ຂ່າວສານ

ເສດຖະກິດຫວຽດນາມ ເຕີບໂຕຍ້ອນເຂົ້າຮ່ວມລະບົບສະໜອງທົ່ວໂລກ

      ໃນຂະນະທີ່ການແລກປ່ຽນດ້ານການຄ້າໂລກຫຼຸດລົງ 7,8% ໃນປີ 2020, ການສົ່ງອອກສິນຄ້າຂອງຫວຽດນາມ ໄດ້ເພີ່ມຂຶ້ນ 6,9% ແມ່ນຕົວເລກທີ່ໜ້າປະເອີບໃຈ.
(ພາບປະກອບ: TTXVN)
      ບໍລິສັດໃຫ້ຄຳປຶກສາ Oxford Economics ຫາກໍ່ຍົກອອກການຕີລາຄາທີ່ຕັ້ງໜ້າກ່ຽວກັບຫວຽດນາມ, ໃນນັ້ນໃຫ້ຂໍ້ສັງເກດວ່າ ໃນຂະນະທີ່ການແລກປ່ຽນດ້ານການຄ້າໂລກຫຼຸດລົງ 7,8% ໃນປີ 2020, ການສົ່ງອອກສິນຄ້າຂອງຫວຽດນາມ ໄດ້ເພີ່ມຂຶ້ນ 6,9% ແມ່ນຕົວເລກທີ່ໜ້າປະເອີບໃຈ. ສິ່ງທີ່ໜ້າສົນໃຈອື່ນແມ່ນ, ຍອດເງິນລົງທຶນໂດຍກົງ (FDI) ເຂົ້າຫວຽດນາມ ເພີ່ມຂຶ້ນ 0,5%, ປະກອບສ່ວນເຮັດໃຫ້ເພີ່ມທະວີບົດບາດຂອງ ຫວຽດນາມ ໃນລະບົບສະໜອງການຜະລິດທົ່ວໂລກ. ຕາມ Oxford Economics, ຫວຽດນາມ ຈະໄດ້ຮັບຜົນປະໂຫຍດກ່ຽວກັບຄວາມຕ້ອງການຖືກເພີ່ມຂຶ້ນສຳລັບເຄື່ອງເອເລັກໂຕນິກທົ່ວໂລກ ແລະ ການເຂົ້າຮ່ວມຂອງຫວຽດນາມ ໃນລະບົບສະໜອງດັ່ງກ່າວ. ເລື່ອງຟື້ນຟູ “ສະພາບເປັນປົກກະຕິໃໝ່” ພາຍຫຼັງໂລກລະບາດໂຄວິດ-19 ກໍ່ຈະປະກອບສ່ວນຊຸກຍູ້ການຄ້າໂລກ ແລະ ຫວຽດນາມ ຈະໄດ້ຮັບຜົນປະໂຫຍດຈາກເຂດສົ່ງອອກ. ບ້ວງເງິນກະຕຸ້ນເສດຖະກິດທີ່ມີມູນຄ່າ 1.900 ຕື້ USD ຂອງອາເມລິກາ ຄາດວ່າຈະເພີ່ມຄວາມຕ້ອງການນຳເຂົ້າສິນຄ້າຈາກຫວຽດນາມ ຂອງປະເທດນີ້.
(ແຫຼ່ງຄັດຈາກ VOV)


top