງບັນດາຜູ້ຊ່ຽວຊານ ດ້ານເສດຖະກິດ, ນັ້ນແມ່ນການແຜ່ລະບາດຄັ້ງນີ້ ຂອງ ໂຄວິດ-19 ໄດ້ "ຕີໂດຍກົງ" ເຂົ້າໃນສູນກາງເສດຖະກິດ ແລະ ເຂດອຸດສາຫະກໍາ ທີ່ສໍາຄັນ. ບັກ​ຢາງ ຕ້ອງ​ປິດປະຕູ ຊົ່ວ ຄາວ ບັນດາ​ເຂດອຸດ​ສາ​ຫະ​ກຳ ໃນໄລຍະໜຶ່ງ. ຖັດຈາກ ບັກ​ຢາງ ​ແມ່ນ ​ບັກ​ນິງ, ​ແຕ່​ທີ່​ຮ້າຍ​ແຮງ​ກວ່າ​ໝູ່​ແມ່ນ​ນະຄອນ ​ໂຮ່ຈີ​ມິນ, ດົ່ງ​ນາຍ, ບິ່ງ​ເຢືອງ... ​ແມ່ນ ເມືອງເອກອຸດສາຫະກຳ​ ຂອງ​ທົ່ວປະ​ເທດ.

ບັນດາມາດຕະການແຍກຫ່າງທາງສັງຄົມຖືກນໍາໃຊ້ຢ່າງຕໍ່ເນື່ອງ ເປັນເວລາດົນນານ. ໂຮງງານຫຼາຍແຫ່ງຕ້ອງປິດປະຕູ. ລະບົບຕ່ອງໂສ້ການສະໜອງຖືກຢຸດ. ຜູ້ອອກແຮງງານ ຂາດວຽກເຮັດງານທຳ ແລະ ພາກັບກັບຄືນບ້ານເກີດເມືອງນອນ. ກໍາລັງການຊື້ຫຼຸດລົງ. ການຜະລິດ ໄດ້ເປັນອໍາມະພາດແລະ ສິ່ງທີ່ເກີດຂຶ້ນກໍໄດ້ມາເຖິງ. ການເຕີບໂຕ ດ້ານເສດຖະກິດ ໃນໄຕມາດ III ໄດ້ຕິດລົບ 6.02% (ເບື້ອງຕົ້ນຄາດວ່າ ຢູ່ທີ່ 6.17%).

ລົດ ເສດຖະກິດຍັງໄປຖອຍຫຼັງ ໃນຄວາມ​ວິຕົກ​ກັງວົນ​ ບໍ່​ພຽງ​ແຕ່​ລັດຖະບານ, ຜູ້​ວາງ​ນະ​ໂຍບາຍ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ປະຊາ ຊົນ​ອີກ​ດ້ວຍ. ​ການ​ແຍກຫ່າງສັງຄົມເຕີມອີກ​ມື້​ໜຶ່ງ,​ ​ອີກ​ໜຶ່ງ​ໂຮງ ງານ​ ຈະຖືກ​ປິດ​ປະຕູ​, ຊີວິດ​ການ​ເປັນ​ຢູ່ ​ຂອງ​ ປະຊາຊົນ​ໄດ້​ຮັບ​ຜົນ​ກະທົບ.

ຕໍ່​ຄວາມ​ເປັນ​ຈິງ​ດັ່ງກ່າວ, ບວກ​ໃສ່​ປະຕິບັດ​ການ​ສັກ​ຢາ​ກັນ​ພະ ຍາດ​ ກໍ່​ໄດ້​ຮັບ​ຜົນ​ດີ, ລັດຖະບານ​ ໄດ້​ຕັດສິນ​ໃຈ​ຫັນ​ຍຸດ​ທະ​ສາດ​ຕ້ານ​ການ​ແຜ່​ລະບາດ​ ຂອງ​ ໂຄວິດ-19 ​ແລະ ​ໄດ້​ອອກ​ມະຕິ​ເລກທີ 128/NQ-CPວ່າ​ດ້ວຍ​ການ​ປັບ​ຕົວ​ຢ່າງ​ປອດ​ໄພ ​ແລະ ຄ່ອງ​ຕົວ​ໃນ​ການ​ຄວບ​ຄຸມ​ການ​ແຜ່​ລະບາດ​ຂອງ​ ​ໂຄ​ວິດ-19. ມະຕິ​ດັ່ງກ່າວ​ແມ່ນ​ເປັນ​ຂີດ​ໝາຍ​ທີ່​ໝາຍ​ເຖິງ ການ​ຟື້ນຕົວ ຂອງພື້ນ ຖານ​ເສດຖະກິດ.

ບໍ່ມີການປິດກັ້ນແມ່ນ້ຳ, ຫ້າມເປີດຕະຫຼາດອີກຕໍ່ໄປ, ລະບົບ ຕ່ອງໂສ້ການສະໜອງ, ການຜະລິດ ແລະ ການເຄື່ອນໄຫວທຸລະກິດ ເລີ່ມກັບຄືນສູ່ສະພາບ ປົກກະຕິ. ການບໍລິໂພກ, ການບໍລິ ການເລີ່ມຟື້ນຕົວກັບ ຄືນໃໝ່. ການເບີກຈ່າຍເງິນທຶນ ຂອງລັດກໍ່ຄືກັນ. ຍ້ອນ​ເຫດ​ນັ້ນ, ພື້ນຖານ​ເສດຖະກິດ​ ໄດ້​ມີ​ການ​ປ່ຽນ​ແປງ. ລົດເສດຖະກິດໄດ້ເລັ່ງຂຶ້ນອີກ. ​ເສດຖະກິດ ​ໃນ​ໄຕ​ມາດ​ທີ IV ​ໄດ້​ຟື້ນ​ຕົວ​ ຂຶ້ນສູ່ລະດັບ 5,22%,​ເຮັດ​ໃຫ້ການ​ເຕີບ​ໂຕ GDP ຂອງ​ ທັງ​ປີ ​ບັນລຸ 2,58%.

 

ເຖິງວ່າການເຕີບໂຕດ້ານເສດຖະກິດໃນປີ 2021 ແມ່ນຕ່ຳສຸດໃນກວ່າ 3 ທົດສະວັດ ຜ່ານມາແຫ່ງການປ່ຽນແປງໃໝ່, ແຕ່ຍັງແມ່ນ ໝາກຜົນແຫ່ງຄວາມພະຍາຍາມ ຂອງ ທົ່ວລະບົບການ ເມືອງ ໃນປີ 2021. ຍິ່ງກວ່ານັ້ນ, ຍັງມີບັນດາໝາກຜົນໜ້າ ຊື່ນຊົມ, ນັ້ນແມ່ນຍອດມູນຄ່າການນໍາເຂົ້າ - ສົ່ງອອກ ບັນລຸກວ່າ 668 ຕື້ ໂດລາສະຫະລັດ. ເປັນສິ່ງມະຫັດສະຈັນ ທີ່ດຶງດູດ ການລົງທຶນຈາກຕ່າງປະເທດກວ່າ 31 ຕື້ ໂດລາສະຫະລັດ. ລາຍຮັບງົບປະມານ ຍັງເກີນຄາດໝາຍ

ສິ່ງ​ທີ່​ສຳຄັນ​ກວ່າ​ໝູ່ ແມ່ນ ​ພື້ນຖານເສດຖະກິດ ​ພວມ​ກ້າວ​ເຂົ້າ​ສູ່​ການ​ຟື້ນຕົວ, ຄ່ອຍໆ ​ປັບ​ຕົວ​ເຂົ້າ​ກັບ​ການ​ແຜ່​ລະບາດ​ຂອງ​ໂຄວິດ-19. ມີຄວາມສຸກ ແຕ່ຍັງເປັນຫ່ວງ. ເພາະ​ວ່າ​ຍັງມີ​ຄວາມ​ຫຍຸ້ງ​ຍາກ​ຫຼາຍຢ່າງ ຢູ່ຂ້າງ​ໜ້າ...

ລົດເສດຖະກິດ ປີ2022”: ຫຼາຍຈຸດທີ່ສົດໃສ

ແນ່ນອນວ່າ, ໃນປີ 2022, ສະຖານະການ ບໍ່ງ່າຍທີ່ ຈະຄາດຄະເນໄດ້. ພຽງ​ແຕ່​ຮູ້​ວ່າ, ບັນດາ​ຜູ້​ຊ່ຽວຊານ ​ດ້ານ​ເສດຖະກິດ​ລ້ວນ​ແຕ່​ມີ​ຄວາມ​​ເຫັນ​ຄື​ກັນ, ​ໃນ​ປີ 2022, ​ເສດຖະກິດ ​ຫວຽດ ນາມ ສືບ​ຕໍ່​ມີ​ຄວາມສະດວກ, ກາລະ​ໂອກາດ, ຄວາມ​ຫຍຸ້ງ ຍາກ ​ແລະ ສິ່ງ​ທ້າ​ທາຍ​ ສະຫຼັບກັນ.

ທ່ານ Tim Evans, ຜູ້ອຳນວຍການ​ໃຫຍ່ HSBCຫວຽດນາມ ​ໃຫ້​ຮູ້​ວ່າ: ປີ 2022, ພື້ນຖານ​ເສດຖະກິດ​ ຫວຽດນາມ ສາມາດ​ຟື້ນຕົວ, ການ​ເຕີບ​ໂຕ GDP ຢູ່ລະດັບ 6,8% ​ຂອງປີ 2020, ດ້ວຍ​ກຳລັງ​ໜູນ​ຕົ້ນຕໍ​ແມ່ນ​ແຫຼ່ງທຶນ​ເຂົ້າ​ຈາກ​ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ​ ຢ່າງ​ແຂງ​ແຮງ. ສ່ວນທ່ານນາງ ຫງວຽນທິເຮືອງ, ຫົວໜ້າກົມໃຫຍ່ ກົມສະຖິຕິ ໄດ້ກ່າວເຖິງ ຄວາມຕ້ອງການພາຍໃນປະເທດ, ການສົ່ງອອກ, ການລົງທຶນ ໂດຍກົງຈາກຕ່າງປະ ເທດ ແລະ ນະໂຍບາຍສະໜັບສະໜູນ ຂອງລັດຖະບານ.

ປັດຈຸບັນ, ລັດຖະບານ ໄດ້ອອກມະຕິເລກທີ 01 ແລະ 02, ກ່ຽວກັບການຄຸ້ມຄອງເສດຖະກິດ ມະຫາພາກ ແລະ ທິດທາງແກ້ໄຂ ຕົ້ນຕໍເພື່ອປັບປຸງ ສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ແລະ ຍົກສູງຄວາມສາມາດແກ່ງແຍ້ງ ຂອງ ປະເທດ ຮອດປີ 2022. ນັບແຕ່ນັ້ນເປັນຕົ້ນມາ, ຫົວຂໍ້ ຂອງລັດຖະບານ ກ່ຽວກັບການຄຸ້ມຄອງເສດຖະກິດ ປີ 2022 ແມ່ນ ສະຖຽນລະພາບ, ມີລະບຽບວິໄນ, ຄວາມປອດໄພ, ມີໄຫວພິບ ແລະ ມີປະ ສິດທິພາບ ". ນັ້ນແມ່ນສິ່ງສໍາຄັນ ສໍາລັບການຟື້ນຕົວ ຂອງເສດຖະກິດ, ເພື່ອໃຫ້ການເຕີບໂຕ ຂອງ ເສດຖະກິດສາມາດ ບັນລຸໄດ້ 6%.

ດ້ວຍ​ເຫດ​ນັ້ນ, ລັດຖະບານ​ຈຶ່ງ​ພວມ​ສ້າງ​ແຜນ​ການຟື້ນຟູ ແລະ ພັດທະນາ​ເສດຖະກິດ-ສັງຄົມ ​​ໄລຍະ 2022-2023 ​ໂດຍ​ມີ​ເປົ້າ​ໝາຍ​ນຳ​ເສດຖະກິດກັບ​ຄືນ​ສູ່​ລະດັບ​ເຕີບ​ໂຕ​ສູງ​ ແລະ ​ຍືນ​ຍົງ​ໂດຍ​ໄວ. ປະຊາ​ຄົມ​ສັງ​ຄົມ, ວົງ​ການ​ນັກ​ທຸ​ລະ​ກິດ, ທັງ​ລະ​ບົບ​ການ​ເມືອງ​ລ້ວນ​ແຕ່​ຄອຍ​ຖ້າ​ການ​ບຸກທະລຸ ຂອງ​ໂຄງ​ການ​ນີ້.

 

ມື້ສຸດທ້າຍຂອງປີ 2021, ຄະນະປະຈຳສະພາແຫ່ງຊາດ ໄດ້ດຳ ເນີນກອງປະຊຸມປຶກສາຫາລືກ່ຽວກັບແຜນນະໂຍບາຍ ງົບປະ ມານ ແລະ ການເງິນ ໃນໂຄງການຟື້ນຟູ ແລະ ພັດທະນາເສດ ຖະກິດ - ສັງຄົມ ໄລຍະ 2022-2023. ສະພາແຫ່ງຊາດຍັງດຳ ເນີນກອງປະຊຸມວິສາມັນ ເພື່ອພິຈາລະນາ ແລະ ອະນຸມັດຜ່ານໂຄງການດັ່ງກ່າວ. ນີ້ແມ່ນ ປັດໄຈສຳຄັນ ເພື່ອຟື້ນຟູ ພື້ນຖານເສດຖະກິດ. ການຊັກຊ້າໃນ ການປະຕິບັດມື້ໜຶ່ງ, ໂອກາດທີ່ຈະຟື້ນຕົວ ຂອງພື້ນຖານ ເສດຖະກິດ ຈະຜ່ານໄປຢ່າງງຽບໆ.

ລົດເສດຖະກິດ ປີ 2022 ພວມດຳເນີນຕາມ ໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ-ສັງຄົມ ທີ່ລັດຖະບານ ພວມດຳເນີນຢູ່. ​ເປັນ​ຄັ້ງ​ທຳ​ອິດ​ ທີ່​ພື້ນຖານ ເສດຖະກິດ ​ຫວຽດນາມ ​ມີ​ມາດ​ຕະການ​ແກ້​ໄຂ​ຢ່າງຮອບດ້ານ​ແລະ​ ດ້ວຍຂະໜາດ​ໃຫຍ່ຄືແນວນັ້ນ! ປີ​ໃໝ່ 2022 - ປີ​ເລີ່ມ​ຕົ້ນ​ຂອງ​ການ​ຟື້ນ​ຕົວ​ ຂອງ​ເສດ​ຖະ​ກິດ - ໄດ້​ເລີ່ມ​ຕົ້ນ​ມາ​ເປັນ​ເວ​ລາ 3 ເດືອນ​ ໂດຍ​ມີ​ນະ​ໂຍ​ບາຍ​ເພື່ອ​ຄ່ອຍໆ​ເປີດປະຕູ​ເສດ​ຖະ​ກິດ​.

ບົດ: ຟອງທູ ສັງລວມ - ພາບ:VNA -ເຕັກນິກ: ຈາງຍຸງ- ແປໂດຍ: ຢືຟຽນ